ປີນີ້ກໍເຊັ່ນດຽວກັນກັບປີຜ່ານມາ, ພໍກ້າວເຂົ້າສູ່ລະດູແລ້ງສະພາບອາກາດຈະຮ້ອນອົບເອົ້າ, ເຮັດໃຫ້ຄວາມຕ້ອງການນ້ຳດື່ມ, ນ້ຳໃຊ້ຂອງປະຊາຊົນເພີ່ຫລາຍຂຶ້ນ, ຂະນະທີ່ການສະໜອງນ້ຳປະປາ ແລະ ນ້ຳສະອາດຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດຍັງຈຳກັດ, ຊຶ່ງເຫັນໄດ້ໃນປັດຈຸບັນມີບາງທ້ອງຖິ່ນ, ໂດຍສະເພາະແມ່ນບັນດາແຂວງພາກໃຕ້ ລວມເຖິງນະຄອນຫລວງວຽງຈັນເລີ່ມມີສະພາບການສະໜອງນ້ຳປະປາບໍ່ເປັນປົກກະຕິ ແລະ ມີປະລິມານໜ້ອຍ, ແມ່ນ້ຳ,ຫ້ວຍ, ໜອງ, ຄອງ, ບຶງ ຕາມທຳມະຊາດກໍບົກແຫ້ງຢ່າງໄວວາ, ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນໃນບາງຂົງເຂດເນີນສູງ ແລະ ຖືເປັນສັນຍານທີ່ບໍ່ດີແຕ່ຫົວທີ່ວ່າບາງທ້ອງຖິ່ນອາດຂາດນ້ຳໃຊ້ ແລະ ນ້ຳດື່ມ, ຂະນະທີ່ກົມຊັບພະຍາກອນນ້ຳ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ຮູ້ວ່າ: ປັດຈຸບັນ, ທ້ອງຖິ່ນຕ່າງໆໃນທົ່ວປະເທດແມ່ນຍັງມີນ້ຳໃຊ້ເປັນປົກກະຕິ, ແຕ່ກໍຍອມຮັບວ່າໃນສະພາບອາກາດຮ້ອນອົບເອົ້າແບບນີ້, ອາດສົ່ງຜົນໃຫ້ບາງທ້ອງຖິ່ນຂາດນ້ຳໃຊ້ກໍເປັນໄດ້, ໂດຍສະເພາະແມ່ນເຂດຫ່າງໄກ, ແຕ່ກໍຍັງດີທີ່ອ່າງເກັບນ້ຳແຕ່ລະແຫ່ງໄດ້ສຳຮອງນ້ຳໄວ້ເປັນຈຳນວນຫລາຍ ເພື່ອຊ່ວຍຕ້ານແລ້ງ ແລະ ເຖິງຢ່າງໃດກໍຂໍເຕືອນໃຫ້ປະຊາຊົນກະກຽມພາຊະນະບັນຈຸນ້ຳສຳລັບຊົມໃຊ້ໃນຍາມຈຳເປັນຈະເປັນການດີ.
ປີຜ່ານມາ, ເລີ່ມແຕ່ກາງເດືອນກຸມພາເປັນຕົ້ນມາຄວາມຕ້ອງການຊົມໃຊ້ນ້ຳຂອງປະຊາຊົນ, ໂດຍສະເພາະຢູ່ນະຄອນຫຼວງວຽງຈັນແມ່ນເພີ່ມຂຶ້ນຫລາຍ, ຂະນະທີ່ການສະໜອງນ້ຳປະປາພັດບໍ່ພຽງພໍກັບຄວາມຕ້ອງການ, ແຕ່ກໍຍັງໂຊກດີທີ່ປີນີ້ໂຮງງານນ້ຳປະປາດົງໝາຄາຍໄດ້ສຳເລັດການກໍ່ສ້າງ ແລະ ຊ່ວຍສະໜອງນ້ຳໄດ້ຫລາຍຂຶ້ນ, ແຕ່ເຖິງຢ່າງໃດກໍຂໍຮຽກຮ້ອງໃຫ້ພວກເຮົາຈົ່ງຊ່ວຍກັນນຳໃຊ້ນ້ຳຢ່າງປະຢັດຈະເປັນການດີທີ່ສຸດ.