ຟ້ອງແຟນເກົ່າ, ເອົາເງິນ 5.000 USD ຄ່າເສຍ“ຄວາມສົດ”

ຟ້ອງແຟນເກົ່າ, ເອົາເງິນ 5.000 usd ຄ່າເສຍ“ຄວາມສົດ” - 36 1 - ຟ້ອງແຟນເກົ່າ, ເອົາເງິນ 5.000 USD ຄ່າເສຍ“ຄວາມສົດ”
ຟ້ອງແຟນເກົ່າ, ເອົາເງິນ 5.000 usd ຄ່າເສຍ“ຄວາມສົດ” - kitchen vibe - ຟ້ອງແຟນເກົ່າ, ເອົາເງິນ 5.000 USD ຄ່າເສຍ“ຄວາມສົດ”

ໂດຍ: ລູກເມືອງພວນ

ຍິງສາວຈີນຄົນໜຶ່ງ ຊະນະຄະດີ ກັບແຟນເກົ່າ ໄດ້ເງິນ 5.000  USD ຄ່າລ່ວງລະເມີດ “ຄວາມສົດ” ຂອງເຂົາ.

ຟ້ອງແຟນເກົ່າ, ເອົາເງິນ 5.000 usd ຄ່າເສຍ“ຄວາມສົດ” - Visit Laos Visit SALANA BOUTIQUE HOTEL - ຟ້ອງແຟນເກົ່າ, ເອົາເງິນ 5.000 USD ຄ່າເສຍ“ຄວາມສົດ”

ສຳນັກຂ່າວTelegraphໃຫ້ຮູ້ວ່າ  ເຈນ (Chen) ອາຍຸ 35 ປີ, ສ່ວນຜູ້ຊາຍຊື່ວ່າ ລີ (Li). ພວກເຂົາຮູ້ຈັກກັນແຕ່ປີ 2009 ໃນຂະນະທີ່ໄປທ່ຽວສິງກະໂປນຳກັນ. ລີ ບອກກັບ ເຈນ ວ່າ ຕົນເອງຍັງເປັນໂສດ ແລະ ຈະເອົາ ເຈນ ເປັນເມຍ. ເມື່ອກັບມາ, ລີ ໄດ້ຕັດສາຍສຳພັນກັບ ເຈນ. ເຈນເກີດຄວາມໂກດແຄ້ນຫຼາຍ, ຈຶ່ງໄດ້ໄປເຖິງເຮືອນຂອງ ລີ ແລະ ໄດ້ຮູ້ວ່າ ລີ ມີເມຍແລ້ວ.

ເຈນ ໄດ້ຮ້ອງຟ້ອງຂຶ້ນຫາສານ ໃນຂໍ້ຫາຕົວະຕົ້ມ, ລຸກລໍ້າເຂດຫ້າມ, ລ່ວງລໍ້າຄວາມ “ສົດ” ແລະ ສຸຂະພາບຂອງເຂົາ. ເຈນ ຮຽກຮ້ອງຄ່າເສຍຫາຍ 5.000 ຢວນ ຫຼື 8.000 ໂດລາ ເພື່ອປົວແປງຈິດໃຈ ແລະ ຄ່າໃຊ້ຈ່າຍທາງການແພດຕື່ມອີກ 240 ໂດລາ.

ສານ ຊຽງໄຮ້ ວິນິໄສວ່າ ຈຳນວນເງິນທີ່ເຈນຮຽກຮ້ອງນັ້ນສູງເກີນໄປ ແຕ່ກໍຢືນຢັນວ່ານັ້ນແມ່ນສິດ ຂອງຄວາມ ສົດ ສະນັ້ນ ກົດໝາຍຕ້ອງໄດ້ຄຸ້ມຄອງໃຫ້ເຂົາ ເຊັ່ນກັນກັບສິດທາງດ້ານຄຸນສົມບັດ ຊຶ່ງພົວພັນເຖິງ “ຄວາມເສລີພາບທາງເພດ, ຄວາມປອດໄພທາງເພດ ແລະ ຄວາມບໍລິສູດທາງເພດ”.

ສານໄດ້ຕັດສິນໃຫ້ ລີ ຕ້ອງຈ່າຍຄ່າເສຍຫາຍໃຫ້ເຈນ 30.000 ຢວນ ຫຼື 5.000 USD ແຕ່ບໍ່ໄດ້ລະບຸແຈ້ງວ່າ ເງິນນີ້ແມ່ນຄ່າຫຍັງແດ່.

ລີ ບໍ່ໄດ້ມີໜ້າຢູ່ໃນສານ ໂດຍຜ່ານທະນາຍຄວາມ. ລີ ປະຕິເສດວ່າ ບໍ່ໄດ້ພົວພັນກັບ ເຈນ ແລະ ຈະຂໍອຸທອນ.

ຟ້ອງແຟນເກົ່າ, ເອົາເງິນ 5.000 usd ຄ່າເສຍ“ຄວາມສົດ” - 4 - ຟ້ອງແຟນເກົ່າ, ເອົາເງິນ 5.000 USD ຄ່າເສຍ“ຄວາມສົດ”
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!