ປກສ ເມືອງສີໂຄດຕະບອງ ຈັບແມ່ຫວຍອອນລາຍຕົ້ມຕຸນເງິນຫລາຍກວ່າ 1.500 ລ້ານກີບ

ປກສ ເມືອງສີໂຄດຕະບອງ ຈັບແມ່ຫວຍອອນລາຍຕົ້ມຕຸນເງິນຫລາຍກວ່າ 1.500 ລ້ານກີບ - 594 - ປກສ ເມືອງສີໂຄດຕະບອງ ຈັບແມ່ຫວຍອອນລາຍຕົ້ມຕຸນເງິນຫລາຍກວ່າ 1.500 ລ້ານກີບ
ປກສ ເມືອງສີໂຄດຕະບອງ ຈັບແມ່ຫວຍອອນລາຍຕົ້ມຕຸນເງິນຫລາຍກວ່າ 1.500 ລ້ານກີບ - kitchen vibe - ປກສ ເມືອງສີໂຄດຕະບອງ ຈັບແມ່ຫວຍອອນລາຍຕົ້ມຕຸນເງິນຫລາຍກວ່າ 1.500 ລ້ານກີບ

ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບຄໍາຮ້ອງຟ້ອງຈາກປະຊາຊົນຈໍານວນໜຶ່ງ ເລື່ອງການສໍ້ໂກງຊັບພົນລະເມືອງ, ຈາກນັ້ນເຈົ້າໜ້າຈຶ່ງໄດ້ລົງກວດກາ ແລະ ເກັບກໍາຂໍ້ມູນຫລັກຖານຕົວຈິງ ເຊິ່ງເຫັນວ່າຄົບອົງປະກອບໃນການດຳເນີນຄະດີ ຈຶ່ງໄດ້ກັກຕົວນາງ ລັດສະນິພອນ (ເຈີ້ນ) ອາຍຸ 30 ປີ, ອາຊີບຄ້າຂາຍ ຢູ່ບ້ານ ໂພນຄໍາ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ມາດໍາເນີນຄະດີ, ຊຶ່ງຜ່ານການສືບສວນ-ສອບສວນນາງ ລັດສະນີພອນ ຮັບສາລະພາບວ່າ: ໄດ້ສໍ້ໂກງຊັບພົນລະເມືອງແທ້ ດ້ວຍການເປີດໂຄສະນາຫລິ້ນຫວຍທາງອອນລາຍຜ່ານເຟສບຸກມາແຕ່ຕົ້ນເດືອນ ພະຈິກ 2019, ເພື່ອ ດຶງດູດຄົນມາຫລິ້ນ ນັບແຕ່ 25 ລ້ານກີບ, 50 ລ້ານກີບ ແລະ 100 ລ້ານກີບ ໂດຍຈະໄດ້ຮັບເງິນກຳໄລສູງເຮັດໃຫ້ມີປະຊາຊົນຫລົງເຊື່ອມາຫລິ້ນເປັນຈໍານວນຫລາຍ ແລະ ໄດ້ໂອນເງິນເຂົ້າບັນຊີທະນາຄານຂອງຜູ້ກ່ຽວ. ຈາກນັ້ນ, ກໍໃຫ້ລູກຫວຍເປຍຫວຍໃສ່ດອກເບ້ຍ, ເມື່ອລູກຫວຍເປຍໄດ້ ຜູ້ກ່ຽວພັດບໍ່ຈ່າຍເງິນໃຫ້ລູກຫວຍ; ເຊິ່ງລວມມີຍອດເງິນທີ່ຜູ້ກ່ຽວໂກງໄປຫລາຍກ່ວາ 1.500 ລ້ານກີບ.

ພັນໂທ ສອນເພັດ ວິຈິດ ຮອງຫົວຫນ້າ ປກສ ເມືອງໃຫ້ຮູ້ຕື່ມວ່າ: ປັດຈຸບັນຜູ້ເສຍຫາຍໄດ້ເຂົ້າມາແຈ້ງຄວາມແລ້ວ 7 ຄົນ ໃນຈໍານວນຜູ້ຕົກເປັນເຫຍື່ອນັບຫລາຍຮ້ອຍຄົນ ສ່ວນຜົນເສຍຫາຍທັງຫມົດຍັງຢູ່ໃນການສືບສວນ-ສອບສວນຂອງເຈົ້າຫນ້າທີ່ ແລະ ກຳລັງ ສືບຕໍ່ຂະຫຍາຍຜົນ ຫາກຸ່ມແກ້ງພວກຮ່ວມຂະບວນການ ມາດໍາເນີນຄະດີຕາມລະບຽບກົດໝາຍ.

ປກສ ເມືອງສີໂຄດຕະບອງ ຈັບແມ່ຫວຍອອນລາຍຕົ້ມຕຸນເງິນຫລາຍກວ່າ 1.500 ລ້ານກີບ - Visit Laos Visit SALANA BOUTIQUE HOTEL - ປກສ ເມືອງສີໂຄດຕະບອງ ຈັບແມ່ຫວຍອອນລາຍຕົ້ມຕຸນເງິນຫລາຍກວ່າ 1.500 ລ້ານກີບ
ປກສ ເມືອງສີໂຄດຕະບອງ ຈັບແມ່ຫວຍອອນລາຍຕົ້ມຕຸນເງິນຫລາຍກວ່າ 1.500 ລ້ານກີບ - 5 - ປກສ ເມືອງສີໂຄດຕະບອງ ຈັບແມ່ຫວຍອອນລາຍຕົ້ມຕຸນເງິນຫລາຍກວ່າ 1.500 ລ້ານກີບ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!