ເຂດບໍລິຫານງານພິເສດ ຮົງກົງ ພາຍໃຕ້ການປົກຄອງແບບ “ຈີນດຽວ ສອງລະບອບ”
ພາຍຫລັງການສະຖາປະນາ ສາທາລະນະລັດ ປະຊາຊົນ ຈີນ (ສປ ຈີນ) ໃນປີ 1949 ເປັນຕົ້ນມາ, ຜູ້ນໍາ ສປ ຈີນ ໄດ້ມີຄວາມພະຍາຍາມໃນການບໍລິຫານປົກຄອງ ປະເທດດ້ວຍລະບອບ “ຈີນດຽວ” ທີ່ມີຮູບແບບການປົກຄອງທີ່ຫລາກຫລາຍ ເນື່ອງຈາກເປັນປະເທດທີ່ມີເນື້ອທີ່ອັນກວ້າງໃຫຍ່, ມີປະ ຊາກອນຈໍານວນຫລວງຫລາຍ ແລະ ປະກອບດ້ວຍຫລາຍເຜົ່າຊົນ, ຫລາຍວັດທະນະທໍາ ສະແດງອອກໃນການໃຫ້ສິດປົກຄອງຕົນເອງ ຂອງບັນດາຊົນເຜົ່າຕ່າງໆ ທີ່ກະຈາຍຢູ່ຕາມມົນທົນຕ່າງໆ. ນອກຈາກການປົກຄອງຕົນເອງຂອງຊົນເຜົ່າຕ່າງໆແລ້ວ, ລັດຖະທໍາມະນູນມາດຕາ 31 ຂອງ ສປ ຈີນ ຍັງລະບຸໄວ້ວ່າ: “ລັດສາມາດສ້າງຕັ້ງເຂດປົກຄອງ ພິເສດເມື່ອມີຄວາມຈໍາເປັນ, ແຕ່ລະບົບໃນການບໍລິຫານເຂດປົກຄອງພິເສດ ແມ່ນຕ້ອງຢູ່ພາຍໃຕ້ກົດໝາຍທີ່ຮັບຮອງ ໂດຍສະພາປະຊາຊົນແຫ່ງຊາດ ພາຍໃຕ້ເງື່ອນໄຂສະ ເພາະບາງປະການ”.
ເຂດປົກຄອງພິເສດ ຮົງກົງ ໄດ້ຖືກກໍາເນີດຂຶ້ນພາຍຫລັງການເຈລະຈາກັນ ລະຫວ່າງລັດຖະບານ ສປ ຈີນ ແລະ ລັດຖະບານ ຂອງສະຫະລາດຊະອານາຈັກ ເຊິ່ງເປັນຜູ້ເຊົ່າເກາະຮົງກົງ ຕັ້ງແຕ່ປີ 1898, ທີມເຈລະຈາຂອງລັດຖະບານຈີນໃນເວລານັ້ນ ທີ່ນໍາໂດຍ ທ່ານ ເຕິ້ງ ສຽວຜິງ ໄດ້ສະເໜີແນວຄິດການປົກ ຄອງແບບ “ຈີນດຽວ ສອງລະບອບ” ຂຶ້ນ ແລະ ໄດ້ເຊັນຖະແຫລງການຮ່ວມຈີນ-ສະຫະລາດຊະອານາຈັກ (Sino – British Joint Declaration) ໃນວັນທີ 19 ທັນວາ 1984, ໂດຍມີເນື້ອໃນການສົ່ງມອບເກາະຮົງກົງ ລວມເຖິງຝັ່ງເກົາລູນ ແລະ ເຂດດິນແດນໃໝ່ຄືນໃຫ້ ສປ ຈີນ ເປັນຜູ້ປົກຄອງ ແລະ ໃຫ້ສິດໃນການປົກຄອງທາງການເມືອງ ໂດຍການຈັດຕັ້ງລັດຖະບານ ທີ່ມາຈາກການເລືອກຕັ້ງ ທີ່ມາຈາກຫລາຍພັກການເມືອງ, ມີການກໍານົດລະບົບເສດຖະກິດ, ວັດທະນະທໍາ – ສັງຄົມ ເປັນຂອງຕົນເອງ (ຍົກເວັ້ນດ້ານການທະຫານ ແລະ ການຕ່າງປະເທດ) ເປັນເວລາ 50 ປີ ຕັ້ງແຕ່ວັນທີ 01 ກໍລະກົດ 1997 ຈົນເຖິງປີ 2047 ພາຍໃຕ້ລັດຖະທໍາມະນູນ ແລະ ກົດໝາຍພື້ນຖານ.
ເຊັ່ນດຽວກັນກັບການປົກຄອງຕົນເອງໃນແຂວງຕ່າງໆ, ບໍ່ວ່າໃນຍຸກສະໄໝໃດ ຜູ້ນໍາລັດຖະບານ ສປ ຈີນ ຍາມໃດກໍຖືສໍາຄັນໃນການປະຕິບັດຫລັກການ “ຈີນດຽວ ສອງລະບອບ”. ຕະຫລອດໄລຍະ 23 ປີ ທີ່ຮົງກົງ ໄດ້ກັບຄືນສູ່ແຜ່ນດິນແມ່, ລັດຖະບານກາງໄດ້ສະໜັບສະໜູນ, ຊຸກຍູ້ ແລະ ສົ່ງເສີມລັດຖະ ບານຮົງກົງ ໃນການວາງແຜນນະໂຍບາຍເພື່ອການພັດທະນາ ແລະ ດໍາເນີນການບໍລິຫານດ້ານຕ່າງໆ ຢ່າງເປັນອິດສະຫລະ ພາຍໃຕ້ຂອບກົດໝາຍ ແລະ ລັດຖະທໍາມະນູນ, ອັນໄດ້ເຮັດໃຫ້ຮົງກົງ ຈະເລີນຮຸ່ງ ເຮືອງ ຂຶ້ນຕາມແບບສະບັບການປົກຄອງທີ່ປະສົມປະສານ ລະຫວ່າງ ສອງລະບອບການເມືອງ, ມີຄວາມເຂັ້ມແຂງ ທາງດ້ານເສດຖະກິດຢ່າງກ້າວກະໂດດ ໂດຍອາໄສທ່າແຮງທາງດ້ານການເປັນປະຕູສູ່ພາຍນອກຂອງທະວີບອາຊີ ທີ່ເປັນຈຸດເຊື່ອມຕໍ່ທີ່ສໍາຄັນລະຫວ່າງທະວີບຕ່າງໆ, ເຮັດໃຫ້ຮົງກົງ ກາຍເປັນສູນກາງ ທາງດ້ານການຂົນສົ່ງສິນຄ້າ ຫລື Logistics, ການເງິນ, ການທ່ອງທ່ຽວ ແລະ ການລົງທຶນ ເປັນອັນດັບຕົ້ນຂອງໂລກ. ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການຍົກລະດັບຂຶ້ນຢ່າງເປັນລໍາດັບ, ປະຊາຊົນສາ ມາດເຂົ້າເຖິງລະບົບການສຶກສາ, ລະບົບສາທາລະນະສຸກ ແລະ ການຄໍ້າປະກັນສຸຂະພາບທີ່ໄດ້ມາດຕະ ຖານໂລກ ພ້ອມທັງຮັດແຄບຄວາມແຕກໂຕນທາງສັງຄົມໄດ້ເປັນຢ່າງດີ.
ທ່າມກາງສະພາບການຂອງໂລກ ທີ່ມີການປ່ຽນແປງຕະຫລອດເວລາຕາມຍຸກສະໄໝ, ສະພາບເສດຖະກິດຂອງຮົງກົງ ທີ່ນັບມື້ນັບຂະຫຍາຍຕົວ ກໍໄດ້ສົ່ງຜົນສະທ້ອນທັງດ້ານດີ ແລະ ດ້ານອ່ອນ ໃຫ້ແກ່ການດໍາລົງຊີວິດຂອງປະຊາຊົນ, ການເຂົ້າມາຂອງນັກລົງທຶນຕ່າງຊາດ, ການແຂ່ງຂັນພາຍໃນທີ່ນັບມື້ນັບສູງ, ຄ່າຄອງຊີບທີ່ສູງເປັນອັນດັບຕົ້ນຂອງໂລກ ໄດ້ສົ່ງຜົນສະທ້ອນດ້ານລົບ ໃຫ້ແກ່ການດໍາລົງຊີວິດຂອງປະຊາຊົນ ໂດຍສະເພາະ ບັນດາຄົນລຸ້ນໃໝ່ທີ່ໄດ້ຮັບອິດທິພົນ ຈາກການປ່ຽນແປງຂອງໂລກ ບວກກັບອິດ ທິພົນຈາກພາຍນອກ ທີ່ເຂົ້າມາມີບົດບາດຕະຫລອດໄລຍະຫລາຍປີທີ່ຜ່ານມາ, ອັນໄດ້ເຮັດໃຫ້ປະຊາຊົນຮົງກົງ ເຂົ້າມາກ່ຽວຂ້ອງກັບການບໍລິຫານຂອງລັດຖະບານ ໂດຍໄດ້ມີການຈັດການໂຮມຊຸມນຸມຕໍ່ຕ້ານຄັດຄ້ານການອອກຂໍ້ບັງຄັບ ຫລື ກົດໝາຍບາງສະບັບ, ທີ່ພົ້ນເດັ່ນແມ່ນການປະທ້ວງໃນກາງປີ 2019 ເພື່ອຕໍ່ຕ້ານລັດຖະບານໃນການຮັບຮອງກົດໝາຍວ່າດ້ວຍ “ການສົ່ງຜູ້ຮ້າຍຂ້າມແດນ”, ເຮັດໃຫ້ລັດຖະບານຮົງກົງ ຖອນຮ່າງກົດໝາຍດັ່ງກ່າວອອກໃນທີ່ສຸດ, ແຕ່ການປະທ້ວງ ກໍຍັງສືບຕໍ່ຍືດເຍື້ອມາຈົນເຖິງປັດຈຸບັນ ລວມເຖິງການຮຽກຮ້ອງໃນຂໍ້ອື່ນໆອີກຈໍານວນໜຶ່ງ. ການປະທ້ວງທີ່ຍາວນານ ບວກໃສ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ສະພາບເສດຖະກິດ ຂອງຮົງກົງ ຕົກຕໍ່າລົງຢ່າງຈະແຈ້ງ, ລາຍຮັບທາງດ້ານເສດຖະກິດຫລຸດລົງ, ຈໍານວນຜູ້ຫວ່າງງານເພີ່ມຂຶ້ນສູງສຸດໃນຮອບ 9 ປີ ລວມເຖິງອັນດັບຄວາມໜ້າເຊື່ອຖື ທາງດ້ານການລົງທຶນທີ່ຮົງກົງ ເຄີຍຢູ່ໃນລະດັບຕົ້ນໆ ກໍຕົກອັນດັບລົງມາ.
ຈາກສະພາບການດັ່ງກ່າວ, ລັດຖະບານຮົງກົງ ແລະ ລັດຖະບານກາງ ຮັບຮູ້ເຖິງຜົນກະທົບທີ່ຈະຕາມມາໃນໄລຍະຍາວ ແລະ ຜົນກະທົບນັ້ນບໍ່ພຽງແຕ່ຈະທໍາລາຍສະພາບເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນຮົງກົງເທົ່ານັ້ນ, ແຕ່ຍັງຈະສົ່ງຜົນກະທົບເຖິງຄວາມໝັ້ນຄົງຂອງຊາດ ຈາກການເຂົ້າມາມີບົດບາດຂອງອິດທິພົນຈາກພາຍນອກ. ລັດຖະບານກາງ ໄດ້ຢືນຢັນຫລັກການ ການປົກຄອງແບບ “ໜຶ່ງປະເທດສອງລະບອບ” ວ່າ: ແມ່ນເພື່ອຮັກສາສະຖຽນລະພາບ, ອະທິປະໄຕ, ດິນແດນ ແລະ ຄວາມວັດທະນາຖາວອນຂອງປະເທດ ກໍຄື ຂອງຮົງກົງ, “ໜຶ່ງປະເທດ” ແມ່ນພື້ນຖານຂອງ “ສອງລະບອບ” ແລະ “ສອງລະບອບ” ແມ່ນຢູ່ພາຍໃຕ້ “ໜຶ່ງປະເທດ” ເຊິ່ງເປັນຫລັກການທີ່ບໍ່ສາມາດທໍາລາຍໄດ້. ເມື່ອກົດໝາຍ ຫລື ຂໍ້ບັງຄັບໃນການປົກຄອງຫາກມີຊ່ອງຫວ່າງ ຫລື ມີຄວາມບໍ່ສົມບູນໃນການຈັດຕັ້ງປະຕິບັດ ກໍຕ້ອງມີການປັບປຸງ ເພື່ອເຮັດໃຫ້ພື້ນຖານຂອງກົດໝາຍມີຄວາມເຂັ້ມແຂງ ຮັບປະກັນໃຫ້ແກ່ການຮັກສາສະຖຽນລະພາບທີ່ສູງສຸດຂອງຊາດ.
ໃນກອງປະຊຸມສະພາຜູ້ແທນປະຊາຊົນທົ່ວປະເທດ ຄັ້ງທີ 3 ສະໄໝທີ 13 ຂອງ ສປ ຈີນ ໃນວັນທີ 28 ພຶດສະພາ 2020, ໄດ້ຜ່ານ ແລະ ຮັບຮອງເອົາກົດໝາຍວ່າດ້ວຍຄວາມໝັ້ນຄົງຂອງຮົງກົງ ເພາະເຫັນວ່າ, ກົດໝາຍດັ່ງກ່າວ ແມ່ນສອດຄ່ອງກັບສະຖານະການອັນຮີບດ່ວນໃນປັດຈຸບັນ, ເຊິ່ງລັດຖະບານຈີນກາງ ມີສິດ, ອໍານາດອັນຊອບທໍາ ແລະ ຖືກຕ້ອງຕາມກົດໝາຍຂອງຕົນໃນການປົກປັກຮັກສາ ຄວາມໝັ້ນຄົງແຫ່ງຊາດ. ເມື່ອຄວາມໝັ້ນຄົງຕົກຢູ່ໃນສະພາບອັນຕະລາຍ ແລະ ລັດຖະບານຮົງກົງ ມີຄວາມຫຍຸ້ງຍາກໃນການນໍາໃຊ້ກົດໝາຍຂອງຕົນ, ລັດຖະບານກາງ ກໍມີສິດຢ່າງເດັດຂາດ ໃນການອອກກົດໝາຍຄວາມໝັ້ນຄົງ ໃນລະດັບຊາດໃຫ້ແກ່ຮົງກົງ ແລະ ກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດ ແມ່ນນອນຢູ່ໃນອໍານາດນິຕິບັນຍັດຂອງລັດ, ການທີ່ລັດຖະບານກາງ ສະເໜີຮັບຮອງກົດໝາຍພາຍໃຕ້ມາດຕາທີ 23 ຂອງກົດໝາຍພື້ນຖານ ກໍແມ່ນສິດທິອັນຊອບທໍາ ແລະ ຢູ່ໃນຂອບເຂດຂອງອໍານາດລັດ, ຮັບປະກັນຜົນປະໂຫຍດຈະໄດ້ຮັບຈາກ “ສອງລະບອບ” ບົນພື້ນຖານ “ໜຶ່ງປະເທດ”, ຍຶດໝັ້ນສິດຜົນປະໂຫຍດ ແລະ ອິດສະລະພາບພາຍໃຕ້ກົດໝາຍ ຂອງພົນລະເມືອງໃຫ້ໄດ້ຮັບຜົນດີທີ່ສຸດ ແລະ ຈະບໍ່ກະທົບຕໍ່ການປະຕິ ບັດໜ້າທີ່ຂອງບັນດາອົງການ, ສະຖາບັນສາກົນຕ່າງໆ ແລະ ຄວາມກັງວົນຂອງນັກລົງທຶນຕ່າງປະເທດ ຕໍ່ກັບການກໍ່ການຮ້າຍ ແລະ ຄວາມຮຸນແຮງໃນຮົງກົງ, ເຊິ່ງພາຍຫລັງຮັບຮອງແລ້ວ, ລັດຖະບານຈີນກາງ ຈະຮ່າງ ແລະ ປັບປຸງມາດຕາຕ່າງໆ ໃຫ້ລະອຽດ ໂດຍຈະບໍ່ມີການປ່ຽນແປງຫຍັງທັງນັ້ນ, ປະຊາຊົນຮົງກົງມີສິດແນວໃດ ກໍຈະຍັງຄົງມີສິດນັ້ນຄືເກົ່າ ແລະ ຄາດວ່າຈະມີຜົນບັງຄົບໃຊ້ໃນເດືອນກັນຍາ 2020 ນີ້.
ການຮັບຮອງຮ່າງກົດໝາຍ ວ່າດ້ວຍຄວາມໝັ້ນຄົງຂອງຮົງກົງ ແລະ ກົດໝາຍມາດຕາ 23 ຂອງ ສປ ຈີນ ໃນສະຖານະການ ແລະ ສະພາບຄວາມເປັນຈິງຢູ່ຮົງກົງ ໃນປັດຈຸບັນ, ເຫັນວ່າເປັນການຕັດສິນໃຈ ແບບມີເຫດມີຜົນ, ມີເປົ້າໝາຍ, ເປັນທໍາ ບົນພື້ນຖານຄວາມເຂົ້າໃຈ, ເຄົາລົບ ແລະ ສະໜັບສະໜູນ ໃນການຮັກສາຄວາມໝັ້ນຄົງຂອງປະເທດຈີນເອງ, ແລະ ເຫັນວ່າ, ບັນຫາຮົງກົງ ແມ່ນບັນຫາພາຍໃນຂອງ ສປ ຈີນ, ບັນດາປະເທດຕ່າງໆ ຄວນຢຶດຖືລະບຽບການຮ່ວມມືສາກົນ ໂດຍການເຄົາລົບອະທິປະໄຕ ແລະ ບໍ່ແຊກແຊງເຂົ້າໃນກິດຈະການພາຍໃນຂອງກັນ ແລະ ກັນ ພາຍໃຕ້ລະບຽບຫລັກການ ແລະ ກົດ ໝາຍສາກົນ, ສືບຕໍ່ສະໜັບສະໜູນ “ຈີນດຽວ ສອງລະບອບ” ຢ່າງເຕັມທີ່.