ຕະຫລາດຫລັກຊັບລາວ ຍ້ອງຍໍບໍລິສັດ ຈົດທະບຽນເປີດເຜີຍຂໍ້ມູນປີ 2019 ໄດ້ຖືກຕ້ອງ


ໃນວັນທີ 12 ມິຖຸນາ 2020 ທີ່ນະຄອນຫລວງວຽງຈັນ, ຕະຫລາດຫລັກຊັບລາວ (ຕລຊລ) ໄດ້ຈັດພິທີນມອບ-ຮັບລາງວັນ ໃຫ້ບໍລິສັດຈົດທະບຽນ ທີ່ເປີດເຜີຍຂໍ້ມູນທີ່ຖືກຕ້ອງຕະຫລອດປີ 2019 ໄດ້ຢ່າງຊັດເຈນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຫົວໜ້າສຳນັກງານຄະນະກຳ ມະການຄຸ້ມຄອງຫລັກຊັບ, ທ່ານ ອ໊ອດ ພົນຊຽງດີ ຜູ້ອຳນວຍການໃຫຍ່ ຕລຊລເຂົ້າຮ່ວມ.
ຮອງຫົວໜ້າພະແນກຈົດທະບຽນ ແລະ ເປີດເຜີຍຂໍ້ມູນ ຕລຊລ ໄດ້ເປີດເຜີຍວ່າ: ການມອບ-ຮັບລາງວັນ ໃຫ້ບັນດາບໍລິສັດ ຈົດທະບຽນ ແມ່ນຜ່ານຫລາຍເງື່ອນໄຂ ແລະ ມາດຖານ, ຊຶ່ງບໍ່ເຄີຍຕົກຢູ່ໃນກໍລະນີຂອງການຖືກຖອນຈົດທະບຽນຮຸ້ນ ຕາມລະບຽບການໃນປີ 2019, ບໍ່ຖືກກຳນົດໃຫ້ເປັນບໍລິສັດຈົດທະບຽນ ທີ່ເປີດເຜີຍຂໍ້ມູນບໍ່ຄົບມາດຖານຕາມລະບຽບການທີ່ກ່ຽວຂ້ອງ, ເປັນບໍລິສັດຈົດທະບຽນໃນ ຕລຊລ ຄົບໄລຍະປີ 2019 ໝາຍຄວາມວ່າຄົບປີ, ບໍ່ເຄີຍມີປະຫວັດຂໍ້ຂັດແຍ່ງດ້ານຄະດີຄວາມ ຕິດພັນກັບຂອດການດຳເນີນທຸລະກິດຂອງຕົນ, ບໍ່ມີປະຫວັດການການປະຕິບັດບໍ່ຖືກຕ້ອງ ກ່ຽວກັບມາດຕະຖານບັນຊີ ຫລື ປອມແປງຂໍ້ມູນບັນຊີ, ບໍ່ຕົກໃນກໍລະນີການລົ້ມລະລາຍຂອງວິສາຫະກິດ ຕາມກົດໝາຍທີ່ກ່ຽວຂ້ອງ, ຮຸ້ນຂອງບໍລິສັດຈົດທະບຽນ ຕ້ອງບໍ່ເຄີຍຖືກໂຈະການຊື້-ຂາຍພາຍໃນປີ ແລະ ເງື່ອນໄຂອື່ນໆ ທີ່ຕິດພັນກັບພັນທະການເປັນບໍລິສັດຈົດທະບຽນ ແລະ ການເປີດເຜີຍຂໍ້ມູນ.
ສຳລັບການຕີລາຄາ ແລະ ການໃຫ້ຄະແນນ ໄດ້ພິຈາລະນາ ໂດຍຊອກຫາຄ່າສະເລ່ຍຂອງການເປີດເຜີຍຂໍ້ມູນແຕ່ລະປະເພດ ທີ່ບໍລິສັດສາມາດປະຕິບັດໄດ້ສູງກວ່າຄ່າສະເລ່ຍ ກໍ່ຈະໄດ້ຄະແນນທີ່ສູງກວ່າ. ກໍລະນີເປີດເຜີຍບໍ່ຄົບຖ້ວນ ຫລື ບໍ່ຖືກຕ້ອງຈະຖືກຕັດຄະແນນຕາມແຕ່ລະກໍລະນີ, ເຊິ່ງຄະ ແນນລວມແມ່ນ 100 ຄະແນນ. ໃນນັ້ນ, ໄດ້ແບ່ງຄະແນນຕາມແຕ່ລະປະເພດຂອງການເປີດເຜີຍຂໍ້ມູນຄຸນລັກສະນະ, ເຫດຜົນ ແລະ ຈຸດພິເສດຂອງການພິຈາລະນາ. ຜ່ານການຕິດຕາມຕົວຈິງ ແລະ ການໃຫ້ຄະແນນຕະຫລອດ ປີ 2019 ແລະ ຕລຊລ ໄດ້ໃຫ້ກຽດຍ້ອງຍໍການເປີດເຜີຍຂໍ້ມູນດີເດັ່ນປະເພດ 1 ໄດ້ແກ່ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ບໍລິສັດຜະລິດ-ໄຟຟ້າລາວ ມະຫາຊົນ, ບໍລິສັດ ລາວເວີນ ມະຫາຊົນ, ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ແລະ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ. ຍ້ອງຍໍການເປີດເຜີຍຂໍ້ມູນດີເດັ່ນປະເພດ 2 – 3 ໃຫ້ 3 ບໍລິສັດ ຕາມລໍາດັບ ແລະ ຍ້ອງຍໍການເປີດເຜີຍຂໍ້ມູນແບບສະໝັກໃຈດີເດັ່ນ 1 ບໍລິສັດ. ການ ມອບລາງວັນດັ່ງກ່າວ ຖືເປັນຄັ້ງທຳອິດຂອງ ຕລຊລ ແລະ ເພື່ອເປັນປັດໄຈ ຊຸກຍູ້ໃຫ້ບໍລິສັດຈົດທະບຽນສືບຕໍ່ຮັກສາ ແລະ ຍົກສູງມູນເຊື້ອອັນດີງາມ ໃນການປະຕິບັດພັນທະບັດການເປີດ ເຜີຍຂໍ້ມູນ. ສຳລັບ ການຈັດພິທີມອບຮັບລາງວັນປະຈຳປີ 2020 ແລະ ຕໍ່ໆໄປ, ຕລຊລ ຈະໄດ້ຄັດເລືອກເອົາພຽງ 1 ຫລື 2 ບໍລິສັດ ທີ່ສາມາດເປີດເຜີຍຂໍ້ມູນທີ່ໂດດເດັ່ນທີ່ສຸດ ມາເປັນຕົວແບບ ແລະ ໄດ້ຮັບລາງວັນອັນຊົງກຽດຂອງ ຕລຊລ.
ຜູ້ອຳນວຍການໃຫຍ່ ຕລຊລ ໄດ້ກ່າວວ່າ: ການຈັດງານມອບ-ຮັບລາງວັນໃນມື້ນີ້ ເປັນການເບີກ ທາງໄປສູ່ການມອບລາງວັນຂອງ ຕລຊລ (LSX Award 2020) ທີ່ຈະເປັນການສະຫລຸບຕີລາຄາຄືນ ຜົນງານຂອງບັນດາບໍລິສັດຈົດທະບຽນ ແລະ ບໍລິສັດຫລັກຊັບທີ່ຈະຈັດຂຶ້ນພາຍໃນງານສະເຫລີມສະຫລອງຄົບຮອບ 10 ປີ ຂອງ ຕລຊລ ເພາະຂໍ້ມູນຂ່າວສານ ທີ່ປິ່ນອ້ອມ ແລະ ຕິດພັນກັບການເຄື່ອນໄຫວຂອງບໍລິສັດຈົດທະບຽນໃນ ຕລຊລ ບໍ່ວ່າຈະເປັນມູນຄວາມຈິງ ຫລື ຂ່າວລື ທີ່ຕັ້ງໜ້າ ຫລື ຫຍໍ້ທໍ້ ກໍ່ລ້ວນແລ້ວແຕ່ມີຜົນຕໍ່ການຕັດສິນໃຈ ຂອງຜູ້ລົງທຶນທີ່ຈະສະທ້ອນໃຫ້ເຫັນໂດຍຜ່ານການຊື້-ຂາຍ ແລະ ເປັນປັດໄຈ ກະທົບຕໍ່ລາຄາຕະຫລາດໃນແຕ່ລະວັນ ແລະ ຫວັງວ່າທຸກທ່ານຈະມີຄວາມເຂົ້າໃຈ ແລະ ເອົາໃຈໃສ່ປະ ກອບສ່ວນ ຮ່ວມມືກັນຢ່າງໃກ້ຊິດ ເພື່ອເຮັດໃຫ້ສະພາບແວດລ້ອມການລົງທຶນຢູ່ ຕລຊລ ມີທ່າກ້າວພັດທະນາ ສາມາດຍາດໄດ້ຜົນສຳເລັດໃໝ່ ໃຫຍ່ຫລວງກວ່າເກົ່າ.