Travel Bubble ໂມເດລທ່ອງທ່ຽວແບບໃໝ່ ຮັບຍຸກໂຄວິດ
ມາຮູ້ຈັກ “ເຂດການທ່ອງທ່ຽວປອດໂຣກ” (Travel Bubble) ເທຣນທ່ອງທ່ຽວຮູບແບບໃໝ່ ເດີນທາງລະຫວ່າງກັນເມື່ອປອດໄພພໍ ເຊັ່ນ ຈີນໃຫ້ເດີນທາງທ່ອງທ່ຽວໃນປະເທດ, ສ່ວນອົດສະຕຣາລີ-ນິວຊີແລນ ກໍອະນຸຍາດໃຫ້ເດີນທາງເຖິງກັນໄດ້ແລ້ວ.
ການລະບາດຂອງໂຄວິດ-19 ສົ່ງຜົນກະທົບໂດຍກົງຕໍ່ການເດີນທາງ ແລະ ທ່ອງທ່ຽວ. ຫລ້າສຸດ ອົງການທ່ອງທ່ຽວໂລກເຕືອນວ່າ: ວິກິດສາທາລະນະສຸກຄັ້ງນີ້ອາດເຮັດໃຫ້ນັກທ່ອງທ່ຽວທົ່ວໂລກຫາຍໄປສູງເຖິງ 80% ໃນປີນີ້ ແລະ ເພີ່ມຄວາມສ່ຽງຈະເຮັດໃຫ້ຄົນຕົກງານຢ່າງໜ້ອຍ 100 ລ້ານຄົນນຳອີກ, ແຕ່ອຸດສາຫະກຳເດີນທາງ ແລະ ທ່ອງທ່ຽວໂລກຈະຮຸນແຮງຕາມຄຳເຕືອນ ຫລື ບໍ່ ຕິດຕາມໄດ້ຈາກລາຍງານຂອງ CNN.
ເວັບໄຊ CNN ສະເໜີລາຍງານວ່າດ້ວຍອະນາຄົດອຸດສາຫະກຳທ່ອງທ່ຽວ ແລະ ການເດີນທາງໃນຍຸກໄວຣັສໂຄໂຣນາສາຍພັນໃໝ່ທີ່ພາກພື້ນອາຊີອາດໃຫ້ຄຳຕອບໄດ້ວ່າຈະເປັນແນວໃດ ໂດຍລະບຸວ່າ: ທຸກປະເທດທົ່ວໂລກກຳລັງຫາທາງຟື້ນຟູທຸລະກິດທ່ອງທ່ຽວທີ່ໄດ້ຮັບຜົນກະທົບຢ່າງໜັກຈາກມາດຕະການລັອກດາວ ຄວບຄຸມການເດີນທາງຂອງທຸກປະເທດ ເພາະການລະບາດຂອງໂຄວິດ-19.
ເຊັ່ນກໍລະນີ “ນິວຊີແລນ” ແລະ “ອົດສະຕຣາລີ” ຮັບປາກເຮັດ “ເຂດການທ່ອງທ່ຽວປອດໂຣກ” (Travel Bubble) ເປີດຊ່ອງການເດີນທາງລະຫວ່າງກັນເມື່ອປອດໄພພຽງພໍ, ສ່ວນຈີນເລີ່ມອະນຸຍາດໃຫ້ປະຊາຊົນເດີນທາງທ່ອງທ່ຽວພາຍໃນປະເທດ ເຖິງວ່າຍັງບໍ່ເປີດຮັບນັກທ່ອງທ່ຽວຕ່າງປະເທດ.
ຂໍ້ສະເໜີເຮັດລະບຽງທ່ອງທ່ຽວຂອງອົດສະຕຣາລີ ແລະ ນິວຊີແລນ ເປັນການເປີດພື້ນທີ່ໃຫ້ຜູ້ທີ່ອາໄສຢູ່ພາຍໃນທັງສອງປະເທດສາມາດເດີນທາງທ່ອງທ່ຽວໄປມາໄດ້ຢ່າງອິດສະຫລະ ໂດຍບໍ່ຈຳເປັນຕ້ອງມີການກັກຕົວ ເຊິ່ງເຂດລະບຽງການທ່ອງທ່ຽວນີ້ຈະເປັນປະໂຫຍດຕໍ່ອົດສະຕຣາລີ ແລະ ນິວຊີແລນໃນມິຕິຕ່າງໆ ບໍ່ວ່າຈະເປັນການທ່ອງທ່ຽວ, ເສດຖະກິດການຄ້າ ລວມທັງດ້ານການຂົນສົ່ງ.
ເຖິງຢ່າງໃດກໍຕາມ, ຜູ້ຊ່ຽວຊານເຕືອນວ່າ: ເຖິງວ່າຈະມີໂຄງການລິເລີ່ມໃໝ່ໆ ເພື່ອກະຕຸ້ນອຸດສາຫະກຳທ່ອງທ່ຽວ, ແຕ່ຕ້ອງໃຊ້ເວລາຫລາຍປີກວ່າການເດີນທາງຈະກັບໄປຄືໄລຍະກ່ອນເກີດການລະບາດຂອງໂຄວິດ-19 ແລະ ເຖິງວ່າການເດີນທາງກັບໄປເປັນຄືກ່ອນເກີດລະບາດໄດ້ແທ້, ແຕ່ການເດີນທາງອາດບໍ່ຄືເກົ່າອີກຕໍ່ໄປ.
ປະເທດແຄມທະເລບອນຕິກ 3 ແຫ່ງໄດ້ແກ່ ເອສໂຕນີ, ລັດເວຍ ແລະ ລິທົວເນຍ ປະກາດເປີດໃຫ້ຄົນ 3 ປະເທດເດີນທາງໄປມາຫາສູ່ກັນໄດ້ນັບແຕ່ວັນທີ 15 ພຶດສະພາ ເພາະປະເທດສ່ວນຫລາຍບໍ່ສາມາດປິດປະເທດໄດ້ດົນໆ ຕໍ່ໄປທຸກປະເທດຕ້ອງເຮັດ Travel Bubble ຂອງຕົນເອງບໍ່ຊ້າກໍໄວ.
ສຳລັບປະເທດທີ່ອາໄສການທ່ອງທ່ຽວເປັນຫລັກ ຈຳເປັນຕ້ອງສ້າງສົມດູນລະຫວ່າງຂໍ້ກັງວົນເລື່ອງສຸຂະພາບກັບເສດຖະກິດໃຫ້ໄດ້, ເຖິງວ່າປະເທດເຫລົ່ານີ້ຈະຮູ້ສຶກກົດດັນໃຫ້ຕ້ອງເປີດປະເທດນອກເໜືອຈາກບັບເບິລ ແຕ່ບໍ່ແມ່ນວ່ານັກທ່ອງທ່ຽວຈະຫລັ່ງໄຫລເຂົ້າມາ ຖ້າປະເທດໜຶ່ງຢາກເປີດ ແຕ່ບໍ່ມີໃຜຢາກໄປ ບໍ່ວ່າຈະຈາກເຫດຜົນໃດກໍຕາມ ແນວຄິດນີ້ອາດບໍ່ໄດ້ຜົນ.
ສ່ວນບັນຫາ “Immunity passport” ຫລື ໜັງສືເດີນທາງພູມຄຸ້ມກັນ ເຊິ່ງກ່ອນໜ້ານີ້ ມີການຄາດຄະເນກັນວ່າຈະຊ່ວຍໃຫ້ຜູ້ຖືໜັງສືເດີນທາງນີ້ ສາມາດເດີນທາງໄປສະຖານທີ່ຕ່າງໆໄດ້ຄືບຸກຄົນທົ່ວໄປບໍ່ແມ່ນອີກແລ້ວ, ເມື່ອອົງການອະນາໄມໂລກ (WHO) ປະກາດໃນວັນທີ 25 ເມສາວ່າ: ບໍ່ມີຫລັກຖານແນ່ນອນວ່າ: ໜັງສືເດີນທາງພູມຄຸ້ມກັນໃຊ້ໄດ້ແທ້ ເພາະບໍ່ພົບຫລັກຖານວ່າຜູ້ຕິດເຊື້ອໂຄວິດ-19 ທີ່ຫາຍດີແລ້ວຈະບໍ່ກັບມາຕິດເຊື້ອໃໝ່ ເພາະສະນັ້ນ ບາງປະເທດທີ່ເລີ່ມອະນຸຍາດໃຫ້ປະຊາຊົນກັບໄປເຮັດວຽກ ຫລື ສາມາດເດີນທາງໄດ້ຈາກພື້ນຖານຄວາມເຊື່ອທີ່ວ່າ: ຄົນເຫລົ່ານີ້ມີພູມຄຸ້ມກັນຈາກໂຄວິດ-19 ແລ້ວນັ້ນ ຕ້ອງປ່ຽນແນວຄິດໃໝ່.
ນອກຈາກການລະບາດຂອງໂຄວິດ-19 ຈະເຮັດໃຫ້ເກີດການຮ່ວມມືດ້ານການທ່ອງທ່ຽວຂອງປະເທດທີ່ຢູ່ໃກ້ກັນແລ້ວ ຍັງເຮັດໃຫ້ພຶດຕິກຳຂອງຜູ້ບໍລິໂພກປ່ຽນໄປ ໂດຍກ່ອນເກີດການລະບາດໃຫຍ່ ການທ່ອງທ່ຽວເຮືອສຳລານ, ໄປລີສອດ ຫລື ການບິນໃນຖ້ຽວບິນຍາວໆເປັນສຸດຍອດປາດຖະໜາຂອງຜູ້ບໍລິໂພກ, ແຕ່ຫລັງຈາກເກີດການລະບາດ ຜູ້ບໍລິໂພກສ່ວນຫລາຍຈະນິຍົມໄປທ່ຽວຢູ່ໃກ້ໆ ບໍ່ຕ້ອງໃຊ້ເວລາໃນການເດີນທາງຫລາຍ.
ຜົນສຳຫລວດຂອງສະມາຄົມຂົນສົ່ງທາງອາກາດສາກົນ (ໄອອາຕ້າ) ລະບຸວ່າ: ນັກເດີນທາງ 60% ບອກວ່າຈະຈອງປິ້ຫລັງຄວບຄຸມການແຜ່ລະບາດໄວຣັສໂຄໂຣນາສາຍພັນໃໝ່ໄດ້ແລ້ວ 2 ເດືອນ ແລະ 40% ບອກວ່າຈະລໍຖ້າຢ່າງໜ້ອຍ 6 ເດືອນ.
ສ່ວນບໍລິສັດໂບອິ້ງ ເຊິ່ງມີສ່ວນກ່ຽວຂ້ອງກັບອຸດສາຫະກຳເດີນທາງ ແລະ ທ່ອງທ່ຽວ ແລະ ຫລ້າສຸດໄດ້ປະກາດຫລຸດພະນັກງານທົ່ວໂລກເຖິງ 10% ຈາກວິກິດໃນຄັ້ງນີ້ ບອກວ່າຕ້ອງລໍຖ້າເຖິງຢ່າງໜ້ອຍປີ 2013 ກວ່າການເດີນທາງທາງອາກາດຈະກັບມາຢູ່ໃນລະດັບດຽວກັບປີ 2019 ສອດຄ່ອງກັບໄອເອຈີ ເຊິ່ງເປັນບໍລິສັດແມ່ຂອງສາຍການບິນບຣິຕິ ແອເວ ທີ່ບອກວ່າຕ້ອງໃຊ້ເວລາອີກຫລາຍປີກວ່າທຸກຢ່າງຈະກັບມາຄືເກົ່າ.