Motorola ຈະເປີດຕົວມືຖືລຸ້ນໃຫມ່ມາພ້ອມກ້ອງເລນຄູ່




ເຖິງວ່າຍັງບໍ່ຄືວັນເປີດຕົວຂອງມືຖືລຸ້ນໃຫມ່ຂອງທາງ Motorola ທີ່ຍັງບໍ່ຮູ້ວ່າເປັນລຸ້ນໃດ ແຕ່ທາງ Motorola ກໍເຮັດຕາມສັນຍາກັບແຟນໆ ໃນປີຜ່ານມາ ໄດ້ສົ່ງບັດເຊີນງານ ‘Motorola is back’ ໃນວັນທີ 27 ມິຖຸນາທີ່ຈະມາຮອດນີ້ ພ້ອມບອກເຖິງເຕັກໂນໂລຊີກ້ອງເລນຄູ່ນຳອີກ.
ຄາດວ່າໜ້າຈະເປັນ Moto z2 ຫຼື Moto z2 Force ທີ່ຫັນກ້ອງຫຼັງມາໃຫ້ເບິ່ງຢ່າງຈົງໃຈ ເຊິ່ງສັງເກດໄດ້ວ່າ ດ້ານຫຼັງຂອງມືຖືຄືລຸ້ນນີ້ ມີເລນກ້ອງເຖິງ 2 ອັນນໍາກັນ ເຊິ່ງເປັນພາຍນອກຂອງຕົວເຄື່ອງພຽງຈຸດດຽວເທົ່ານັ້ນ ທີ່ເຮົາເຫັນການປ່ຽນແປງ ສໍາລັບມືຖືຕົວໃຫມ່ນີ້.
ແນວໃດກໍຕາມ ຮູບແບບລວມໆຂອງ Moto z2 ທີ່ອອກມາໃນພາບນີ້ ກໍອາດຈະບໍ່ຕ່າງຈາກຂ່າວລື ພາບຫຼຸດຕ່າງໆ ທີ່ອອກມາກ່ອນໜ້ານີ້ ສະເປັກໜ້ອຍໆຂອງຕົວເຄື່ອງ ກໍຖືກຄາດເດົາວ່າ ຈະມາພ້ອມກັບໜ້າຈໍຂະໜາດ 5,5 ນິ້ວ (2.560×1.440) ແຣມ 4 GB ແຕ່ຊິບເຊັດອາດຈະເປັນພຽງ Snapdragon 821 ບໍ່ແມ່ນ 835 ເຊິ່ງຖ້າເປັນແບບນັ້ນແທ້ ກຂ້ອນຂ້າງໜ້າເສຍດາຍ.