ເປີດພາບຂຸດຊັບສົມບັດໃຕ້ທະເລຈີນ


ເມື່ອບໍ່ດົນມານີ້ ໂຄງການຂຸດຄົ້ນແຫລ່ງບູຮານຄະດີໃຕ້ນ້ຳຊາກເຮືອສະໄໝ ລາຊະວົງຊົງໃຕ້ “ໜານໄຫ່ໝາຍເລກ 1” ໃນຖະໜົນວ່າງຕົງ (ກວາງຕຸ້ງ) ໄດ້ຮັບເລືອກໃຫ້ເປັນ 1 ໃນ 10 ອັນດັບຂອງການຄົ້ນພົບບູຮານຄະດີປະຈໍາປີ 2019.
ເມື່ອໄລຍະທ້າຍປີກ່ອນ ໂຄງການຂຸດຄົ້ນບູຮານຄະດີໜານໄຫ່ໝາຍເລກ 1 ດຳເນີນການຂຸດຄົ້ນວັດຖຸບູຮານ ໄດ້ເກືອບ 180.000ອັນ ເຊິ່ງປະກອບມີເຄື່ອງວັດຖຸບູຮານ ຫລາຍປະເພດ ສຳລັບເຄື່ອງປັ້ນດິນເຜົາເຄືອບ ແລະ ເຄື່ອງເງິນ-ຄຳ, ພ້ອມເຄື່ອງປັ້ນບໍ່ເຄືອບເງົາ ແລະ ເງິນລຽນ ຕ່າງໆ.


ການຄົ້ນພົບ ແລະ ການຂຸດຄົ້ນຊາກເຮືອໜານໄຫ່ໝາຍເລກ 1 ເຊິ່ງຢູ່ໃນສະໄໝໄລຍະຊົງ (960-1279) ເປັນສັນຍາລັກຂອງການພັດທະນາບູຮານຄະດີໃຕ້ນ້ຳຂອງຈີນ ແລະ ສະແດງໃຫ້ເຫັນເຖິງການຄ້າທາງທະເລທີ່ຮຸ່ງເຮືອງຂອງຍຸກສະໄໝນັ້ນ, ພ້ອມທັງໃຫ້ລັກຖານຢ່າງຫລວງຫລາຍສໍາລັບການວິໄຈປະຫວັດສາດຂອງການຕໍ່ເຮືອ, ເຄື່ອງປັ້ນດິນເຜົາ, ການຂົນສົ່ງທາງເຮືອ ແລະ ດ້ານອື່ນໆ ຂອງຈີນໃນສະໄໝບູຮານ ລວມເຖິງພາກອາຊຽນຕາເວັນອອກ ແລະ ຕາເວັນອອກຊຽງໃຕ້ . ແຕ່ຢ່າງໃດກໍຕາມ ເລື່ອງໃນປະຫວັດສາດຂອງເຮືອລຳນີ້ ຍັງຄົງເປັນປິດສະໜາ ທັງສາເຫດຂອງການນົມລົງສູ່ໃຕ້ທ້ອງທະເລຂອງເຮືອດັ່ງກ່າວ ແລະ ແມ່ນໃຜທີ່ເປັນເຈົ້າຂອງສັບສົມບັດມູນຄ່າມະຫາສານເຫລົ່ານີ້.

