ສິ່ງທີ່ຄວນຮູ້ ການວອມຮ່າງກາຍ ກ່ອນ ແລະ ຫຼັງ ເມື່ອຈະອອກກຳລັງກາຍ ຫຼື ຫຼິ້ນກິລາ
ການຍືດກ້າມຊີ້ນເປັນຂັ້ນຕອນທີ່ສຳຄັນຫຼາຍ ສຳລັບການອອກກຳລັງກາຍ ຫຼື ການຫຼິ້ນກິລາ ທັງໃນຊ່ວງກ່ອນ ແລະ ຫຼັງຫຼິ້ນກິລາ ພາສາອັງກິດເອີ້ນວ່າ (Warm-up & Cool Down) ຫຼາຍໆຄົນອາດຈະເຄີຍໄດ້ຍິນ ຫຼື ຖືກຜູ້ຝຶກສອນໃຫ້ຍືດກ້າມຊີ້ນຫຼາຍໆ ກ່ອນທີ່ຈະມີການຊ້ອມ ໂດຍການຍືດກ້າມເນື້ອຄ້າງໄວ້ 10-15 ວິນາທີ.
ແຕ່ໃນຊ່ວງຜ່ານມາ, ການຍືດກ້າມຊີ້ນແບບ ຄົງທີ່ (Static stretching) ຖືກໃຊ້ໜ້ອຍລົງ ຄູຝຶກສອນໃຫ້ແກ້ວງແຂນ, ແກ້ວງຂາຫຼາຂຶ້ນ ໃຫ້ມີການເຄື່ອນໄຫວຫຼາຍຂຶ້ນ, ແຕ່ໃນດ້ານຂອງສະມັດຕະພາບທາງການກິລາການຍືດກ້າມຊີ້ນໃນແຕ່ລະແບບຊ່ວຍສົ່ງເສີມສັກກະຍາພາບໄດ້ຖ້າຫາກເລືອກເທັກນິກການຍືດມາໃຊ້ໃຫ້ຖືກຊ່ວງເວລາ.
ສຳລັບການຍືດແບ່ງອອກເປັນ 4 ປະເພດ ຄື: ການຍືດກ້າມຊີ້ນແບບຄ້າງຢູ່ກັບທີ່ (Static stretching) ຄືການຍືດກ້າມຊີ້ນໄປຮອດຈຸດທີ່ຮູ້ສຶກເຄັງຕຶງ ແຕ່ບໍ່ຮູ້ສຶກເຈັບ ແລະ ຄ້າງໄວ້ 10-20 ວິນາທີ ເໝາະສຳລັບຍືດເພື່ອເພີ່ມຄວາມອ່ອນໄຫວຂອງກ້າມຊີ້ນ ຫຼື ເພີ່ມຊ່ວງການເຄື່ອນໄຫວຂອງຂໍ້ຕໍ່, ການຍືດກ້າມຊີ້ນແບບເຄື່ອນໄຫວ (Dynamic Stretching) ຄືການຍືດກ້າມຊີ້ນໂດຍການເຄື່ອນໄຫວຂໍ້ຕໍ່ ແລະ ກ້າມຊີ້ນໃຫ້ມີການຫົດໂຕ ຫຼື ເປັນການເຄື່ອນໄຫວໂດຍຮຽນແບບທ່າທີ່ໃຊ້ໃນການຫຼິ້ນກິລາ ໂດຍສາມາດຍືດໄດ້ລາຍກຸ່ມກ້າມຊີ້ນ ແລະ ຫຼາຍຂໍ້ຕໍ່ພ້ອມໆ ກັນ, ສົ່ງຜົນເຮັດໃຫ້ການພັດທະນາການປະສານສຳພັນຂອງລະບົບປະສາດກັບກ້າມຊີ້ນໃຫ້ດີຂຶ້ນອີກດ້ວຍ
ການຍືດກ້າມຊີ້ນແບບມີແຮງກະທົບ (Ballistic Stretching) ຄືການຍືດກ້າມຊີ້ນໂດຍມີການເຄື່ອນໄຫວແບບປາຍເປີດ ເຊັ່ນ: ການແກ້ວງແຂນ, ຂາ ຫຼື ມຸນກະໂພກ ຫຼື ບ່າ ເປັນຕົ້ນ, ການຍືດໃນລັກສະນະນີ້ຈະມີຈັງຫວະກະທົບ ຫຼື ການເດັງກັບໃນຈັງຫວະສຸດທ້າຍ ເຊິ່ງອາດຈະບໍ່ເໝາະສົມກັບຄົນທີ່ມີອາການບາດເຈັບຂອງກ້າມຊີ້ນ, ການຍືດຫຍຽດກ້າມຊີ້ນແບບກະຕຸ້ນລະບົບປະສາດ ແລະ ກ້າມຊີ້ນ (Proprioceptive Neuromuscular Facilitation Stretching : PNF) ຄື ເປັນການຍືດໂດຍໃຫ້ກ້າມຊີ້ນຫົດໂຕເຄັງຕ້ານພາຍນອກ ໂດຍໃຫ້ຜູ້ຊ່ວຍເຮັດໃຫ້ການຍືດວິທີນີ້ຈະໃຫ້ຍືດໄປຈົນຮອດຈຸດທີ່ເຄັງແຕ່ບໍ່ເຈັບ ແລ້ວອອກແຮງເຄັງຕ້ານກັບຜູ້ຊ່ວຍໃນລັກສະນະຢູ່ກັບບ່ອນບໍ່ມີການເຄື່ອນໄວ້ຄ້າງໄວ້ 6-10 ວິນາທີ
ຫຼັງຈາກນັ້ນໃຫ້ຜ່ອນຄາຍ ແລ້ວຍືດຊໍ້າເພີ່ມຂຶ້ນໄປຈຸດທີ່ເຄັງ ແລ້ວເຄັງຕ້ານໃໝ່ອີກຄັ້ງໜຶ່ງ, ເຮັດຊ້ຳແບບເກົ່າ 3-5 ເທື່ອ ການຍືດແບບ PNF ຈະກະຕຸ້ນໃຫ້ກ້າມຊີ້ນມີການຄາຍໂຕເຮັດໃຫ້ມີຄວາມອ່ອນໄຫວຂອງກ້າມເນື້ອ ແລະ ເພີ່ມຊ່ວງການເຄື່ອນໄຫວຂອງຂໍ້ຕໍ່ໄດ້ດີຂຶ້ນ.
ເຊິ່ງປະໂຫຍດຂອງການຍືດກ້າມຊີ້ນ, ເປັນຕົ້ນແມ່ນ ເພື່ອເປັນການກຽມຄວາມພ້ອມຂອງຮ່າງກາຍ ກ່ອນການອອກກຳລັງກາຍ ຫຼື ຫຼິ້ນກິລາ, ເພີ່ມຄວາມອ່ອນໄຫວຂອງກ້າມຊີ້ນ ແລະ ຊ່ວງການເຄື່ອນໄຫວຂອງຂໍ້ຕໍ່, ເພີ່ມຄວາມສຳພັນຂອງລະບົບປະສາດກັບກ້າມຊີ້ນ, ພັດທະນາຄຸນນະພາບທາງການກິລາ ແລະ ຊ່ວຍເສີມບຸກຄະລິກທ່າທາງໃຫ້ດີຂຶ້ນ, ຊ່ວຍຮັກສາ ແລະ ປ້ອງກັນການບາດເຈັບຂອງກ້າມຊີ້ນຈາກການອອກກຳລັງກາຍ ຫຼື ຫຼິ້ນກິລາ, ຊ່ວຍລົດພາວະອາການຄ້ຽດ ແລະ ເຮັດຈິດໃຈສະງົບ.