ຖ້າຜົວຂອງທ່ານຫາກມັກເວົ້າ 3 ຄຳຕໍ່ນີ້ ສະແດງວ່າ ຜົວຂອງທ່ານກຳລັງເບື່ອທ່ານສຸດໆ


- ເຈົ້້າມັກເຮັດຫຍັງລະຫາຖະເຮັດ
ຄຳເວົ້າແບບນີ້ ບໍ່ແມ່ນຄຳເວົ້າເອົາໃຈເມຍ ແຕ່ຫາກເປັນຄຳເວົ້້າສະແດງໃຫ້ເຫັນ ເຂົາບໍ່ໄດ້ສົນໃຈກັບສິ່ງທີ່ທ່ານກຳລັງເຮັດຢູ່. ມັນບົ່ງບອກວ່າ ຄູ່ຮ່ວມຊີວິດຂອງທ່ານບໍ່ໄດ້ສົນໃຈ ແລະ ເປັນຫ່ວງນຳທ່ານອີກແລ້ວ.
2. ຂ້ອຍບໍ່ຢາກປຶກສານຳເຈົ້າໃນເວລານີ້.
ໃນເມື່ອຜົວຂອງທ່ານຫາກມັກເວົ້າວ່າ: ຂ້ອຍບໍ່ຢາກປຶກສານຳເຈົ້າໃນເວລານີ້ ເປັນປະຈຳ ສະແດງວ່າ ຜົວຂອງທ່ານກຳລັງເບື່ອໜ່າຍທ່ານທີ່ສຸດແລ້ວ. ຫາກບໍ່ແມ່ນເຂົາຍອມແພ້ໃຫ້ທ່ານ ຫຼື ເປັນການອົດກັ້ນຄວາມໃຈຮ້າຍແຕ່ຢ່າງໃດ.
ຖ້າເຂົາຫາກຮັກທ່ານຈິງ ເຂົາພ້ອມແລ້ວທີ່ຈະໃຫ້ຄຳປຶກສາໃນເວລາມີບັນຫານຳກັນຢ່າງກົງໄປກົງມາ ແຕ່ຫາກສະແດງວ່າເຂົາບໍ່ຢາກເວົ້າ ບໍ່ສົນໃຈນຳທ່ານອີກແລ້ວ.
- ຂ້ອຍຄາວຽກ
ອັນນີ້ແມ່ນຄຳປະຕິເສດ ທີ່ມັກນຳໃຊ້ຂອງຜູ້ຊາຍ ເພື່ອຫຼີກລ່ຽງຄຳຖາມຂອງຜູ້ເປັນເມຍ. ຖ້າຫາກເຫັນຜູ້ເປັນຜົວມັກໃຊ້ຄຳນີ້ອອກມາ ເພື່ອປະຕິເສດ ສະແດງວ່າ ເຂົາບໍ່ມີອາລົມກັບເຮົາແລ້ວ.
ເພື່ອນຜູ້ຍິງທັງຫຼາຍ ຈົ່ງພະຍາຍາມຖະໜອມຖອມຕົນຮັກແພງລູກຜົວ. ແຕ່ໃນເມື່ອເຫັນປາກົດການ 3 ຄຳເວົ້າຂ້າງເທິງ ທ່ານຈົ່ງຊອກຫາວິທີປ້ອງກັນຄວາມຮັກໄວ້ໃຫ້ໝັ້ນຄົງກ່ອນຈະສວາຍເກີນແກ້.