ວິທີຮັກສາໝູ່ເກົ່າ ເຖິງຈະຕ້ອງຫ່າງຈາກກັນ ແຕ່ຄວາມສຳພັນຍັງໝັ້ນຄົງ
May 26, 2020 - 4:06 PM


ເມື່ອທ່ານເດີນທາງຕາມເສັ້ນຊີວິດມາເຖິງຈຸດໜຶ່ງ ທ່ານມັກຈະຕ້ອງມີສາເຫດໃຫ້ແຍກຈາກໝູ່ຂອງທ່ານໄປ ເຊັ່ນ : ແຍກກັນໄປຮຽນ, ແຍກກັນໄປເຮັດວຽກ, ຕ່າງຄົນຕ່າງມີໜ້າທີ່ຕ້ອງເຮັດ ຈົນສຸດທ້າຍຈາກໝູ່ສະໜິດກໍອາດຈະກາຍເປັນຄົນຮູ້ຈັກທີ່ພຽງແຕ່ທັກທາຍກັນພໍເປັນພິທີໃນຍາມພໍ້ໜ້າ, ແຕ່ຖ້າທ່ານບໍ່ຢາກກາຍເປັນແບບນີ້ກັບໝູ່ຂອງທ່ານ ພວກເຮົາມີວິທີມາແນະນຳ :


- ວິທີຮັກສາໝູ່ເກົ່າ ແຍກກັນແນວໃດບໍ່ໃຫ້ລືມກັນ ?
ເຖິງວ່າຈະຕ້ອງແຍກຍ້າຍກັນໄປໄກເທົ່າໃດ ແຕ່ໄລຍະທາງກໍທຳລາຍມິດຕະພາບຂອງພວກທ່ານບໍ່ໄດ້ :
- ທັກຫາກັນແດ່, ໂທຫາ – ສົ່ງຂໍ້ຄວາມຫາ, ຖາມໄຖ່ຄວາມເປັນໄປຂອງກັນ ແລະ ກັນ : ເຖິງວ່າທ່ານຈະຫ່າງຫາຍກັນໄປດົນປານໃດ ແຕ່ຖ້າຍັງຢາກຮັກສາມິດຕະພາບດີໆຂອງພວກທ່ານເອົາໄວ້ ທ່ານອາດຕ້ອງເປັນຝ່າຍເລີ່ມກ່ອນ ເຖິງມັນອາດຈະເບິ່ງແປກໆ ແຕ່ພຽງທັກທາຍໄປວ່າ “ເປັນແນວໃດແດ່” ມັນຄົງບໍ່ແມ່ນເລື່ອງໜັກໜາເກີນຄວາມສາມາດພໍປານໃດ ພຽງແຕ່ທັກທາຍຄືກັບແຕ່ກ່ອນທີ່ພວກທ່ານເຄີຍມີບັນຍາກາດໂອ້ລົມກັນຄືແຕ່ກ່ອນກໍອາດຈະກັບມາ ບໍ່ເຖິງຂັ້ນຕ້ອງຕັ້ງກົດວ່າຕ້ອງລົມກັນທຸກມື້, ແຕ່ດົນໆເທື່ອ ທັກທາຍກັນແດ່ ຖາມໄຖ່ຄວາມເປັນໄປຂອງກັນ ແລະ ກັນ ຄວາມສຳພັນຂອງພວກທ່ານກໍບໍ່ຈາງຫາຍໄປແນ່ນອນ.
- ຂໍພຽງແຕ່ເອີ່ຍປາກ ຢ່າລັງເລທີ່ຈະລົມກັບໝູ່ : ຢ່າລັງເລທີ່ຈະລົມກັບໝູ່ຂອງທ່ານ ເຖິງວ່າພວກທ່ານຈະບໍ່ໄດ້ລົມກັນມາດົນແລ້ວ, ແຕ່ຄວາມຫ່າງນັ້ນບໍ່ໄດ້ເຮັດໃຫ້ທ່ານກາຍເປັນຄົນແປກໜ້າຕໍ່ກັນ ພຽງແຕ່ພະຍາຍາມຮັກສາຄວາມສະບາຍໆ ລະຫ່ວາງພວກທ່ານເອົາໄວ້. ດັ່ງນັ້ນ ຫາກທ່ານມີບາງຄຳເວົ້າທີ່ເປັນບວກຢາກຈະບອກໝູ່ຂອງທ່ານ ຈົ່ງຢ່າເກັບມັນໄວ້ຄົນດຽວ.
- ວາງແຜນ ຫາເວລາມາພົບພໍ້ກັນ :ແນ່ນອນວ່າເມື່ອແຍກກັນ ທ່ານກັບໝູ່ອາດຈະຫາເວລາກົງກັນຍາກ, ແຕ່ຫາກຢາກຮັກສາກັນ ແລະ ກັນເອົາໄວ້ ພວກທ່ານຕ້ອງວາງແຜນ ແລະ ພະຍາຍາມເຮັດມັນ. ໂຮງຮຽນ ຫລື ມະຫາວິທະຍາໄລຍ່ອມຕ້ອງມີປະຕິທິນການສຶກສາ ເບິ່ງວ່າພວກທ່ານມີມື້ໃດທີ່ວ່າງກົງກັນ ແລ້ວນັດມາພົບພໍ້ກັນແດ່ ອາດບໍ່ຕ້ອງໄປໃສໄກ ພຽງແຕ່ເຮືອນຂອງຜູ້ໃດຜູ້ໜຶ່ງໃນກຸ່ມ, ເອົານຳ້ຫວານ ແລະ ເຂົ້າໜົມຖົງໃຫຍ່ຈັກຖົງ ມານັ່ງລົມກັນຮື້ຟື້ນຄວາມຊົງຈຳເກົ່າໆມັນກໍຄັກໄປອີກແບບໜຶ່ງ.
- ເຖິງບໍ່ໄດ້ລົມກັນ ແຕ່ຄວາມເປັນໝູ່ກໍຍັງບໍ່ຫາຍໄປໃສ : ແນ່ນອນວ່າຕ້ອງມີບາງເທື່ອ ຫລື ຫລາຍເທື່ອທີ່ທ່ານຄິດວ່າ ເຮົາບໍ່ໄດ້ລົມກັບໝູ່ມາດົນແລ້ວ ຍ້ອນຫຍັງຫລາຍໆຢ່າງໃນຊີວິດຂອງໝູ່ ແລະ ທ່ານເຮັດໃຫ້ບໍ່ໄດ້ທັກທາຍກັນເລີຍ, ແຕ່ຢ່າກັງວົນວ່າທ່ານຈະຫາຍໄປຈາກຊີວິດກັນ ແລະ ກັນ ຕ້ອງຍອມຮັບວ່າພວກທ່ານບໍ່ໄດ້ເປັນເດັກນ້ອຍອີກແລ້ວ ເວັ້ນໄລຍະໃຫ້ພັກຫາຍໃຈກັນແດ່ ໃຫ້ຄວາມຄິດຮອດໄດ້ເຮັດວຽກຈັກໜ້ອຍ.
- ໃຊ້ຊີວິດຢ່າງມີຄວາມສຸກ ຢ່າຢ້ານວ່າການມີໝູ່ໃໝ່ຈະລືມໝູ່ເກົ່າ : ໃຊ້ຊີວິດຂອງທ່ານຕໍ່ໄປ ເຮັດໜ້າທີ່ຂອງທ່ານ ຫາປະສົບການ ແລະ ໝູ່ໃໝ່ໆ, ສ້າງຄວາມຊົງຈຳໃໝ່ໆໃນຊີວິດທ່ານເພື່ອເອົາໄວ້ເລົ່າສູ່ກັນຟັງ ເພາະເມື່ອໄດ້ພົບກັນອີກຄັ້ງ ໝູ່ຂອງທ່ານກໍມີເລື່ອງຂອງພວກເຂົາມາເລົ່າສູ່ທ່ານຟັງຄືກັນ, ຢ່າຢ້ານທີ່ຈະກ້າວອອກໄປພົບຄົນໃໝ່ໆ, ຢ່າຢ້ານວ່າການມີໝູ່ໃໝ່ຈະລືມໝູ່ເກົ່າ ເຊື່ອເລີຍວ່າພວກເຂົາຈະບໍ່ຫາຍໄປໃສຕາບທີ່ທ່ານຍັງຄິດຮອດພວກເຂົາສະເໝີ.


***These graphics are derived from our own 3D generic designs. They do not infringe on any copyright design.
a