ເຜີຍເດັກ 1 ໃນ 5 ປະເທດພັດທະນາແລ້ວມີການເປັນຢູ່ທຸກຍາກ

- img 1 - ເຜີຍເດັກ 1 ໃນ 5 ປະເທດພັດທະນາແລ້ວມີການເປັນຢູ່ທຸກຍາກ
- kitchen vibe - ເຜີຍເດັກ 1 ໃນ 5 ປະເທດພັດທະນາແລ້ວມີການເປັນຢູ່ທຸກຍາກ

- 1497500809181 960x0 - ເຜີຍເດັກ 1 ໃນ 5 ປະເທດພັດທະນາແລ້ວມີການເປັນຢູ່ທຸກຍາກ

ປາຣີ 15 ມິຖຸນາ: ອົງການ​ທຶນ​ເພື່ອ​ເດັກ​ແຫ່ງ​ສະຫະ​ປະຊາ​ຊາດ (ອຸຍ​ນີ​ເຊບ) ລະບຸ​ວ່າ: ​ເດັກ 1 ​ໃນ 5 ປະ​ເທດ​ພັດທະນາ​ແລ້ວ​ມີ​ການ​ເປັນ​ຢູ່​ທຸກ​ຍາກ, ບໍ່​ໄດ້​ຮັບ​ຄວາມ​ປອດ​ໄພ ​ແລະ ອາຫານ​ຕາມ​ຫລັກ​​ໂພຊະ​ນາ​ການ​ຢ່າງ​ພຽງພໍ.

- Visit Laos Visit SALANA BOUTIQUE HOTEL - ເຜີຍເດັກ 1 ໃນ 5 ປະເທດພັດທະນາແລ້ວມີການເປັນຢູ່ທຸກຍາກ

ສູນ​ວິ​ໄຈ​ອິນ​ໂນ​ເຊ​ນຕິ​ຂອງ​ອຸຍ​ນີ​ເຊບ​ເຜີຍ​ແຜ່​ລາຍ​ງານ​ໃນ​ວັນ​ທີ 15 ມິຖຸນາ​ນີ້​ວ່າ: ການ​ມີ​ລາຍ​ຮັບ​ສູງ​ບໍ່​ໄດ້​​ເຮັ​ດ​ໃຫ້​ເດັກ​ທຸກ​ຄົນ​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ​ໂດ​ຍອັດຕະ​ໂນ​ມັດ, ​ແຕ່​ເຮັດ​ໃຫ້​ເກີດ​ຄວາມ​ບໍ່​ເທົ່າ​ທຽມ​ກັນ​ຫລາຍ​ຂຶ້ນ. ລັດຖະບານ​ທຸກ​ປະ​ເທດ​ຈຶ່ງ​ຕ້ອງ​ດຳ​ເນີນ​ມາດ​ຕະການ​ຫລຸດ​ຊ່ອງ​ວ່າງ ​ແລະ ສ້າງ​ຄວາມ​ກ້າວໜ້າ​ໃນ​ເລື່ອງ​ນີ້. ລາຍ​ງານ​ສະບັບ​ນີ້​ນຳ​ປັດ​ໄຈ​ດ້ານ​ການ​ສຶກສາ, ສຸຂະພາບ​ຈິດ, ການ​ເສບ​ຕິດ​ສິ່ງ​ມຶນ​ເມົາ, ​ໂອກາດ​ທາງ​ເສດຖະກິດ ​ແລະ ສະພາບ​ແວດ​ລ້ອມ ມາ​ຈັດ​ອັນ​ດັບ​ສະຫວັດ​ດິພາບ​ເຍົາວະ​ຊົນ​ໃນ​ປະ​ເທດ​ລາຍ​ຮັບ​ສູງ 41 ປະ​ເທດ​ພົບ​ວ່າ: ​ເຢຍລະ​ມັນ ​ແລະ ກຸ່ມ​ປະ​ເທດ​ນໍ​ດິກ​ຢູ່​ເອີຣົບ​ເໜືອ​ມີ​ຄະ​ແນນ​ສູງ​ສຸດ, ຂະນະ​ທີ່ຣູມາ​ນີ, ບຸນ​ກາລີ ​ແລະ ຊີ​ເລ​ມີ​ຄະ​ແນນ​ຕໍ່າ​ສຸດ.

- MDG UNICEF report on Sta 006 - ເຜີຍເດັກ 1 ໃນ 5 ປະເທດພັດທະນາແລ້ວມີການເປັນຢູ່ທຸກຍາກ

ລາຍ​ງານ​ຊີ້​ວ່າ: ​ເຍົາວະ​ຊົນ​ນູ​ແວນ​ເຊ​ລັງ​ມີ​ບັນຫາ​ສຸຂະພາບ​ຈິດ​ສູງ, ອັດຕາ​ຂ້າ​ຕົວ​ຕາຍ​ໃນ​ໄວ 15-19 ປີ​ສູງ​ທີ່​ສຸດ​ໃນ​ໂລກ ​ແລະ ສູງ​ກວ່າ​ປະ​ເທດ​ອື່ນໆ​ໃນ​ລາຍ​ງານ​ສະບັບ​ນີ້​ເກືອບ 3 ​ເທົ່າ ລວມທັງ​ຍີ່ປຸ່ນ ​ແລະ ​ແຟງ​ລັງ ​ເດັກ​​ໄວ 15 ປີ​ປະມານ 1 ​ໃນ 5 ບໍ່​ໄດ້​ຮັບ​ການ​ສຶກສາ​ຕາມ​ມາດຕະຖານ, ​ເຍົາວະ​ຊົນ​ຂອງ​ປະ​ເທດ​ຮັ່ງມີ​ສ່ວນ​ຫລາຍ​ນອກຈາກ​ມີ​ບັນຫາ​ສຸຂະພາບ​ຈິດ​ເພີ່ມ​ຂຶ້ນ​ແລ້ວ ຍັງ​ມີ​ບັນຫາ​ພະຍາດ​ຕຸ້ຍ​ເພີ່ມ​ຂຶ້ນອີກ.

- 5 - ເຜີຍເດັກ 1 ໃນ 5 ປະເທດພັດທະນາແລ້ວມີການເປັນຢູ່ທຸກຍາກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!