ເດັກ 8 ປິ ຢາກໄປໂຮງຮຽນ

ເດັກ 8 ປິ ຢາກໄປໂຮງຮຽນ - 635 - ເດັກ 8 ປິ ຢາກໄປໂຮງຮຽນ
ເດັກ 8 ປິ ຢາກໄປໂຮງຮຽນ - kitchen vibe - ເດັກ 8 ປິ ຢາກໄປໂຮງຮຽນ

ພາຍຫຼັງຟື້ນຕົວຈາກການບໍ່ມີສະຕິ ເປັນເວລາ 3 ເດືອນ, ປາກ ແລະ ດັງຍັງໃສ່ເຄື່ອງຊ່ວຍຫາຍໃຈຢູ່, ເດັກ ມິງດຶກ ຂຽນວ່າ: “ລູກຄິດຮອດເຮືອນ, ຄິດຮອດເພື່ອນໆ, ເອື້ອຍຄູ ແລະ ໂຮງຮຽນ”.

ເຖິງແມ່ນເດັກ ມິງດຶກ ຍັງບໍ່ແຂງແຮງດີ ແຕ່ກໍພະຍາຍາມລຸກຂຶ້ນມານັ່ງຂຽນໜັງສືແຕ່ລະໂຕ ແຕ່ລະແຖວດ້ວຍຄວາມພະຍາຍາມວ່າ: “ລູກຊື່ວ່າ ຫງວຽນ ມິງ ດຶກ, ຮຽນຢູ່ຫ້ອງ 2A, ໂຮງຮຽນປະຖົມ ຟູ ຮວາ. ບໍ່ທັນເທົ່າໃດກໍໄດ້ 3 ເດືອນແລ້ວ ທີ່ບໍ່ໄດ້ໄປໂຮງຮຽນ. ລູກຕ້ອງໄດ້ຕໍ່ສູ້ກັບພະຍາດ ແລະ ບໍ່ຮູ້ສຶກຕົວເປັນເວລາດົນພໍສົມຄວນ… ” ຄາວຄາວກໍອິດເມື່ອຍ ບຶດບຶດກໍຫາຍໃຈແຮງຂຶ້ນ ແລ້ວບອກໃຫ້ແມ່ເອົານອນລົງ.

ເດັກ 8 ປິ ຢາກໄປໂຮງຮຽນ - Visit Laos Visit SALANA BOUTIQUE HOTEL - ເດັກ 8 ປິ ຢາກໄປໂຮງຮຽນ

ປັດຈຸບັນນ້ອງກຳລັງນອນພັກຟື້ນຢູ່ ໂຮງໝໍເດັກ ຫວຽດນາມ-ກຸຍບາ, ເມືອງ ດົງ ເຮິຍ ແຂວງ ກວາງ ບິ່ງ,ສສຫວຽດນາມ. ວັນທີ 9 ກຸມພາຜ່ານມາ, ບັງເອີນນ້ອງຮູ້ສຶກຫາຍໃຈຍາກ. ທ່ານໝໍເວົ້າກັບພໍ່ແມ່ຂອງນ້ອງວ່າ: “ລະບົບທາງເດີນຫາຍໃຈຂອງນ້ອງຊຸດໂຊມຢ່າງໜັກ ແລະ ມີຄວາມສ່ຽງຫຼາຍ”. ຫຼັງຈາກນັ້ນນ້ອງກໍໄດ້ຮັບການປິ່ນປົວສຸກເສີນທັນທີ. ເຖິງແມ່ນນ້ອງຈະຜ່ານພົ້ນວິກິດການກໍຕາມ ແຕ່ນ້ອງບໍ່ໄດ້ສະຕິເປັນເວລາຫຼາຍເດືອນ. ປັດຈຸບັນນ້ອງຢູ່ໄດ້ດ້ວຍເຄື່ອງຊ່ວຍຫາຍໃຈ, ທ່ານໝໍທົດລອງປົດເຄື່ອງຊ່ວຍຫາຍໃຈອອກ 4 ຄັ້ງແລ້ວ ແຕ່ບໍ່ໄດ້ຜົນ. ລະບົບຫາຍໃຈຊຸດໂຊມລົງເລື້ອຍໆ ແຕ່ບໍ່ທັນຊອກເຫັນສາເຫດຂອງມັນໄດ້. ຍ້ອນນ້ອງຫາຍໃຈດ້ວຍເຄື່ອງຊ່ວຍຫາຍໃຈເປັນເວລາດົນ ຈຶ່ງເກີດການອັກເສບປອດຂຶ້ນຕື່ມ. ພາຍຫຼັງຟຶ້ນຕົວຂຶ້ນມາຈາກການບໍ່ຮູ້ສະຕິເປັນເວລາ 40 ວັນ, ພໍແຕ່ຮູ້ເມື່ອຂຶ້ນມາ  ກໍຍັງຕ້ອງໃສ່ເຄື່ອງຫາຍໃຈຊ່ວຍ, ແຕ່ ນ້ອງ ດຶກ ກໍພະຍາຍາມເໜັງສົບເວົ້າກັບພໍ່ແມ່ວ່າ: “ລູກຄິດຮອດເຮືອນ, ຄິດຮອດເອື້ອຍ”. ເມື່ອໄດ້ຍິນຄຳເວົ້າດັ່ງກ່າວ ທັງພໍ່ແມ່ ແລະ ບັນດາທ່ານໝໍຕ່າງກໍອົດກັ້ນນໍ້າຕາບໍ່ໄດ້.

ເມື່ອໄດ້ຍິນເຊັ່ນນັ້ນ, ເຖິງແມ່ນວ່າ ເຮືອນຈະຢູ່ໄກໂຮງໝໍຕັ້ງ 70 ກິໂລແມັດກໍຕາມ, ຜູ້ເປັນພໍ່ໄດ້ໄປຮັບເອົາເອື້ອຍທີ່ຮຽນຢູ່ ມ ຕົ້ນມາຢາມ ເພື່ອໃຫ້ກຳລັງໃຈນ້ອງ. ເອື້ອຍເວົ້າກັບນ້ອງວ່າ: “ ເອີ, ບາດນ້ອງດີແລ້ວ ເອື້ອຍຈະຊ້ອນລົດຖີບກັບນ້ອງໄປໂຮງຮຽນອີກ, ດີໄວໆເດີ”, ນ້ອງງຶກຫົວເຫັນດີ ແລະ ຍັງບໍ່ລືມເມື່ອເອື້ອຍອອກເມືອ ນ້ອງສັ່ງໃຫ້ພໍ່ເອົາປື້ມມາໃຫ້ນ້ອງຮຽນແດ່! ເມື່ອພໍ່ກັບມາ ໄດ້ເອົາປື້ມຂຽນກັບບິກມາໃຫ້ນ້ອງ. ເມື່ອໄດ້ຍິນຜູ້ໃຫ່ຍໃນຫ້ອງລົມກັນວ່າລູກພວກເຂົາໄດ້ໄປໂຮງຮຽນແລ້ວ, ຫຼັງຈາກການປິດເມືອງຍ້ອນ ໂຄວິດ-19. ດຶກກໍບອກໃຫ້ແມ່ເອົາປື້ມມາໃຫ້ນ້ອງຮຽນຂຽນໜັງສື. ແມ່ຢື່ນປື້ມຂຽນໃຫ້ນ້ອງແລ້ວ ບອກວ່າ: “ລູກມີຫຍັງໃຫ້ລູກຂຽນໃສ່ນີ້ເດີ”.

ນ້ອງຂຽນຄວາມມຸ່ງຫວັງຂອງຕົນລົງໃນປຶ້ມວ່າ:

ໂຮງໝໍ ກຸຍບາ ດົງ ເຮີຍ ວັນທີ 30-4-2020.

ລູກຫວັງວ່າຈະໄດ້ກັບສູ່ໂຮງຮຽນ…

ລູກຊື່ວ່າ ຫງວຽນ ມິງ ດຶກ, ນັກຮຽນຫ້ອງ 2A, ໂຮງຮຽນປະຖົມ ຟຸ ຮວາ. ທັນໃດໄດ້ 3 ເດືອນແລ້ວບໍ່ໄດ້ໄປໂຮງຮຽນ. ລູກຕ້ອງໄດ້ຕໍ່ສູ້ກັບພະຍາດ ນອນບໍ່ໄດ້ສະຕິເປັນເວລາດົນ. ດ້ວຍຄວາມເອົາໃຈໃສ່ຂອງຖັນແຖວພະນັກງານແພດໝໍໂຮງໝໍເດັກ ແລະ ຄວາມຮັກຈາກພໍ່ ແລະ ແມ່, ມື້ນີ້ລູກຈຶ່ງພົ້ນວິກິດການອັນຕະລາຍໄດ້, ແຕ່ລູກຍັງຈະຕ້ອງໄດ້ນອນຢູ່ກັບຕຽງຕໍ່ໄປ,ບໍ່ສາມາດຈະຫາຍໃຈດ້ວຍຕົນເອງ ຕ້ອງໄດ້ອາໄສເຄື່ອງຊ່ວຍຫາຍໃຈ ແລະ ຢາ. ລູກຄິດຮອດເຮືອນ, ຄິດຮອດເພື່ອນໆ, ເອື້ອຍຄູ ແລະ ໂຮງຮຽນ. ຢາກໄປໂຮງຮຽນເພື່ອຈະໄດ້ຫຼີນມ່ວນກັບເພື່ອນໆຫລາຍ.

ລູກມີຄວາມມຸ່ງຫວັງຢ່າງດຽວຢາກມີເວມົນຄາຖາ ເຮັດໃຫ້ລູກຫາຍຈາກພະຍາດໂລຄາ ເພື່ອໃຫ້ໄດ້ກັບເມືອຢູ່ເຮືອນ

ຈາກ: ລູກ ຫງວຽນ ມິງ ດຶກ

ນ້ອງຫຼຽວໄປຫາພໍ່ ແລ້ວເໜັງສົບເວົ້າກັບພໍ່ວ່າ: ຖ້າລູກຮຽນໝົດປື້ມຫົວນີ້ແລ້ວ, ລູກຈະໄດ້ຂຶ້ນຫ້ອງ ປ3 ແມ່ນບໍ່ພໍ່ ?

 

ເດັກ 8 ປິ ຢາກໄປໂຮງຮຽນ - 5 - ເດັກ 8 ປິ ຢາກໄປໂຮງຮຽນ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!