STB ຮ່ວມມືກັບ ETL ອໍານວຍຄວາມສະດວກໃຫ້ແກ່ລູກຄ້າຂອງສອງຝ່າຍ




ໃນວັນທີ 27 ພຶດສະພານີ້, ທະນາຄານ ເອັສທີ ຈໍາກັດ (STB) ຮ່ວມກັບ ບໍລິສັດ ອີທີແອລ ຈໍາກັດ (ETL) ໄດ້ຮ່ວມລົງນາມໃນສັນຍາຮ່ວມວ່າດ້ວຍການຊໍາລະຄ່າບໍລິການຕ່າໆຂອງອີທີແອລ, ລະຫວ່າງທ່ານ ຈະຣັດຊະຍຸດ ອໍາຍົງ ຜູ້ອໍານວຍການໃຫຍ່ ທະນາຄານເອັສທີ ຈໍາກັດ ແລະ ທ່ານ ຮວງ ສູ ຢຸນ ອໍານວຍການໃຫຍ່ ບໍລິສັດ ອີທີແອລ ຈໍາກັດ, ຂຶ້ນຢູ່ສໍານັກງານໃຫຍ່ທະນາຄານເອັສທີ ທີ່ນະຄອນຫຼວງວຽງຈັນ ເພື່ອອໍານວຍຄວາມສະດວກໃຫ້ແກ່ລູກຄ້າຂອງສອງຝ່າຍໄດ້ຮັບການບໍລິການວ່ອງໄວ ແລະ ສະດວກສະບາຍຫຼາຍຂຶ້ນຄື: ການຮັບຊໍາລະຄ່າບໍລິການໂທລະສັບຕັ້ງໂຕະ, ລາຍເດືອນ, ບໍລິການອິນເຕີເນັດ, ສາຍເຊົ່າພາຍໃນ ແລະ ຕ່າງປະເທດ. ພ້ອມນັ້ນ, ລູກຄ້າຍັງສາມາດຕື່ມມູນຄ່າໂທໂດຍຜ່ານທຸກຊ່ອງທາງຂອງທະນາຄານ ເອັສທີ ໄດ້ທຸກສາຂາທົ່ວປະເທດ.


ທ່ານ ຈະຣັດຊະຍຸດ ອໍາຍົງ ຜູ້ອໍານວຍການໃຫຍ່ ທະນາຄານເອັສທີ ຈໍາກັດ ກ່າວວ່າ: ພວກເຮົາມີຄວາມຮູ້ສຶກພາກພູມໃຈ ທີ່ໄດ້ຮ່ວມງານກັບບໍລິສັດ ອີທີແອລ ໃນການເປັນຕົວແທນການຮັບຊຳລະຄ່າບໍລິການທາງດ້ານໂທລະຄົມມະນາຄົມ, ເຊິ່ງຈະຊ່ວຍສ້າງຜົນປະໂຫຍດໃຫ້ແກ່ລູກຄ້າທັງສອງຝ່າຍ ແລະ ເປັນບາດກ້າວໃໝ່ ໃນການບໍລິການທາງດ້ານການເງິນ ແລະ ການບໍລິການຂອງພວກເຮົາ.


ພ້ອມນີ້, ທ່ານ ຮວງ ສູ ຢຸນ ອໍານວຍການໃຫຍ່ ບໍລິສັດ ອີທີແອລ ຈໍາກັດ ກໍມີຄຳເຫັນວ່າ: ການຮ່ວມມືດັ່ງກ່າວ ກໍເພື່ອແນໃສ່ສ້າງອໍານວຍຄວາມສະດວກໃຫ້ແກ່ລູກຄ້າທັງສອງຝ່າຍໄດ້ຮັບການບໍລິການສະດວກສະບາຍຍິ່ງຂຶ້ນ. ເຊິ່ງອີທີແອລໃນນາມເປັນຜູ້ໃຫ້ບໍລິການດ້ານໂທລະຄົມອີກແຫ່ງໜຶ່ງຢູ່ ສປປ ລາວ ພວກເຮົາໄດ້ມີບໍລິການຫຼາກຫຼາຍ ແລະ ມີຄວາມພ້ອມຮ່ວມກັບທະນາຄານເອັສທີໄດ້ໂດຍສະດວກ.

