ໂຄວິດ-19 ເຮັດໃຫ້ການລົງທຶນດ້ານພະລັງງານ ຫລຸດລົງຫລາຍທີ່ສຸດໃນປະຫວັດສາດ

ໂຄວິດ-19 ເຮັດໃຫ້ການລົງທຶນດ້ານພະລັງງານ ຫລຸດລົງຫລາຍທີ່ສຸດໃນປະຫວັດສາດ - 283 - ໂຄວິດ-19 ເຮັດໃຫ້ການລົງທຶນດ້ານພະລັງງານ ຫລຸດລົງຫລາຍທີ່ສຸດໃນປະຫວັດສາດ
ໂຄວິດ-19 ເຮັດໃຫ້ການລົງທຶນດ້ານພະລັງງານ ຫລຸດລົງຫລາຍທີ່ສຸດໃນປະຫວັດສາດ - kitchen vibe - ໂຄວິດ-19 ເຮັດໃຫ້ການລົງທຶນດ້ານພະລັງງານ ຫລຸດລົງຫລາຍທີ່ສຸດໃນປະຫວັດສາດ

     ອົງການ​ພະລັງງານ​ສາກົນ ຫລື IEA ລະບຸ​ວ່າ: ການລະບາດ​ຂອງ​ພະຍາດ​ຕິດ​ເຊື້ອ​ໄວຣັສ​ໂຄ​ໂຣນາ 2019 ຫລື ​ໂຄ​ວິດ-19 ​ເຮັດ​ໃຫ້ການ​ລົງທຶນ​ດ້ານ​ພະລັງງານ​ທົ່ວ​ໂລກ​ຫລຸດ​ລົງ​ຫລາຍ​ທີ່​ສຸດ​ໃນ​ປະຫວັດສາດ.

IEA ລະບຸ​ໃນ​ລາຍ​ງານ​ປະຈຳ​ປີ​ ວ່າ​ດ້ວຍ​ການ​ລົງທຶນ​ດ້ານ​ພະລັງງານ​ຂອງ​ໂລກ​ວ່າ: ການ​ລົງທຶນ​ດ້ານ​ພະລັງງານ​ທົ່ວ​ໂລກ​ຫລຸດ​ລົງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ ທັງ​ໃນ​ດ້ານ​ປະລິມານ​ການ​ລົງທຶນ ​ແລະ ຄວາມ​ວ່ອງ​ໄວ​ຂອງ​ການ​ຫລຸດ​ລົງ.

ໂຄວິດ-19 ເຮັດໃຫ້ການລົງທຶນດ້ານພະລັງງານ ຫລຸດລົງຫລາຍທີ່ສຸດໃນປະຫວັດສາດ - Visit Laos Visit SALANA BOUTIQUE HOTEL - ໂຄວິດ-19 ເຮັດໃຫ້ການລົງທຶນດ້ານພະລັງງານ ຫລຸດລົງຫລາຍທີ່ສຸດໃນປະຫວັດສາດ

IEA ​ເຕືອນ​ວ່າ: ຜົນ​ກະທົບ​ທາງ​ເສດຖະກິດ​ຈາກ​ວິ​ກິດ​ສາທາລະນະ​ສຸກ​ມີ​ຜົນ​ກະທົບ​ຮ້າຍ​ແຮງ​ຕໍ່​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ ​ແລະ ການ​ປ່ຽນ​ໄປ​ໃຊ້​ພະລັງງານ​ສະອາດ ​ໂດຍ​ລະບຸ​ວ່າ: ການ​ຫລຸດ​ລົງຢ່າງ​ວ່ອງ​ໄວ​ຂອງ​ການ​ລົງທຶນ​ດ້ານ​ພະລັງງານ​ໃນ​ລະດັບ​ໂລກ ສ້າງ​ບັນຫາ​ຫລາຍ​ປະການ ທັງ​ການ​ສູນ​ເສຍ​ວຽກ ​ແລະ ​ໂອກາດ​ທາງ​ເສດຖະກິດ​ໃນ​ປັດຈຸບັນ ​ແລະ ການ​ບໍ່​ມີ​ພະລັງງານ​ທີ່​ອາດ​ຕ້ອງ​ໃຊ້​ໃນ​ອະນາຄົດ​ເມື່ອ​ເສດຖະກິດ​ຟື້ນຕົວ. ຂະນະ​ດຽວ​ກັນ ການ​ຢຸດ​ການ​ໃຊ້​ຈ່າຍ​ດ້ານ​ເຕັກ​ໂນ​ໂລ​ຊີ​ພະລັງງານ​ສະອາດ ຍັງ​ຈະ​ເຮັດ​ໃຫ້ການ​ປ່ຽນຜ່ານ​ໄປ​ສູ່​ລະບົບ​ພະລັງງານ​ທີ່​ຍືນ​ຍົງ​ຫລາຍ​ຂຶ້ນຕົກ​ຢູ່​ໃນ​ຄວາມ​ສ່ຽງ.

ຜູ້ອຳນວຍການ​ບໍລິຫານ​ຂອງ IEA ລະບຸ​ວ່າ: ​ເຖິງ​ວ່າ​ວິ​ກິດຈະ​ເຮັດ​ໃຫ້ການ​ປ່ອຍ​ມົນ​ລະ​ພິດ​ໜ້ອຍ​ລົງ, ​ແຕ່​ເປັນ​ການ​ຫລຸດ​ລົງ​ດ້ວຍ​ເຫດຜົນ​ທີ່​ບໍ່​ຖືກຕ້ອງ ​ເພາະ​ການຈະ​ຫລຸດ​ປ່ອຍ​ມົນ​ລະ​ພິດ​ທົ່ວ​ໂລກ​ແບບ​ຍືນ​ຍົງ ຈະ​ຕ້ອງ​ມີ​ການ​ລົງທຶນ​ດ້ານ​ພະລັງງານ​ສະອາດ​ເພີ່ມ​ຂຶ້ນ. ພ້ອມ​ຊີ້​ວ່າ: ລາຍ​ງານ​ສະບັບ​ຕໍ່​ໄປ​ຂອງ IEA ຈະ​ໃຫ້​ຄຳ​ແນະນຳ​ເຖິງ​ວິທີ​ທີ່​ແຕ່ລະ​ປະ​ເທດ​ຈະ​ສາມາດ​ສ້າງ​ວຽກ ​ແລະ ກະ​ຕຸ້ນ​ກິດຈະກຳ​ທາງ​ເສດຖະກິດ​ໄດ້​ຢ່າງ​ວ່ອງ​ໄວ ​ໂດຍ​ການ​ສ້າງ​ລະບົບ​ພະລັງງານ​ທີ່​ສະອາດຫລາຍ​ຂຶ້ນ.

ໂຄວິດ-19 ເຮັດໃຫ້ການລົງທຶນດ້ານພະລັງງານ ຫລຸດລົງຫລາຍທີ່ສຸດໃນປະຫວັດສາດ - 3 - ໂຄວິດ-19 ເຮັດໃຫ້ການລົງທຶນດ້ານພະລັງງານ ຫລຸດລົງຫລາຍທີ່ສຸດໃນປະຫວັດສາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!