ກະແສໄຟຟ້າມາແຮງແຊງໂຄວິດ-19


ໂດຍ: ທິດກໍ່າ
ສຳລັບຄໍລຳໃນມື້ນີ້, ທິດກໍ່າ ຂໍເອົາທີເດັດຈາກກະແສສັງຄົມກັບກະແສໄຟຟ້າຢູ່ບ້ານເຮົາມາວິເຄາະ, ເຈຍລະໄນສູ່ກັນຟັງວ່າ ມັນຈະເຢັນດັ່ງນ້ຳ ຫລື ຈະຮ້ອນດັ່ງໄຟ ໃນຖານະທີ່ປະເທດຊາດຂອງພວກເຮົາເປັນປະເທດທີ່ຜະລິດກະແສໄຟຟ້າສົ່ງອອກຈຳໜ່າຍແຖວໜ້າຂອງບັນດາປະເທດອາຊຽນກໍວ່າໄດ້. ເວົ້າເລື່ອງກະແສສັງຄົມຕໍ່ກັບກະແສໄຟຟ້າທີ່ວ່າມັນແພງ ແລະ ພວມມາແຮງຈົນວ່າແຊງໂຄວິດ-19 ໄປແລ້ວ. ເມື່ອເອີ່ຍເຖິງຄວາມຂັດຂ້ອງໝອງໃຈຂອງປະຊາຊົນຕໍ່ກັບບໍລິສັດໄຟຟ້າມັນມີສືບຕໍ່ໆກັນມາຫລາຍປີແລ້ວ. ຖ້າຈະຄິດໄລ່ຕາມໄລຍະປະຫວັດສາດ ມັນກໍເປັນຫລາຍທົດສະວັດ. ຕອນປະເທດລາວເຮົາມີແຕ່ເຂື່ອນເຊລະບຳກັບເຂື່ອນນ້ຳງື່ມ I ໃຜກໍບໍ່ຄ່ອຍໄດ້ລໍ່າລີລໍ່າໄລນຳບັນຫາເລື່ອງກະແສໄຟຟ້າພໍເທົ່າໃດ. ສ່ວນບັນດາແຂວງອື່ນໆທີ່ບໍ່ມີເຂື່ອນອຳນວຍໃຫ້ ກໍພຽງແຕ່ນຳໃຊ້ເຄື່ອງຈັກຂະໜາດໃຫຍ່ປັ່ນພໍໄດ້ໃຊ້ໃນຂອບເຂດເທດສະບານ, ຢູ່ຊົນນະບົດເກືອບຮ້ອຍເປີເຊັນແມ່ນໄຕ້ມັງຊົງ, ຕະກຽງໃສ່ນ້ຳມັນກ໊າດ ຫລື ນ້ຳມັນກາຊວນ ແລະ ກະບອງໄຕ້ກໍຖືວ່າຂັ້ນສຸດຍອດຂອງຊີວິດ.
ມາຍຸກນີ້, ໃນເງື່ອນໄຂທີ່ປະເທດຊາດບ້ານເມືອງເຮົານັບມື້ມີການສ້າງສາພັດທະນາດັ່ງທຸກວັນນີ້, ບັນດາເຂື່ອນໄຟຟ້າເກີດຂຶ້ນປານດອກເຫັດ ຈົນມີສາຍານາມວ່າ: ເປັນໝໍ້ໄຟແຫ່ງອາຊຽນ, ທຸກເມືອງ, ທຸກບ້ານ, ທຸກຄົວເຮືອນ ໃຜກໍມີໄຟຟ້າໄຕ້ຮ້ອຍເປີເຊັນກັນໝົດແລ້ວ. ໃນຖານະທີ່ປະເທດຊາດມີເຂື່ອນໄຟຟ້າຂະຫຍາຍຕົວໄປຕິກໆຄືແນວນີ້ ປະຊາຊົນບັນດາເຜົ່າເຮົາເຂົາກໍມີຄວາມມຸ້ງຫວັງ ທັງສະເໜີວ່າຢາກໃຫ້ຂັ້ນເທິງ ກໍຄືທາງບໍລິສັດໄຟຟ້າມີນະໂຍບາຍຜ່ອນຜັນໃນການນຳໃຊ້ຄ່າກະແສໄຟຟ້າ ກໍຄືນະໂຍບາຍດ້ານອື່ນໆທີ່ເຫັນວ່າເໝາະສົມ ໂດຍສະເພາະແມ່ນໃນຊ່ວງວິກິດ ເໝືອນດັ່ງປະເທດອື່ນໆທີ່ເຂົາມີບາງຢ່າງເຊັ່ນວ່າ: ປະເທດໃດມີນ້ຳມັນຫລາຍ ຄ່ານ້ຳມັນໃສ່ລົດມັນກໍຖືກລົງ, ປະເທດໃດມີບໍ່ເງິນ-ບໍ່ຄຳຫລາຍ ເຂົາກໍຂຸດຄົ້ນຂຶ້ນມາເອົາໄປຄ້ຳປະກັນຢູ່ທະນາຄານໂລກ ເພື່ອໃຫ້ເງິນຕາຂອງຕົນແຂງຄ່າ ແລະ ອື່ນໆ. ທຸກສິ່ງທຸກຢ່າງທີ່ກ່າວມານີ້ລ້ວນແຕ່ແມ່ນນະໂຍບາຍ ເພື່ອຄົນໃນປະເທດຈະໄດ້ມີໜ້າມີຕາເວົ້າອ້າງໝູ່ທີ່ເຂົາບໍ່ມີຄືບ້ານເຮົາ. ກ່ຽວກັບການບໍລິການຂາຍກະແສໄຟຟ້າຢູ່ບ້ານເຮົາມັນກໍບໍ່ຕ່າງຫຍັງກັບໄມ້ຄ້ຳກ້ວຍ ຫລືວ່າ ກ້ວຍຄ້ຳໄມ້. ໝາຍວ່າບໍລິສັດໄຟຟ້າເປັນຜູ້ບໍລິການຈຳໜ່າຍກະແສໄຟຟ້າໃຫ້ປະຊາຊົນກໍມີລາຍໄດ້ຈາກປະຊາຊົນຢ່າງມະຫາສານ. ປະຊາຊົນໄດ້ຮັບການບໍລິໂພກໄຟຟ້າດີກໍຍ້ອນໄຟຟ້າມີການພັດທະນາຂະຫຍາຍຕົວໄປເລື້ອຍໆ. ລາຍໄດ້ມະຫາສານຈາກໄຟຟ້າທັງໝົດກໍແມ່ນມາຈາກປະຊາຊົນ ຫລື ສັງຄົມເປັນຜູ້ຊົມໃຊ້ ແລະ ສະໜັບສະໜູນ. ເພາະສະນັ້ນ ກໍຕ້ອງມີການເອື້ອອາທອນຜ່ອນສັ້ນຜ່ອນຍາວເຊິ່ງກັນ ແລະ ກັນມັນຈຶ່ງມີຄວາມສະຫງົບ, ຍືນຍົງຄົງກະພັນຕະຫລອດໄປ.
ແນວໃດກໍຕາມ, ເທົ່າທີ່ເຄີຍໄດ້ຍິນ ແລະ ເຄີຍເຫັນສະພາບຜ່ານມາ ບໍລິສັດໄຟຟ້າໄດ້ເອົາລັດເອົາປຽບປະຊາຊົນບໍ່ໜ້ອຍເຊັ່ນ: ນອກຈາກຄ່າໄຟຟ້າແພງຂຶ້ນຕິກໆແລ້ວ ພຶດຕິກຳການບໍລິການໃຫ້ຄວາມອົບອຸ່ນແກ່ຜູ້ບໍລິໂພກກໍບໍ່ຄ່ອຍຄັກແນ່ປານໃດ, ພະນັກງານເກັບຄ່າໄຟເວົ້າບໍ່ມ່ວນ, ບາງຄັ້ງເວົ້ານາບຂູ່ປະຊາຊົນ, ຕິດໜີ້ດ້າມເດືອນຈ່າຍບໍ່ທັນເພິ່ນກໍມາຕັດ, ເມື່ອຊອກເງິນມາໃຊ້ໜີ້ຄົບຖ້ວນແລ້ວ ເວລາມາໃສ່ຄືນກໍຕ້ອງໄດ້ຈ້າງເຂົ້າໃໝ່. ການຄິດໄລ່ຄ່າກະແສໄຟຟ້າໃນແຕ່ລະເດືອນກໍບໍ່ປົກກະຕິ ທັງໆທີ່ຜູ້ຊົມໃຊ້ບາງເດືອນເຂົາກໍຮູ້. ສາເຫດກໍຍ້ອນເພິ່ນຄິດໄລ່ແບບກະຕວງ ແລະ ຍັງມີປາກົດການຫຍໍ້ທໍ້ອື່ນໆໃນໜ້າທີ່ບໍລິການຂອງພະນັກງານບໍລິສັດໄຟຟ້າ. ສະນັ້ນ ບັນຫາເລື່ອງຄ່າກະແສໄຟຟ້າແພງຈຶ່ງເປັນປະເດັນທີ່ກືນບໍ່ເຂົ້າຄາຍບໍ່ອອກ ເປັນຊຳເຮື້ອມາຕະຫລອດຈົນທຸກວັນນີ້. ພໍຕົກມາຮອດທ້າຍປີ 2019 ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ກໍມີຂ່າວຢືນຢັນວ່າທາງການຈະມີນະໂຍບາຍຫລຸດຄ່າກະແສໄຟຟ້າຕໍ່ປະຊາຊົນຜູ້ທຸກຍາກເຖິງ 50%. ເມື່ອກະແສຂ່າວນີ້ອອກມາ ໃຜກໍດີໃຈ ທັງລໍຄອຍວັນເວລາມາເຖິງ. ການເວລາໄດ້ແກ່ຍາວມາຈົນຮອດກາງເດືອນພຶດສະພາ 2020 ຈຶ່ງເຫັນທາງບໍລິສັດໄຟຟ້ານະຄອນຫລວງແຈ້ງເຖິງລະບົບການຄິດໄລ່ຄ່າກະແສໄຟຟ້າແບບໃໝ່ວ່າມີຜູ້ຂຶ້ນຜູ້ລົງ ເຊັ່ນວ່າກຸ່ມຄົນທີ່ໄດ້ໃຊ້ໄຟຟ້າບໍ່ເກີນ 150 ກິໂລວັດໂມງ ແມ່ນຫລຸດເຖິງ 50%, ສ່ວນຜູ້ໃຊ້ເກີນກວ່າແມ່ນເພີ່ມຂຶ້ນ ແລະ ຜູ້ໃຊ້ເກີນ 500 ຫລື 1.000 ຂຶ້ນເມືອ ພັດມີທ່າອ່ຽງຫລຸດລົງໜ້ອຍໜຶ່ງ ຈຶ່ງເປັນເຫດໃຫ້ກະແສສັງຄົມຮືຮາກັນວິຈານບໍ່ໜ້ອຍ.
ຕໍ່ບັນຫາດັ່ງກ່າວ, ຈຶ່ງຢາກໃຫ້ບໍລິສັດໄຟຟ້າຄຳນຶງເບິ່ງໃນຄຳວ່າ: ນະໂຍບາຍຕໍ່ຜູ້ທຸກຍາກ ແມ່ນຄຳເວົ້າແບບກວມກວມ ບໍ່ໄດ້ສະເພາະເຈາະຈົງແຕ່ບາງກຸ່ມຄົນທີ່ໄດ້ຮັບຜົນປະໂຫຍດ. ເວົ້າແຈ້ງກໍຄື ຖານະຂອງປະເທດເຮົາປັດຈຸບັນແມ່ນຢູ່ໃນໄລຍະທຸກຍາກ ແລະ ດ້ອຍພັດທະນາ ທັງໝົດຍັງບໍ່ທັນພົ້ນທຸກໄດ້ເທື່ອ. ສະນັ້ນ ການຄິດໄລ່ຄ່າກະແສໄຟຟ້າຈະຂຶ້ນ ຫລື ລົງ ມັນກໍແມ່ນທົ່ວສັງຄົມໄດ້ຮັບຜົນປະໂຫຍດຮ່ວມກັນ ຫາກບໍ່ແມ່ນສະເພາະແຕ່ກຸ່ມໃດກຸ່ມໜຶ່ງເທົ່ານັ້ນ.
ເຖິງຢ່າງໃດກໍດີ, ຕໍ່ສະພາບການວຸ້ນວາຍຄ່າກະແສໄຟຟ້າທີ່ຍັງບໍ່ແລ້ວບໍ່ທົ່ວ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຈຶ່ງໄດ້ມີຄຳສັ່ງໃຫ້ກວດຄືນໃໝ່ ເພື່ອຄວາມເປັນທຳຢ່າງຈະແຈ້ງຕໍ່ທຸກຄົນ ຈຶ່ງຂໍໃຫ້ພວກເຮົາອຸ່ນອ່ຽນທຸ່ນທ່ຽງ. ທຸກສິ່ງທຸກຢ່າງທີ່ພັກ-ລັດເຮົານຳພາກໍເພື່ອຄວາມສົມບູນພູນສຸກຂອງປະຊາຊົນ. ດັ່ງຄຳວ່າ: ພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າຂອງປະເທດຊາດ ນັ້ນແລ !.