ທົ່ວໂລກໃຫ້ຄວາມສຳຄັນກັບເດັກ ໂດຍກຳນົດໃຫ້ມີ 3 ວັນເດັກ

ທົ່ວໂລກໃຫ້ຄວາມສຳຄັນກັບເດັກ ໂດຍກຳນົດໃຫ້ມີ 3 ວັນເດັກ - 294 - ທົ່ວໂລກໃຫ້ຄວາມສຳຄັນກັບເດັກ ໂດຍກຳນົດໃຫ້ມີ 3 ວັນເດັກ
ທົ່ວໂລກໃຫ້ຄວາມສຳຄັນກັບເດັກ ໂດຍກຳນົດໃຫ້ມີ 3 ວັນເດັກ - kitchen vibe - ທົ່ວໂລກໃຫ້ຄວາມສຳຄັນກັບເດັກ ໂດຍກຳນົດໃຫ້ມີ 3 ວັນເດັກ

      ປັດຈຸ​ບັນໃນ​ທົ່ວ​ໂລກມີ 3 ວັນ​ເດັກທີ່​ໄດ້​ຮັບ​ການ​ປະກາດຄື: ວັນ​ເດັກ​ສາກົນ (ວັນທີ 1 ມິຖຸນາ), ວັນ​ເດັກ​ຈັກກະວານ (20 ພະຈິກ) ​ຫລື ວັນເດັກໂລກ ແລະ ວັນ​ເດັກ​ແຫ່ງ​ຊາດ (24 ທັນວາ).

ວັນ​ເດັກ​ສາກົນ ແມ່ນ​ເຫດການ​ພິ​ເສດໜຶ່ງທີ່​ມີ​ຄວາມໝາຍ​ ແນ​ໃສ່​ບັນລຸ​ໃຫ້​ໄດ້ຈຸດປະສົງ ​ທັງ​ປົກ​ປ້ອງ ​ແລະ ສັນລະ​ເສີນ​ເດັກໃນ​ທົ່ວ​ໂລກ; ຍ້ອນ​ເຫັນ​ໄດ້ຄວາມ​ສໍາຄັນ​ຂອງ​ເດັກທີ່​ເປັນໜໍ່ແໜງ​ແຫ່ງ​ຊີວິດ​ໃນ​ມື້ນີ້ ​ເພື່ອ​ກາຍ​ເປັນ​ອະນາຄົດອັນ​ແຈ່ມ​ໃສຂອງ​ປະ​ເທດ​ຊາດ​ໃນ​ມື້ໜ້າ ບັນດາ​ປະຊາ​ຊາດ​ໃນ​ທົ່ວ​ໂລກຈຶ່ງໄດ້​ມີ​ການສະ​ເຫລີມສະຫລອງວັນ​ເດັກສາກົນຕາມ​ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ປະ​ເທດ​ຕົນ.

ທົ່ວໂລກໃຫ້ຄວາມສຳຄັນກັບເດັກ ໂດຍກຳນົດໃຫ້ມີ 3 ວັນເດັກ - Visit Laos Visit SALANA BOUTIQUE HOTEL - ທົ່ວໂລກໃຫ້ຄວາມສຳຄັນກັບເດັກ ໂດຍກຳນົດໃຫ້ມີ 3 ວັນເດັກ

ວັນ​ເດັກ​ສາກົນ ວັນ​ທີ 1 ມິຖຸນາ ​ໄດ້​ຮັບ​ການສະ​ເຫລີມສະຫລອງຢູ່​ຫລາຍ​ປະ​ເທດ​ທົ່ວ​ໂລກ​ເຊັ່ນ: ປະ​ເທດ​ອາກ​ເມ​ນີ, ອາ​ແຊກ​ບາຍ​ຈານ, ບູນກາລີ, ອານ​ບາ​ນີ, ອັງ​ໂລກາ, ສປ ຈີ​ນ, ສ.​ເຊັກ​, ຣັດ​ເຊຍ ແລະ ບັນດາ​ປະ​ເທດ​ອະດີດສະຫະພາບ​ໂຊ​ວຽດ, ​ເອກົວ​ດໍ, ສະຫະພັນ​ເຢຍລະ​ມັນ (ສະຫລອງທັງ 1 ມິຖຸ ນາ ​ແລະ 20 ພະຈິກ), ສປປ ລາວ, ມຽນມາ, ມົງ​ໂກ​ລີ, ນີກາ​ຣາ​ກົວ, ​ເຢ​ແມນ, ​ໂກ​ໂຊ​ໂວ, ປາ​ກິດ​ສະຖານ, ​ໂປ​ໂລ​ຍ, ກໍາປູ​ເຈຍ, ປອກຕູ​ການ, ກິ​ນິ-ບິ​ຊາວ, ຕີ​ມໍ​​ແລ​ສ​ເຕ, ອັງ​ໂກລາ, ​ໂມ​ຊໍາ​ບິ​ກ, ຣູມາ​ນີ, ສະ​ໂລ​ວາ​ກີ, ອູ​ແກຣນ, ສສ.ຫວຽດນາມ ​ແລະ ອື່ນໆ. ​​ເລີ່​ມໃນ​ປີ 1924 ​ເມື່ອ​ກອງ​ປະຊຸມສະມັດຊາ​ໃຫຍ່​ຂອງ​ສັນນິບາດ​ນາໆຊາດ, ​ໃນ​ວັນ​ທີ 16 ກັນຍາ 1924 ​ໄດ້​ຮັບຮອງ​ເອົາ “ຖະ​ແຫລງການ​ເຊີ​ແນວ ກ່ຽວກັບ​ສິດທິ​ຂອງ​ເດັກ” ​ເປັນຄັ້ງທໍາ​ອິດ ຊຶ່ງ​ໄດ້​ປະກາດ​ວ່າ:​ ເດັກ​ມີ​ຄວາມ​ຕ້ອງການ​ໃນການ​ປ້ອງ​ກັນ ​ແລະ ດູ​ແລ​ເບິ່ງ​ແຍງ​ເປັນ​ພິ​ເສດ ລວມທັງ​ການ​ປົກ​ປ້ອງ​ທີ່​ເໝາະສົມທາງ​ດ້ານ​ກົດໝາຍກ່ອນ​ເກີດ ​ແລະ ຫລັງ​ເກີດ ຍ້ອນ​ວ່າ​ເດັກ​ຍັງ​ບໍ່​ທັນ​ມີ​ວຸດ​ທິພາ​ວະ​ທີ່ສົມບູນ​ຄົບ​ຖ້ວນທາງ​ດ້ານ​ຮ່າງກາຍ ​ແລະ ຈິດ​ໃຈ. ​ໃນ​ປີ​ຕໍ່​ມາກ​ອງປະຊຸມ​ໂລກຄັ້ງທໍາ​ອິດ ເພື່ອ​ຄວາມ​ເປັນ​ຢູ່​ທີ່​ດີ​ຂອງ​ເດັກໄດ້ຖືກຈັດ​ຂຶ້ນຢູ່​ເຊີ​ແນວ ປະ​ເທດ​ສະ​ວິດ​ເຊີ​ແລນ​ ໃນ​ວັນ​ທີ 1 ມິຖຸນາ 1925 ແລະ ​ກໍໄດ້​ປະກາດ​ເອົາວັນດັ່ງກ່າວເປັນ​ວັນ​ເດັກ​ສາກົນ. ຕົກ​ມາຮອດເດືອນ​ພະຈິກ 1949 ກອງ​ປະຊຸມ​ໃຫຍ່​ຂອງ​ສະຫະພັນ​ແມ່ຍິງປະຊາທິປະ​ໄຕ​ສາກົນ ທີ່ນະຄອນຫລວງມົດ​ສະ​ກູ ສະຫະພາບ​ໂຊ​ວຽດ ​ກໍໄດ້​ປະກາດ​ເອົາ​ວັນ​ທີ 1 ມິຖຸນາ ​ເປັນ​ວັນ​ເດັກ​ສາກົນ​ອີກ​ເທື່ອ​ໜຶ່ງ ຈຸດປະສົງ​ກໍເພື່ອ​​ປົກ​ປ້ອງ​ເດັກ-ສັນລະເສີນເດັກ ແລະ ເລີ່ມຈັດຕັ້ງປະຕິບັດ​ນັບແຕ່​ປີ 1950 ​ເປັນຕົ້ນ​ມາ​. ການສະ​ເຫລີມສະຫລອງວັນ​ເດັກ​ສາກົນ ​ປົກກະຕິ​ປະກອບ​ມີການ​ອອກ​ບົດ​ປາ​ໄສທີ່ກ່ຽວພັນເຖິງ​ສິດທິ, ຄວາມ​ເປັນ​ຢູ່​ທີ່​ດີ​ຂອງ​ເດັກ ​ແລະ ການດໍາ​ເນີນ​ກິດຈະ​ກໍາ​ຕ່າງໆ​ເພື່ອ​ເດັກ.

ພ້ອມ​ນີ້, ບັນດາປະເທດທີ່ສະເຫລີມສະຫລອງວັນເດັກຈັກກະວານ ຫລື ວັນເດັກໂລກ 20 ພະຈິກ ປະກອບມີ: ປະເທດການາດາ, ເອຢິບ, ແຟັງລັງ, ສະຫະພັນເຢຍລະມັນ, ອີກລັງ, ອິສະຣາແອລ, ປາກິດສະຖານ, ຊູແອັດ, ຕຣີນີດັດ ແລະ ໂຕບັກໂກ. ສ່ວນ ສປປ ລາວ ເຮົາ ກໍໄດ້ສະເຫລີມສະຫລອງວັນດັ່ງ ກ່າວເປັນປີທຳອິດ ໃນປີ 2018 ຜ່ານມາ ເຊິ່ງຖະແຫລງການກ່ຽວກັບສິດທິເດັກ ແລະ ສົນທິສັນຍາ ວ່າດ້ວຍສິດທິເດັກ ແມ່ນອີງໃສ່ຄວາມເຄົາລົບກົດບັດຂອງອົງການສະຫະປະຊາຊາດ ທີ່ຮັບຮູ້ວ່າມະນຸດທຸກຄົນ ລວມທັງເດັກລ້ວນແຕ່ມີກຽດສັກສີ ແລະ ມີສິດທິເທົ່າທຽມກັນ ຊຶ່ງບໍ່ສາມາດຕັດແຍກອອກຈາກກັນໄດ້.

ສຳລັບ ສປປ ລາວ ຂອງພວກເຮົາໄດ້ມີມູນເຊື້ອຈັດຕັ້ງປະຕິບັດສະເຫລີມສະຫລອງວັນເດັກສາກົນ (1 ມິຖຸນາ) ນັບແຕ່ສະໄໝຕໍ່ສູ້ກູ້ຊາດໃນເມື່ອກ່ອນຈົນເຖິງປັດຈຸບັນ ພາຍຫລັງມີການສະຖາປະນາ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ການສະເຫລີມສະຫລອງວັນເດັກສາກົນ (1 ມິຖຸນາ) ໃນແຕ່ລະປີເປັນໂອກາດອັນດີໃຫ້ພວກເຮົາໄດ້ທົບທວນຄືນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ນິຕິກຳຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ ລວມທັງເປົ້າໝາຍການພັດທະນາແບບຍືນຍົງທີ່ພົວພັນເຖິງວຽກແມ່ ແລະ ເດັກ ກໍຄືສົນທິສັນຍາສາກົນ ແລະ ພາກພື້ນອາຊຽນກ່ຽວກັບເດັກທີ່ ສປປ ລາວ ເປັນພາຄີ ເປັນຕົ້ນສົນທິສັນຍາວ່າດ້ວຍສິດທິເດັກ ຈຸດປະສົງເພື່ອຮັບປະກັນການຢູ່ລອດ, ການພັດທະນາ, ການປົກປ້ອງ ແລະ ການມີສ່ວນຮ່ວມຂອງເດັກລາວບັນດາເຜົ່າໃຫ້ມີໄວເດັກທີ່ເຕັມໄປດ້ວຍຄວາມຜາສຸກ, ຄວາມອົບອຸ່ນ ແລະ ການດູແລເບິ່ງແຍງເປັນຢ່າງດີຈາກພໍ່-ແມ່, ຍາດຕິພີ່ນ້ອງໃນຄອບຄົວ, ສັງຄົມ ແລະ ການຈັດຕັ້ງທຸກຂັ້ນ.

ທົ່ວໂລກໃຫ້ຄວາມສຳຄັນກັບເດັກ ໂດຍກຳນົດໃຫ້ມີ 3 ວັນເດັກ - 5 - ທົ່ວໂລກໃຫ້ຄວາມສຳຄັນກັບເດັກ ໂດຍກຳນົດໃຫ້ມີ 3 ວັນເດັກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!