ບັນຫາຄ່າໄຟຍັງຕ້ອງບຸກທະລຸໄປໃຫ້ເຖິງກົກເຖິງຮາກ


ໂດຍ: ທິດກໍ່າ
ໃນທ່າມກາງທີ່ປະຊາຊົນຊາວໂລກ ກໍຄືຊາວລາວເຮົາ ພວມເຮັດສົງຄາມຕ້ານກັບເຊື້ອພະຍາດຈັງໄຮໂຄວິດ-19 ກະແສຂ່າວທີ່ມາແຮງແຊງໂຄວິດ-19 ກໍແມ່ນເລື່ອງໄຟຟ້າ, ຄ່າກະແສໄຟຟ້າແພງຜິດປົກ ກະຕິ ຈົນເຮັດໃຫ້ຫລາຍຄົວເຮືອນ ນັບທັງສຳນັກງານອົງການ, ໂຮງຈັກໂຮງງານ, ຕຶກຫ້າງຮ້ານມີຫາງສຽງ ແລະ ຍອມຮັບບໍ່ໄດ້. ອັນສາເຫດກໍຍ້ອນວ່າໃຜກໍໄດ້ພິສູດ ແລະ ປຽບທຽບໃສ່ການນຳໃຊ້ຜ່ານມາກັບໃນຊ່ວງໂຄວິດມັນແຕກຕ່າງກັນ ແລະ ຂຶ້ນເປັນສອງສາມທົບ. ມີພະນັກງານທ່ານໜຶ່ງໄດ້ໄປຈົ່ມສູ່ ທິດກໍ່າ ຟັງວ່າ: (ຂໍສະຫງວນຊື່) ຢູ່ສຳນັກງານຂອງເຂົາໃນຊ່ວງພັກຕ້ານໂຄວິດ ຫ້ອງການກໍຖືກປິດ ບາດບິນຄ່າໄຟອອກມາເພີ່ມຂຶ້ນເປັນສອງສາມທົບ. ເມື່ອຖືກເຈລະນາເວົ້າວ່າກັນ ທາງຜູ້ກ່ຽວຂ້ອງກໍບອກວ່າໃຫ້ເຮັດໃບສະເໜີໄປ ເພື່ອຈະມີການກວດກາຄືນໃໝ່.
ນອກນັ້ນ ພະນັກງານຂອງບໍລິສັດໄຟຟ້າແຖມຍັງບອກຕື່ມວ່າ: “ຫ້າມເວົ້າໄປໃສທົ່ວທີບ” ວ່າຊັ້ນ ! ອີກລາຍໜຶ່ງ ເຊິ່ງ ທິດກໍ່າ ກັບເຂົາຊະນິດກັນດີ ໄດ້ເລົ່າໃຫ້ຟັງວ່າ: ໃນຜ່ານມາ ຄອບຄົວເຂົາໄດ້ຈ່າຍຄ່າກະແສໄຟຟ້າແຕ່ລະເດືອນພຽງ 70.000 ຫາ 100.000 ກີບສູງສຸດ, ແຕ່ຕໍ່ມາໃນວັນທີ 2 ຂອງເດືອນພຶດສະພາ 2020 ໄດ້ມີຄອບຄົວອ້າຍນ້ອງໄປຢູ່ເພີ່ມ ໂດຍແບ່ງປັນຫ້ອງຢູ່, ມີແອເພີ່ມ 1 ໜ່ວຍ, ດອກໄຟ 40 ວັດ 4-5 ດອກຕື່ມ ຢູ່ໄດ້ປະມານສອງອາທິດ ມີພະນັກງານເກັບເງິນເອົາບິນຄ່າໄຟໄປສົ່ງໃຫ້ ເພີ່ມຂຶ້ນເຖິງ 700.000 ກີບ ຈົນມີການສອບຖາມເວົ້າວ່າກັນ ສຸດທ້າຍມາພະນັກງານເກັບຄ່າໄຟກໍເວົ້ານາບຂູ່ປັດປ່າຍວ່າເຈົ້ານີ້ມັກຍາກບໍ່ຢາກຈ່າຍ, ຂ້ອຍເປັນພະນັກງານເກັບຄ່າໄຟຢູ່ເຂດນີ້ມາສິບກວ່າປີແລ້ວ ບໍ່ເຫັນໃຜມັກຍາກຄືເຈົ້າ. ຝ່າຍເຈົ້າຂອງບ້ານກໍເວົ້າຕອບວ່າ: ບໍ່ແມ່ນຂ້ອຍມັກຍາກ ຄ່າໄຟມັນຂຶ້ນຜິດປົກກະຕິ ຂ້ອຍຕ້ອງໄດ້ກວດກາສອບຖາມເບິ່ງສາເຫດກ່ອນ. ຈາກນັ້ນ ພະນັກງານເກັບເງິນກໍຂີ່ລົດຈັກໜີໄປ. ນີ້ຄືປາກົດການນ້ອຍໆ ແຕ່ເປັນເລື່ອງໃຫຍ່ສຳລັບຜູ້ໃຊ້ໄຟຟ້າກັບຜູ້ເກັບເງິນຄ່າໄຟຟ້າ.
ນອກຈາກບັນຫາທີ່ ທິດກໍ່າ ໄດ້ຍົກມາຂ້າງເທິງນີ້ແລ້ວ, ຍັງມີອີກຫລາຍລາຍ, ຫລາຍຄົວເຮືອນ, ຫລາຍສຳນັກງານອົງການທີ່ພາກັນຈົ່ມວ່າຄ່າໄຟຟ້າແພງຜິດປົກກະຕິດັ່ງທີ່ເຫັນຢູ່ໃນສື່ອອນລາຍ ທັງໄລ້ສົດ, ທັງຂຽນເລົ່າທຸກອອກຕາມກະແສສື່ອອນລາຍແຜ່ຜາຍໄປທົ່ວສັງຄົມ ແລະ ທົ່ວໂລກ. ໃນນີ້ກໍມີທັງເວົ້າສຽດສີ, ແຕ່ງເພງໃສ່ ທັງມີຜູ້ນົບ, ຜູ້ໄຫ້ວກັບກົງເຕີໄຟຟ້າຄືດັ່ງພວກເຮົາເຫັນໂດຍທົ່ວເຖິງກັນ.
ເມື່ອຕັ້ງໂຈດກັນວ່າ: ເປັນຫຍັງ ໃນຊ່ວງນີ້ບັນຫາເລື່ອງໄຟຟ້າມັນຈຶ່ງແພງຜິດປົກກະຕິແທ້ ? ຕາມເຮົາຄິດມັນກໍຂຶ້ນກັບຫລາຍປັດໄຈຄື: ຍ້ອນວ່າໃນຊ່ວງຕ້ານໂຄວິດ-19 ຄືນັບແຕ່ເດືອນມີນາເປັນຕົ້ນມາ ທາງການເຮົາໄດ້ປິດປະເທດ, ປິດແຂວງ, ປິດເມືອງ ແລະ ບ້ານ ນັບທັງການຜະລິດ, ການສັນຈອນໄປມາ, ຄົນໃນບໍ່ອອກຄົນນອກບໍ່ໃຫ້ເຂົ້າ ໃຜກໍຢູ່ແຕ່ເຮືອນຈົນມີທ່າອ່ຽງໃຊ້ໄຟຫລາຍຂຶ້ນ, ຜູ້ມີພັດລົມ, ມີແອກໍໃຊ້ເຕັມມື້ເຕັມວັນ ຫລື ບາງຄອບຄົວກໍຕະຫລອດ 24 ຊົ່ວໂມງກໍວ່າໄດ້.
ອັນທີສອງມາກະໂຕບໍລິສັດໄຟຟ້າເອງກໍລັອກດາວ ໃນໂອກາດທີ່ບ້ານເມືອງພວມວິກິດ ເພື່ອຫລີກລ່ຽງການຫລຸບທຶນສັງເກດເຫັນໄດ້ວ່າ: ບັນດາສຳນັກງານອົງການ, ຫ້າງຮ້ານປິດແຕ່ໄຟຟ້າໃນຊ່ວງພັກວິກິດພັດຍັງຄືເກົ່າ ຫລື ຫລາຍບ່ອນກໍຂຶ້ນເປັນສອງສາມທົບ ສະແດງວ່າອາດມີການຄິດໄລ່ແບບກະຕວງບໍ່ຊັດເຈນ ແລະ ຈະແຈ້ງ.
ອັນສາມມາ ຊາທິດກໍ່າເຄີຍເຫັນຕົວຈິງ ພະນັກງານຈົດກົງເຕີໄຟ ເພິ່ນເຮັດພໍແລ້ວຮີດ ຄືສະແດງໜັງຈັງໂກ້ ເຊັ່ນວ່າເວລາໄປຈົດເພິ່ນສ່ອງເບິ່ງໄກໆ ຈາກນັ້ນກໍທັງຍ່າງທັງຈົດ, ເຫັນແລ້ວຈົນລຳຄານໄດ້ແຕ່ຈົ່ມນຳຫລັງວ່າ: “ພະນັກງານຈົດກົງເຕີໄຟເພິ່ນເກັ່ງອີ່ຫລີ ພຽງແຕ່ມາບເບິ່ງຄາວດຽວ ເພິ່ນຍັງຈື່ໄດ້ທັງຍ່າງທັງຈົດ ທັງໆທີ່ຕົວເລກມັນມີເປັນຫ້າເປັນສິບ. ອັນທີສີ່ມາ ທິດກໍ່າໄດ້ຍິນກະແສສັງຄົມພາກັນຈົ່ມວ່າ: ໜ່ວຍງານກ່ຽວຂ້ອງທີ່ເຮັດກັບພາລະກິດເກັບຄ່າໄຟໄດ້ຄິດໄລ່ໃນອັດຕາສະເລ່ຍ ໂດຍເອົາລາຍຈ່າຍຄ່າໄຟໃນສອງສາມເດືອນມາວັດກັນແລ້ວຫານສະເລ່ຍເປັນລາຍຮັບຄ່າໄຟໃນເດືອນຕໍ່ໄປຈຶ່ງເປັນເຫດໃຫ້ຄ່າໄຟບາງເດືອນຫລຸດລື່ນກັນ ຫລື ຖ້າເກີນ ຫລື ຫລຸດມັນກໍບໍ່ແຕກຕ່າງກັນຫລາຍ ສູດຄິດໄລ່ແບບນີ້ເຂົາເອີ້ນວ່າ: ສູດສົມສະຄຶດສູດທີ່ອ່າວ. ສ່ວນອັນທີຫ້າມາ ພາຍຫລັງລັດຖະບານມີນະໂຍບາຍຈະຫລຸດຄ່າໄຟຟ້າໃຫ້ຄົວເຮືອນທີ່ທຸກຍາກເຖິງ 50% ທາງບໍລິສັດໄຟຟ້າກໍມີວິທີຊິດຊ້າຍຊິດຂວາ ເພື່ອບໍ່ໃຫ້ຕົນເອງຫລຸບທຶນ ແລະ ເກື້ອກູນຈົນເກີນເຫດ.
ຈາກນັ້ນ ເພິ່ນຈຶ່ງສ້າງສູດຄິດໄລ່ອອກມາໃໝ່ ເຮັດໃຫ້ຫລາຍຄອບຄົວມີຜູ້ຫລຸດ, ມີລື່ນຜູ້ຂຶ້ນ, ຜູ້ລົງ ເມື່ອສະຫລຸບເບິ່ງຄັກແລ້ວກໍແມ່ນສູດໃໝ່ ແຕ່ລາຍຈ່າຍຊໍ່າເກົ່າ ຫລື ລື່ນເກົ່າເປະ ເຊິ່ງຖ້າເຮົາສະເລ່ຍກໍເປັນວິທີການຫລອກຄົນໃນທາງກົງ ແລະ ທາງອ້ອມ. ອັນທີຫົກ ສຸດທ້າຍເຮົາຕ້ອງເຂົ້າໃຈວ່າ ການສ້າງເຂື່ອນໄຟຟ້າໃນລາວ ເຖິງຈະມີຫລາຍເປັນສິບເປັນຮ້ອຍ ສ່ວນຫລາຍມັນແມ່ນການລົງທຶນຂອງຕ່າງປະເທດ ມີການສຳປະທານເປັນສາມສິບປີ, ຫ້າສິບປີ ຫລື ຮ້ອຍປີ. ເພາະສະນັ້ນ ທາງຜູ້ລົງທຶນຈະເປັນຜູ້ກຳນົດອັດຕາຈຳໜ່າຍພາຍໃນ ແລະ ຕ່າງປະເທດ ພາຍໃຕ້ການຕົກລົງທັງສອງຝ່າຍ ຄືເຈົ້າຂອງໂຄງການ ແລະ ຜູ້ລົງທຶນ ອັນເປັນເຫດໃຫ້ຄ່າກະແສໄຟຟ້າມັນອືດອາດປານດຶງຂາເຕົ່າ ຈົນມາຮອດໄລຍະນີ້ການປະຕິບັດນະໂຍບາຍທີ່ລັດຖະບານໄດ້ວາງອອກໃນຊຸດນີ້ແກ່ຍາວອຶ້ງຕຶ້ງປານນ້ຳແກ່ງຍຶ່ງກາງເກົ້າກາງສິບ.
ເຖິງຢ່າງໃດກໍດີ, ພາຍໃຕ້ການນຳພາຂອງພັກ ແລະ ລັດຖະບານ ພວກເຮົາກໍໃຫ້ພາກັນເຂົ້າໃຈເຊື່ອໝັ້ນ ເພາະໄຟຟ້າກໍເພື່ອຮັບໃຊ້ປະຊາຊົນ, ຫາກິນນຳປະຊາຊົນ ມັນຄືໄມ້ຄ້ຳກ້ວຍ ຫລື ກ້ວຍຄ້ຳໄມ້. ໃນອະນາຄົດ ທາງຂັ້ນເທິງ ກໍຄືລັດຖະບານໃນຊຸດນີ້ ຫລື ຊຸດຕໍ່ໄປ ຕ້ອງມີວິທີການແກ້ໄຂ ເພື່ອບໍ່ໃຫ້ຄ່າໄຟຕົກເປັນປາກົດການຫຍໍ້ທໍ້ໃນສັງຄົມບ້ານເມືອງ. ໄຟຟ້າກຳເນີດຈາກການດັດສົມແຫລ່ງທຳມະຊາດອັນເປັນຊັບສົມບັດຂອງວົງສາຄະນາຍາດແຫ່ງຊາດນັ້ນແລ !.
ຂ່າວອື່ນໆທີ່ກ່ຽວຂ້ອງ