ໄຟຟ້າລາວ ມີນະໂຍບາຍຕໍ່ສັງຄົມເພື່ອຫລຸດຜ່ອນຜົນກະທົບຈາກ COVID-19

ໄຟຟ້າລາວ ມີນະໂຍບາຍຕໍ່ສັງຄົມເພື່ອຫລຸດຜ່ອນຜົນກະທົບຈາກ covid-19 - 777 - ໄຟຟ້າລາວ ມີນະໂຍບາຍຕໍ່ສັງຄົມເພື່ອຫລຸດຜ່ອນຜົນກະທົບຈາກ COVID-19
ໄຟຟ້າລາວ ມີນະໂຍບາຍຕໍ່ສັງຄົມເພື່ອຫລຸດຜ່ອນຜົນກະທົບຈາກ covid-19 - kitchen vibe - ໄຟຟ້າລາວ ມີນະໂຍບາຍຕໍ່ສັງຄົມເພື່ອຫລຸດຜ່ອນຜົນກະທົບຈາກ COVID-19

ຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ໄດ້ໃຫ້ສໍາພາດຕໍ່ໂທລະພາບແຫ່ງຊາດ ເມື່ອວັນທີ 20 ພຶດສະພານີ້ກ່ຽວກັບການ ກໍານົດນະໂຍບາຍເພື່ອຊ່ວຍຫລຸດຜ່ອນຜົນກະທົບຈາກການ ລະບາດຂອງພະຍາດ COVID-19 ວ່າ:  ລັດວິສາຫະກິດໄຟຟ້າລາວໄດ້ສຶກສາແລະມີນະໂຍບາຍຕ່າງໆທີ່ເຫມາະສົມ ເພື່ອຊ່ວຍເຫລືອສັງຄົມຕະຫລອດມາ, ບໍ່ວ່າຈະແມ່ນຜົນກະທົບຈາກ ໄພພິບັດທາງທໍາມະຊາດເຊັ່ນ: ນໍ້າຖ້ວມ, ໄພແຫ້ງແລ້ງ ຫລືມີໂລກລະບາດ ດັ່ງພະຍາດ  COVID-19 ທີ່ຫລາຍປະເທດໃນໂລກກຳລັງປະສົບ ແລະ ຢູ່ລາວເຮົາກໍເຊັ່ນກັນດັ່ງນັ້ນລັດຖະບານກໍໄດ້ອອກແຈ້ງການໃຫ້ຂະແໜງການກ່ຽວຂ້ອງຕ້ອງປັບປຸງໂຄງສ້າງລາຄາໄຟຟ້າໃໝ່ ແລະ ກໍເຫັນວ່າຜູ້ຊົມໃຊ້ສ່ວນຫລາຍນັບທັງພາກທີ່ຢູ່ອາໄສ ແລະ ບໍ່ແມ່ນພາກທີ່ຢູ່ອາໄສ ກໍໄດ້ມີສ່ວນຫລຸດຈາກລາຄາເດີມ

ໄຟຟ້າລາວ ມີນະໂຍບາຍຕໍ່ສັງຄົມເພື່ອຫລຸດຜ່ອນຜົນກະທົບຈາກ covid-19 - 1 7 300x124 - ໄຟຟ້າລາວ ມີນະໂຍບາຍຕໍ່ສັງຄົມເພື່ອຫລຸດຜ່ອນຜົນກະທົບຈາກ COVID-19

ໄຟຟ້າລາວ ມີນະໂຍບາຍຕໍ່ສັງຄົມເພື່ອຫລຸດຜ່ອນຜົນກະທົບຈາກ covid-19 - Visit Laos Visit SALANA BOUTIQUE HOTEL - ໄຟຟ້າລາວ ມີນະໂຍບາຍຕໍ່ສັງຄົມເພື່ອຫລຸດຜ່ອນຜົນກະທົບຈາກ COVID-19

ແຕ່ 2-35% ສະເລ່ຍແລ້ວປະມານ 6% ຫລືຕົກເປັນເງິນປະມານ 300 ກວ່າຕື້ກີບຕໍ່ປີ. ສະນັ້ນຈຶ່ງຖືເອົາການປັບປຸງລາຄາໃໝ່ນີ້ເປັນນະໂຍບາຍລວມອັນໜຶ່ງຂອງໄຟຟ້າລາວ, ພ້ອມນີ້ ກໍໄດ້ມີນະໂຍບາຍເລື່ອນການຊໍາລະໜີ້ຄ່າກະແສໄຟຟ້າພາກທີ່ຢູ່ອາໄສຈາກປົກກະຕິແມ່ນ 7-30 ວັນ,ໄດ້ເພີ່ມເປັນ 7-45 ວັນ ແລະ ພາກສ່ວນບໍ່ແມ່ນທີ່ຢູ່ອາໄສຈາກປົກກະຕິແມ່ນ 7-15 ວັນ,ເພີ່ມເປັນ 7-30 ວັນ, ຫລັງຈາກມື້ໄດ້ຮັບບິນຄ່າໄຟຟ້າ ຫລື ກໍລະນີຜູ້ທີ່ມີສັນຍາ ກໍແມ່ນເພີ່ມໃຫ້ອີກ 15 ວັນໃນໄລຍະ 3 ເດືອນ ຄື: ເດືອນພຶດສະພາ, ມິຖຸນາ ແລະ ກໍລະກົດ 2020 ແລະ ພິເສດ ຍັງໄດ້ກໍານົດນະໂຍບາຍຫລຸດຄ່າຊົມໃຊ້ໄຟຟ້າ

ສໍາລັບທີ່ຢູ່ອາໄສຂອງບັນດາແພດໝໍ ຜູ້ປະຕິບັດໜ້າທີ່ວຽກງານຕົວຈິງກັບການຕໍ່ສູ້ຕ້ານການລະບາດພະຍາດ COVID-19 ລົງ 15% ເປັນໄລຍະເວລາ 3 ເດືອນ ແລະ ປັດຈຸບັນ, ຂະແໜງການຂອງຕົນພວມເລັ່ງປະສານສົມທົບກັບກະຊວງສາທາລະນະສຸກ ແລະ ໂຮງໝໍແຂວງຕ່າງໆ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດນະໂຍບາຍດັ່ງກ່າວໄດ້ໂດຍໄວ.

ໄຟຟ້າລາວ ມີນະໂຍບາຍຕໍ່ສັງຄົມເພື່ອຫລຸດຜ່ອນຜົນກະທົບຈາກ covid-19 - 4 - ໄຟຟ້າລາວ ມີນະໂຍບາຍຕໍ່ສັງຄົມເພື່ອຫລຸດຜ່ອນຜົນກະທົບຈາກ COVID-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!