Meizu Pro 7 ມືຖືທີ່ (ອາດຈະ) ມີຈໍຫຼັງ




ມືຖືແບຣນ Meizu ມີກໍານົດການວາງຂາຍມືຖືລຸ້ນໃຫມ່ Pro 7 ໃນໄລຍະຕົ້ນເດືອນໜ້າ ແລະ ມີພາບຫຼຸດທີ່ໜ້າສົນໃຈຂອງມືຖືລຸ້ນນີ້ອອກມາ ສະແດງໃຫ້ເຫັນເຖິງສິ່ງທີ່ໃຜກໍຄາດບໍ່ເຖິງ.
ຄວາມໜ້າສົນໃຈສິ່ງທໍາອິດກໍຄື ການອອກແບບຕົວເຄື່ອງໃຫ້ມີໜ້າຈໍແບບໄຮ້ຂອບຂ້າງ ຫຼື Edge-to-edge design ຄ້າຍຄືກັບຮູບແບບຂອງຄູ່ແຂ່ງເຊັ່ນ Xiaomi Mi Mix ແລະ ເປັນໜ້າຈໍຂະໜາດໃຫຍ່.
ຫລ້າສຸດມີຂ່າວອອກມາວ່າ Meizu Pro 7 ຈະມີຟີເຈີສຸດແປກເຊັ່ນ ໜ້າຈໍຂະໜາດນ້ອຍທາງດ້ານຫຼັງຕົວເຄື່ອງ ເຊິ່ງໜ້າຈໍຂະໜາດນ້ອຍນີ້ ຈະສະແດງວັນ, ເວລາ ແລະ ການແຈ້ງເຕືອນຕ່າງໆ ແລະ ມີພາບຫຼຸດຈໍານວນໜຶ່ງຈາກ Weibo ເຊິ່ງເປັນເວັບສື່ສັງຄົມຂອງຊາວຈີນ ເປັນພາບທີ່ສະແດງໃຫ້ເຫັນໂຄງສ້າງທາງດ້ານຫຼັງຕົວເຄື່ອງ ທີ່ມີການເຊາະຮ່ອງເອົາໄວ້ ເພື່ອຮອງຮັບການຕິດຕັ້ງຈໍທາງດ້ານຫຼັງຕົວເຄື່ອງ.


ຂໍ້ມູນຫຼຸດຫລ້າສຸດຈາກ Weibo ມີການລະບຸວ່າ Meizu Pro 7 ຈະມາພ້ອມໜ້າຈໍຂະໜາດ 5,62 ນີ້ວ ແບບ Super AMOLED ຄວາມລະອຽດ 2.160 x 1.080 ຈຸດ ເຊິ່ງຖືວ່າຄວາມລະອຽດບໍ່ຄ່ອຍສູງເມື່ອທຽບໃສ່ກັບຈໍພາບທີ່ີຂະໜາດໃຫຍ່.
ເບິ່ງຄືກັບວ່າ ມືຖືເຄື່ອງນີ້ຈະບາງຫຼາຍ ມັນອາດຈະບາງພຽງ 6,5 ມມ ແລະ ມາພ້ອມລະບົບການສາກແບັດ ແບບ mCharge 4,0 ທີ່ສາມາດສາກແບັດເຕັມດ້ວຍເວລາພຽງ 40 ນາທີເທົ່ານັ້ນ ໃນສ່ວນຂອງໜ່ວຍຄວາມຈໍາ RAM ອາດມີຂະໜາດໃຫຍ່ເຖິງ 6GB ເຊິ່ງເປັນສະເປັກມາດຕະຖານຂອງມືຖືເຣືອຣົງໃນ 2017 ໃນສ່ວນຂອງຂະໜາດໜ່ວຍຄວາມຈໍາພາຍໃນ ມີໃຫ້ເລືອກທັງຂະໜາດ 64GB ແລະ 128GB.