ນະຄອນຫລວງຈະສະຫລອງວັນສິ່ງແວດລ້ອມແຫ່ງຊາດ ປູກຈິດສໍານຶກຂອງສັງຄົມໃນການປົກປັກຮັກສາປ່າໄມ້


ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໃຫ້ສຳພາດຕໍ່ນັກຂ່າວຫນັງສືພິມລາວພັດທະນາວ່າ: ໃນວັນທີ 5 ມີຖຸນາທີ່ຈະມາເຖິງນີ້ ນະຄອນຫລວງວຽງຈັນຈະສະຫລອງວັນສິ່ງແວດລ້ອມແຫ່ງຊາດ ພາຍຫລັງລັດຖະບານໄດ້ກໍານົດເອົາວັນທີ 5 ມິຖຸນາຂອງທຸກໆປີ ເປັນວັນວັນສິ່ງແວດລ້ອມແຫ່ງຊາດ ເປັນວັນດຽວກັນກັບວັນສິ່ງແວດລ້ອມໂລກ ເພື່ອແນໃສ່ປູກຈິດສຳນຶກໃຫ້ສັງຄົມ ກໍຄືປະຊາຊົນລາວບັນດາເຜົ່າຮູ້ຮັກສາສິ່ງແວດລ້ອມ ແລະ ປົກປັກຮັກສາປ່າໄມ້. ສຳລັບປີ 2020 ນີ້, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ ຈະໄດ້ຈັດງານສະເຫຼີມສະຫຼອງວັນດັ່ງກ່າວ ປະກອບມີ 4 ກິດຈະກໍາຄື: ສະເຫຼີມສະຫລອງວັນສິ່ງແວດລ້ອມໂລກວັນທີ 5 ມິຖຸນາ ຄົບຮອບ 48 ປີ ພາຍໃຕ້ຄໍາຂວັນ “ເຖິງເວລາຕ້ອງປົກປັກຮັກສາທຳມະຊາດ”, ສະເຫຼີມ ສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ພາຍໃຕ້ຄຳຂວັນ “ພັດທະນາໄປຕາມທິດຍຶນຍົງ ຂຽວສະອາດ ແລະ ງາມຕາ ຄືຄວາມປາຖະໜາຂອງຊາວນະຄອນຫຼວງວຽງຈັນ” ແລະ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ໃນນີ້ຈະເນັ້ນຄຸນນະພາບຂອງການປູກຕົ້ນໄມ້ ເຊິ່ງໄດ້ກໍານົດໃຫ້ພະນັກງານລັດຖະກອນຜູ້ຫນຶ່ງຕ້ອງປູກຕົ້ນໄມ້ໃຫ້ໄດ້ 1 ຕົ້ນພາຍໃນສໍານັກງານຂອງຕົນເອງ ແລະ ຕ້ອງບົວລະບັດຮັກສາຕົ້ນໄມ້ໃຫ້ໃຫຍ່. ພ້ອມນີ້ ຍັງຈະໄດ້ເປີດໂຄງການຂຽວສະອາດງາມຕາອີກດ້ວຍ.
ສຳລັບການຈັດກິດຈະກຳສະເຫຼີມສະຫຼອງດັ່ງກ່າວ ແມ່ນຈະຈັດໃນວົງແຄບເນັ້ນດ້ານເນື້ອໃນ, ໃນນີ້ຈະໄດ້ເຊີນເອົາບັນດາຄະນະນຳຂັ້ນສູງຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄະນະນຳຂັ້ນສູງນະຄອນຫຼວງວຽງຈັນ ຕະຫຼອດຮອດຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 9 ຕົວເມືອງເຂົ້າຮ່ວມ.