Toyota ພັດທະນາລະບົບມໍເຕີສຸຂະພາບຫົວໃຈ ເພື່ອເບິ່ງແຍງໃນກໍລະນີທີ່ຈະເກີດອາການຫົວໃຈວາຍຂະນະຂັບລົດ


ການທີ່ຜູ້ຂັບລົດເກີດອາການຫົວໃຈວາຍ ຫຼື ເຫດສຸກເສີນທາງການແພດອື່ນໆໃນຂະນະຂັບລົດເປັນອີກສາເຫດໜຶ່ງທີ່ເຮັດໃຫ້ເກີດອຸປະຕິເຫດຮ້າຍແຮງຕາມທ້ອງຖະໜົນ ທີ່ນອກຈາກຈະເປັນອັນຕະລາຍຕໍ່ຕົວເອງແລ້ວ ກໍຍັງເປັນອັນຕະລາຍຕໍ່ເພື່ອນຮ່ວມທາງນຳອີກ.
ເພື່ອຮັບມືກັບບັນຫານີ້ ທາງ Toyota ໄດ້ຊອກຫາຫົນທາງໃນການນໍາເອົາເຕັກໂນໂລຊີມາໃຊ້ງານໃນລົດຍົນ ເພື່ອກວດສອບສະພາບຂອງຜູ້ຂັບລົດ ແລະ ສາມາດບັງຂັບໃຫ້ລົດຈອດເອງໄດ້ຢ່າງປອດໄພ ເມື່ອເກີດເຫດສຸກເສີນ.
ແນວໃດກໍດີ ຄາດວ່າເຕັກໂນໂລຊີລົດຍົນບໍ່ມີຄົນຂັບຈະຄອງຖະໜົນໃນໂລກຍຸກອະນາຄົດ ແລະ ເມື່ອຄົນບໍ່ຈໍາເປັນຕ້ອງຂັບລົດອີກຕໍ່ໄປ ກໍເບິ່ງຄືວ່າເຕັກໂນໂລຊີຂອງ Toyota ຈະກາຍເປັນຫຍັງທີ່ບໍ່ມີຄວາມໝາຍໄປໃນທັນທີ. ໃນຍຸກປັດຈຸບັນ ເຕັກໂນໂລຊີລົດຍົນບໍ່ມີຄົນຂັບຍັງເປັນຫຍັງທີ່ເບິ່ງວ່າຫ່າງໄກຈາກຄວາມຈິງ ເຕັກໂນໂລຊີໃຫມ່ຂອງ Toyota ຈຶ່ງອາດຈະດີຫຼາຍ ແລະ ມັນອາດຈະຊ່ວຍປ້ອງກັນການບາດເຈັບລົມຕາຍຂອງຜູ້ທີ່ໃຊ້ລົດໃຊ້ຖະໜົນ ລວມທັງຄົນຍ່າງໄດ້ເປັນຢ່າງດີ ແລະ ເພື່ອການສ້າງລະບົບນີ້ທາງ Toyota ໄດ້ຮ່ວມມືກັບ ສູນວິໄຈທາງດ້ານຄວາມປອດໄພໃນລັດ Michigan ແລະ ໃນໂລກທີ່ກໍາລັງກ້າວເຂົ້າສູ່ຍຸກຂອງສັງຄົມຜູ້ອາຍຸສູງ ຈໍານວນຂອງຜູ້ອາຍຸສູງທີ່ຂັບລົດໄປໃສມາໃສດ້ວຍຕົວເອງນັ້ນຈໍານວນສູງຂຶ້ນເລື້ອຍໆ ແລະ ເຮັດໃຫ້ເກີດຄວາມສ່ຽງທີ່ຈະເກີດສະພາບສຸກເສີນທາງການແພດ ເມື່ອພວກເຂົານັ່ງຢູ່ຫຼັງພວງມະໄລ.
ໂດຍການເຮັດວຽກຂອງລະບົບເຝົ້າລະວັງບັນຫາທາງດ້ານສຸຂະພາບໃນຂະນະຂັບລົດ ເຮັດວຽກໂດຍການຟັງລະບົບສະໝອງທີ່ສາມາດກວດສອບ ແລະ ຄາດການເຖິງບັນຫາກ່ຽວກັບພະຍາດຫົວໃຈ ເຂົ້າໄປໃນລົດຍົນ ແລະ ຄວາມທ້າທາຍ ຄືການສ້າງ, ອັດກໍຣີທື່ມ, ອັນທົງປະສິດທິພາບ ແລະ ສາມາດຄາດຄະເນເຖິງບັນຫາກ່ຽວກັບພະຍາດຫົວໃຈໄດ້ຢ່າງຈະແຈ້ງ ແລະ ຖ້າລະບົບນີ້ເຮັດວຽກຢຸດລົດເຖິງຖະໜົນ (ດ້ວຍຄວາມຜິດພາດ) ໂດຍຜູ້ຂັບບໍ່ໄດ້ເກີດບັນຫາພະຍາດຫົວໃຈແຕ່ຢ່າງໃດ ສິ່ງນີ້ນອກຈາກຈະເຮັດໃຫ້ເກີດຄວາມສັບສົນວຸ້ນວາຍຕາມຖະໜົນໂດຍບໍ່ຈໍາເປັນແລ້ວ ມັນຍັງສ້າງປະສົບການທີ່ບໍ່ດີໃຫ້ແກ່ຄົນຂັບລົດຢ່າງບໍ່ໜ້າໃຫ້ອະໄພ ມັນອາດເຮັດໃຫ້ກັງວົນວ່າຈະເກີດສະພາບຫົວໃຈວາຍ ຫຼື ບໍ່ ແຕ່ຄວາມຈິງແລ້ວມັນບໍ່ມີຫຍັງເລີຍ.
ການກວດສອບສະພາບການເຮັດວຽກຂອງຫົວໃຈໄດ້ຢ່າງຈະແຈ້ງແລ້ວນັ້ນ ຂຶ້ນຢູ່ກັບວ່າເຮົາຈະນໍາເອົາເຕັກໂນໂລຊີນີ້ໄປຕິດຕັ້ງເຂົ້າກັບລົດຍົນໃນຮູບແບບໃດ, ອຸປະກອນນັ້ນຈະຕ້ອງສາມາດກວດຈັບການປ່ຽນແປງພຽງເລັກໜ້ອຍໃນຈັງຫວະການເຕັ້ນຂອງຫົວໃຈ ແລະ ຕ້ອງແຍກສັນຍານລົບກວນຕ່າງໆ ແລະ ດັດແປງເລື່ອງຄວາມສັ່ນສະເທືອນທີ່ເກີດຂຶ້ນໃນຫ້ອງໂດຍສານຖິ້ມໄປ ເພື່ອໃຫ້ການກວດວັດແທກເຮັດໄດ້ຢ່າງແນ່ນອນ ແລະ ໃນຫ້ອງໄອຊີຢູຂອງໂຮງໝໍ (ຫ້ອງມໍໍລະສຸມ) ເຮົາມີເຄື່ອງມືທີ່ສາມາດກວດສອບສະພາບການເຮັດວຽກຂອງຫົວໃຈໄດ້ຢ່າງແນ່ນອນ ໂດຍບໍ່ມີສັນຍານລົບກວນທາງໄຟຟ້າ ມາເຮັດໃຫ້ການກວດວັດເກີດຄວາມຜິດພາດໄປ, ແຕ່ການເຮັດເລື່ອງດຽວກັນນີ້ໃນລົດຍົນ ມັນບໍ່ແມ່ນເລື່ອງງ່າຍໆ.
ໃນເວລານີ້ທາງທີມວິໄຈ ກໍາລັງຊອກຫາຕົວເລືອກທາງດ້ານຮາດແວສໍາລັບອຸປະກອນເຊັນເຊີ ແລະ ລະບົບສໍາລັບການກວດສອບສະພາບການເຮັດວຽກຂອງຫົວໃຈ ແລະ ມີີຄວາມເປັນໄປໄດ້ວ່າລະບົບນີ້ຈະຖືກນໍາໄປຕິດຕັ້ງໃນເຂັມຂັດນິລະໄພ ແລະ ພວງມະໄລລົດຍົນ ແລະ ມັນຈະເຮັດວຽກຮວບຮວມຂໍູ້ມູນທາງກາຍະພາບ ແລະ ນໍາຂໍ້ມູນໄປປະມວນຜົນດ້ວຍ ອັລກໍຣີທິ່ມ ທີ່ໃຊ້ໃນລະບົບການກວດສອບສະພາບການເຮັດວຽກຂອງຫົວໃຈ ທີ່ໄດ້ຮັບການຍອມຮັບຢ່າງເປັນທາງການ.
ແນວໃດກໍຕາມ, ເຫດສຸກເສີນທາງການແພດທີ່ເກີດຂຶ້ນຕາມຖະໜົນ ນັ້ນເປັນເລື່ອງທີ່ມີໂອກາດເກີດຂຶ້ນໄດ້ຂ້ອນຂ້າງຍາກ ຂຶ້ນກັບວ່າຄົນໆນັ້ນຂັບລົດຫລາຍຊໍ່າໃດ ແຕ່ລະບົບນີ້ຖືວ່າມີຄຸນຄ່າຫຼາຍ ຖ້າສາມາດເຮັດວຽກໄດ້ຢ່າງມີປະສິດທິພາບ ແລະ ຈະມີຄຸນຄ່າຫຼາຍຂຶ້ນໄປອີກ ຖ້າສາມາດສົ່ງສັນຍານຂໍຄວາມຊ່ວຍເຫຼືອໄປຍັງໂຮງໝໍທີ່ຢູ່ໃກ້ທີ່ສຸດໃນກໍລະນີທີ່ເກີດເຫດຂຶ້ນ ແລະ ທີມແພດສຸກເສີນທີ່ມາເຖິງຈຸດເກີດເຫດ ຈະໄດ້ຮັບຂໍ້ມູນທີ່ເປັນປະໂຫຍດຢ່າງພຽງພໍ ເພື່ອຊ່ວຍປິ່ນປົວຊີວິດຂອງຄົນຂັບລົດທີ່ເກີດອາການພະຍາດຫົວໃຈ.