ລາວຍັງບໍ່ອະນຸຍາດໃຫ້ນໍາໃຊ້ລົດຈັກແຮງເກີນ 250 CC


ຮັກສາການຫົວໜ້າກົມຂົນສົ່ງກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ: ປັດຈຸບັນຢູ່ປະເທດເຮົາຍັງບໍ່ອະນຸຍາດໃຫ້ບຸກຄົນທົ່ວໄປນໍາໃຊ້ລົດຈັກທີ່ມີແຮງຈັກເກີນ 250 CC ໄດ້ເທື່ອ, ເນື່ອງຈາກມັນເປັນສ່ວນໜຶ່ງພາໃຫ້ເກີດໜໍ່ແໜງຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ ເຊັ່ນ: ກຸ່ມແກ້ງກວນເມືອງ, ສົ່ງສຽງດັງ, ອຸປະຕິເຫດ, ປຸ້ນຈີ້ຊີງຊັບ ແລະ ອື່ນໆ, ໂດຍຂະແໜງການກ່ຽວຂ້ອງຈະບໍ່ ອອກທະບຽນ ແລະ ຕິດປ້າຍທະບຽນໃຫ້ໂດຍເດັດຂາດ ແລະ ສໍາລັບຜູ້ທີ່ມີລົດປະເພດດັ່ງກ່າວຄອບຄອງຖືວ່າຜິດລະບຽບກົດໝາຍ.
ທ່ານຮັກສາກົມດັ່ງກ່າວ ໃຫ້ຮູ້ວ່າ: ປັດຈຸບັນການສະເໜີຂໍນຳເຂົ້າ ແລະ ສະພາບລັກລອບນຳເຂົ້າລົດຈັກທີ່ມີຄວາມແຮງເກີນ 250 CC ຢູ່ປະເທດເຮົາມີລັກ ສະນະພົ້ນເດັ່ນ, ຕາມການກວດກາຂອງເຈົ້າໜ້າທີ່ຈະຈອນພົບເຫັນຫລາຍກວ່າ 20 ຄັນທີ່ມີການຂຶ້ນທະບຽນ ແລະ ຕິດປ້າຍທະບຽນບໍ່ຖືກຕ້ອງ, ຊຶ່ງຂັດກັບກົດລະບຽບກົດໝາຍ ແລະ ມີລົດຈັກທີ່ມີຄວາມແຮງແຕ່ 600-1.500 CC ອີກ 8 ຄັນຍັງຄ້າງຢູ່ສາງທ່ານາແລ້ງພາຍໃຕ້ການຄວບຄຸມຂອງເຈົ້າໜ້າທີ່ພາສີ, ພ້ອມນີ້ ພະແນກຕ້ານ ແລະ ສະກັດກັ້ນການລັກລອບໜີພາສີ, ຍັງໄດ້ກັກລົດຈັກຄວາມແຮງເກີນຈາກຜູ້ຊົມໃຊ້ບໍ່ໄດ້ເສຍພາສີເປັນຈໍານວນຫລາຍຄັນ.
ເຈົ້າໜ້າທີ່ຈະລາຈອນ ໃຫ້ຮູ້ວ່າ: ລົດຈັກທີ່ມີຄວາມແຮງເກີນ 250 CC ແມ່ນຈະບໍ່ອະນຸຍາດໃຫ້ບຸກຄົນທົ່ວໄປນຳໃຊ້, ມີແຕ່ກຳລັງປະກອບອາວຸດເທົ່ານັ້ນສາມາດນຳໃຊ້ໃນການປະຕິບັດໜ້າທີ່ວິຊາສະເພາະ ເປັນຕົ້ນ: ລົດເປີດທາງ, ລົດຄຸມແຫ່, ລົດສະກັດຈັບກຸ້ມແກ້ງກວນເມືອງ ຫລື ກຸ່ມຄົນບໍ່ດີ ແລະ ອື່ນໆເທົ່ານັ້ນ.