ທ່ານຮູ້ຫລືບໍ່ ເປັນຫຍັງອ່ານໜັງສືແລ້ວຈຶ່ງຫາວນອນ ?

ທ່ານຮູ້ຫລືບໍ່ ເປັນຫຍັງອ່ານໜັງສືແລ້ວຈຶ່ງຫາວນອນ ? - 15 -     ທ່ານຮູ້ຫລືບໍ່ ເປັນຫຍັງອ່ານໜັງສືແລ້ວຈຶ່ງຫາວນອນ ?
ທ່ານຮູ້ຫລືບໍ່ ເປັນຫຍັງອ່ານໜັງສືແລ້ວຈຶ່ງຫາວນອນ ? - kitchen vibe -     ທ່ານຮູ້ຫລືບໍ່ ເປັນຫຍັງອ່ານໜັງສືແລ້ວຈຶ່ງຫາວນອນ ?

ເມື່ອອ່ານໜັງສືແລ້ວເກີດອາການຫາວນອນ ເຊື່ອກັນວ່າບັນຫານີ້ເປັນບັນຫາໃຫຍ່ຂອງໃຜຫລາຍຄົນ ໂດຍສະເພາະນັກຮຽນ-ນັກສຶກສາ ແລ້ວສາເຫດເກີດຈາກຫຍັງ ?

ທ່ານຮູ້ຫລືບໍ່ ເປັນຫຍັງອ່ານໜັງສືແລ້ວຈຶ່ງຫາວນອນ ? - 012905 2020 300x186 -     ທ່ານຮູ້ຫລືບໍ່ ເປັນຫຍັງອ່ານໜັງສືແລ້ວຈຶ່ງຫາວນອນ ?

ທ່ານຮູ້ຫລືບໍ່ ເປັນຫຍັງອ່ານໜັງສືແລ້ວຈຶ່ງຫາວນອນ ? - Visit Laos Visit SALANA BOUTIQUE HOTEL -     ທ່ານຮູ້ຫລືບໍ່ ເປັນຫຍັງອ່ານໜັງສືແລ້ວຈຶ່ງຫາວນອນ ?

ຜູ້ຊ່ຽວຊານມີການສຶກສາກ່ຽວກັບເລື່ອງນີ້ແລ້ວສະແດງໃຫ້ເຫັນວ່າ : ດວງຕາຂອງຄົນເຮົາຈະເຄື່ອນໄຫວໄປມາໃນຂະນະທີ່ກຳລັງອ່ານໜັງສື ແລະ ໃນຂະນະດຽວກັນນັ້ນ ສະໝອງກໍຕ້ອງເຮັດວຽກໄປນຳ ໂດຍການແປຕົວອັກສອນຕາມທີ່ເຮົາເບິ່ງເຫັນ ແລະ ແປຄວາມໝາຍອອກມາ ເຮັດໃຫ້ກ້າມຊີ້ນດວງຕາເຮັດວຽກໜັກ ແລະ ນັ້ນກໍເປັນສາເຫດທີ່ເຮັດໃຫ້ຮ່າງກາຍຂອງເຮົາສົ່ງສັນຍານເຕືອນວ່າ ຮ່າງກາຍຄວນໄດ້ຮັບການພັກຜ່ອນ ເຮັດໃຫ້ຕາຂອງເຮົາຄ່ອຍໆເຊືອບຫລັບລົງ ແລະ ເຂົ້າສູ່ສະພາບຂອງການນອນຫລັບໃນທີ່ສຸດ.

ທ່ານຮູ້ຫລືບໍ່ ເປັນຫຍັງອ່ານໜັງສືແລ້ວຈຶ່ງຫາວນອນ ? - 022905 2020 300x200 -     ທ່ານຮູ້ຫລືບໍ່ ເປັນຫຍັງອ່ານໜັງສືແລ້ວຈຶ່ງຫາວນອນ ?

ແລະ ຍັງມີປັດໄຈອື່ນຮ່ວມນຳ ບໍ່ວ່າຈະແມ່ນສະຖານທີ່ໃນການອ່ານໜັງສືທີ່ສະບາຍຈົນເກີນໄປ ເຊັ່ນ : ຕຽງນຸ້ມໆ, ໂຊຟາ ເປັນຕົ້ນ ຫລື ອ່ານໃນບ່ອນທີ່ມີແສງສະຫວ່າງສະຫລົວໆ ຫລື ແສງບໍ່ພຽງພໍ ເພາະການອ່ານໜັງສືໃນບ່ອນທີ່ມີແສງບໍ່ພຽງພໍຈະເຮັດໃຫ້ດວງຕາຂອງເຮົານັ້ນເຮັດວຽກໜັກຫລາຍ. ນອກຈາກນີ້, ເລື່ອງຂອງບັນຍາກາດອ້ອມໆຂອງເຮົາກໍເປັນອີກໜຶ່ງປັດໄຈທີ່ເຮັດໃຫ້ເຮົາເຜີຫລັບຂະນະອ່ານໜັງສືໄດ້. ສະນັ້ນ, ວິທີທີ່ຈະຊ່ວຍເຮັດໃຫ້ເຮົາສາມາດອ່ານໜັງສືໃຫ້ດົນຂຶ້ນໂດຍເລີ່ມຈາກສະຖານທີ່ໃນການນັ່ງອ່ານ ເຮົາຄວນເລືອກສະຖານທີ່ໆບໍ່ສະບາຍຈົນເກີນໄປ ແລະ ມີແສງສະຫ່ວາງພຽງພໍຕໍ່ການອ່ານ, ບັນຍາກາດອ້ອມໆຕ້ອງບໍ່ໜາວ ຫລື ຮ້ອນຈົນເກີນໄປ. ນອກຈາກນີ້, ສຳລັບໃຜທີ່ຢາກອ່ານໜັງສືສອບເສັງກໍຄວນຈົດບັນທຶກໄປນຳເພື່ອເປັນການກະຕຸ້ນຮ່າງກາຍອີກທາງໜຶ່ງ ພຽງເທົ່ານີ້ເຮົາກໍຈະສາມາດອ່ານໜັງສືໄດ້ດົນຂຶ້ນແລ້ວ.

ທ່ານຮູ້ຫລືບໍ່ ເປັນຫຍັງອ່ານໜັງສືແລ້ວຈຶ່ງຫາວນອນ ? - 032905 2020 300x198 -     ທ່ານຮູ້ຫລືບໍ່ ເປັນຫຍັງອ່ານໜັງສືແລ້ວຈຶ່ງຫາວນອນ ?
Bored Student is Yawning at the School Desk in the Classroom

ທ່ານຮູ້ຫລືບໍ່ ເປັນຫຍັງອ່ານໜັງສືແລ້ວຈຶ່ງຫາວນອນ ? - 5 -     ທ່ານຮູ້ຫລືບໍ່ ເປັນຫຍັງອ່ານໜັງສືແລ້ວຈຶ່ງຫາວນອນ ?
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!