ການແກ້ໄຂຜົນກະທົບ ແລະ ສິ່ງກີດຂວາງຂອງເສັ້ນທາງລົດໄຟ ລາວ-ຈີນ ຍັງຈະຕ້ອງໄດ້ສຸມໃສ່
March 16, 2017 - 8:03 PM


ແຫລ່ງຂ່າວສຳນັກຂ່າວສານປະເທດລາວ ລາຍງານວ່າ: ເຖິງວ່າການປະຕິບັດວຽກງານເບື້ອງຕົ້ນຈະດຳເນີນໄປຢ່າງມີຄວາມຄືບໜ້າ, ແຕ່ກໍຈະຕ້ອງໄດ້ສຸມໃສ່ແກ້ໄຂຜົນກະທົບ ແລະ ສິ່ງກີດຂວາງຕ່າງໆໃຫ້ສຳເລັດໂດຍໄວ ໂດຍສະເພາະແມ່ນຄຳສະເໜີຂອງປະຊາຊົນຜູ້ໄດ້ຮັບຜົນກະທົບ ຄືໃຫ້ຊົດເຊີຍທີ່ດິນ, ສິ່ງປຸກສ້າງ ແລະ ຜົນລະປູກຕາມຄວາມເໝາະສົມ, ສາມາດຍົກຍ້າຍ ແລະ ສ້າງທີ່ຢູ່ອາໄສໃນບ່ອນໃໝ່ໃຫ້ດີກວ່າເກົ່າ, ຖ້າເປັນໄປໄດ້ແມ່ນສະເໜີໃຫ້ທາງໂຄງການຊ່ວຍຈັດສັນບ່ອນຢູ່ໃໝ່ໃຫ້ເປັນລະບຽບຮຽບຮ້ອຍເສຍກ່ອນ ແລະ ອັນສຳຄັນແມ່ນສະເໜີໃຫ້ເບື້ອງລັດກຳນົດຫົວໜ່ວຍລາຄາຄ່າຊົດເຊີຍໃຫ້ສຳເລັດໂດຍໄວ ເພື່ອສະດວກຕໍ່ການໄກ່ເກ່ຍ ແລະ ສະເໜີໃຫ້ມີຄ່າຊົດເຊີຍການຍົກຍ້າຍບ້ານໃຫ້ເປັນເງິນສົດ ແລະ ອື່ນໆໃຫ້ເໝາະສົມ.
ເສັ້ນທາງລົດໄຟສຳຄັນດັ່ງກ່າວ ລວມມີຄວາມຍາວທັງໝົດ 417 ກິໂລແມັດ, ມີມູນຄ່າການກໍ່ສ້າງສູງເຖິງ 6,8 ຕື້ໂດລາສະຫະລັດ, ຄາດວ່າຈະສຳເລັດການກໍ່ສ້າງໃນປີ 2020 ຢ່າງແນ່ນອນ.