ຈາກການລາຍງານຂອງ ເວັບໄຊ Marca.com ໃນວັນທີ 14/06/2017 ວ່າຈາກການຜົນ ງານທີ່ ຊີດານ ພາທີມ ຣິນ ມາດຣິດ ທວງບັນລັງແຊ໊ມ ລາລີ ກາ ກັບຄືນມາໄດ້ ແລະ ພາທີມໄດ້ ແຊ໊ມ ຢູຟາ ແຊ໊ມປຽນລີກ 2 ປີ ຊ້ອນ ນອກຈາກນັ້ນເວັບໄຊ Coacchreputationranking.com ໄດ້ຈັດອັນດັບຜູ້ຈັດການທີມ ທີ່ດັງທີ່ສຸດໃນໂລກ ໂດຍການ ຕັດສິນຈາກຜົນງານ, ຄວາມສຳ ເລັດໃນອາຊີບ, ການຕິດຕາມໃນ ໂລກອອນໄລ, ກະແສຕ່າງໆ ແລະ ສິ່ງທີ່ໜ້າດຶງດູດໃຈ ຜົນປາ ກົດວ່າ ຊີດານ ມີຄະແນນເປັນ ອັນດັບ 1, ສ່ວນອັນດັບ 2 ຕົກ ເປັນຂອງ ມັດຊິມິເລຍໂນ ຜູ້ຈັດ ການທີມຂອງ ຢູເວນຕຸສ ແລະ ອັນດັບ 3 ເປັນຂອງ ອັນໂຕນິໂອ ຄອນເຕ ຜູ້ຈັດການທີມຂອງ ເຊລ ຊີ.
ຂ່າວຈາກ:laosportnews.com.