ຫາລືບໍລິຫານຄວາມສ່ຽງໃນການສະໜອງທຶນໃຫ້ແກ່ພາກທຸລະກິດຂະໜາດນ້ອຍ-ກາງ

- Lao finance 780x439 - ຫາລືບໍລິຫານຄວາມສ່ຽງໃນການສະໜອງທຶນໃຫ້ແກ່ພາກທຸລະກິດຂະໜາດນ້ອຍ-ກາງ
- kitchen vibe - ຫາລືບໍລິຫານຄວາມສ່ຽງໃນການສະໜອງທຶນໃຫ້ແກ່ພາກທຸລະກິດຂະໜາດນ້ອຍ-ກາງ

ທະນາຄານພັດທະນາອາຊີ (ADB) ຮ່ວມກັບທະນາຄານແຫ່ງສປປ ລາວ ຈັດຊຸດສຳມະນາ ກ່ຽວກັບການບໍລິຫານຄວາມສ່ຽງ ໃນການສະໜອງທຶນໃຫ້ແກ່ພາກທຸລະກິດຂະໜາດນ້ອຍ-ຂະ ໜາດກາງ  ໃນວັນທີ 13-16 ມິຖຸນາ ນີ້ ຢູ່ນະຄອນຫລວງວຽງຈັນ, ໃຫ້ແກ່ພະນັກງານທະນາຄານ, ສະຖາບັນການເງິນ, ກົມສົ່ງເສີມວິສາຫະກິດຂະ ໜາດນ້ອຍ-ກາງ ໂດຍມີທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ພ້ອມດ້ວຍທ່ານ ນາງ Ingrid Van Wees ຮອງປະທານທະນາຄານພັດທະນາອາຊີເຂົ້າຮ່ວມ.

ຊຸດສຳມະນາໃນຄັ້ງນີ້, ກວມເອົາຫລາຍບົດຮຽນທີ່ຕິດພັນກັບການບໍລິຫານຄວາມສ່ຽງ ກ່ຽວກັບການປ່ອຍສິນເຊື່ອໃຫ້ວິສາຫະກິດຂະໜາດນ້ອຍ-ກາງ ເປັນຕົ້ນຫລັກການລວມ ກ່ຽວກັບການບໍລິຫານຄວາມສ່ຽງ, ການປະເມີນຄູ່ຮ່ວມງານຂອງທະນາຄານ, ກ່ຽວກັບຂະບວນການປ່ອຍສິນເຊື່ອໃຫ້ວິສາຫະ ກິດ, ການຈັດວາງຄວາມສ່ຽງ, ການຕິດຕາມກະແສເງິນສົດ ແລະ ບົດຮຽນອື່ນໆ. ນອກຈາກນີ້,  ຍັງຈະໄດ້ນຳສະເໜີບາງບົດຮຽນຕົວຈິງ ທີ່ຕິດພັນກັບແຕ່ລະຫົວຂໍ້ ເພື່ອເຮັດໃຫ້ສຳມະນາກອນສາມາດເຂົ້າໃຈເລິກເຊິ່ງ ກ່ຽວກັບບົດຮຽນຕ່າງໆເຫຼົ່ານີ້.

ພາຍຫລັງຊຸດສຳມະນາຄັ້ງນີ້ ທັງສອງທະນາຄານ ຈະສືບຕໍ່ຮ່ວມມືກັນ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ເຊິ່ງທາງຝ່າຍທະນາຄານພັດທະນາອາຊີ ຈະສືບຕໍ່ປະສານງານ ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນທີ່ດີ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ຂອງທະນາຄານແຫ່ງ ສປປ ລາວ ຫຼາຍຂຶ້ນ.

- 3 - ຫາລືບໍລິຫານຄວາມສ່ຽງໃນການສະໜອງທຶນໃຫ້ແກ່ພາກທຸລະກິດຂະໜາດນ້ອຍ-ກາງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!