ທ່ຽວຜົ້ງສາລີ

- kundi - ທ່ຽວຜົ້ງສາລີ
- kitchen vibe - ທ່ຽວຜົ້ງສາລີ

ແຂວງຜົ້ງສາລີ ເປັນແຂວງ ເໜືອສຸດຂອງປະເທດ ແລະ ເປັນ ຢູ່ເຂດພູຜາອັນສູງຊັນ,ໂດຍສະເພາະພູຟ້າອັນລືຊື່ທີ່ມີຄວາມສູງເຖິງ 1,625 ແມັດທຽບກັບລະດັບນ້ຳທະເລອັນໄດ້ເຮັດ ໃຫ້ ເຂດ ແຂວງນີ້ມີອາກາດເຢັນສະບາຍຕະຫລອດປີ ແລະ ມີຊັບພະຍາ ກອນທຳມະຊາດອັນອຸດົມສົມບູນ ເຊິ່ງມີປ່າໄມ້ປົກຫຸ້ມ ກວມເຖິງ 41% ຂອງເນື້ອທີ່ຈົນໄດ້ຮັບຂະໜານນາມວ່າ: ເປັນແຂວງພູ ດອຍ, ມີເນື້ອທີ່ກວ້າງ ຫລາຍກວ່າ 16.000 ກິໂລຕາແມັດ, ທິດຕາ ເວັນອອກມີຊາຍແດນຕິດກັບ  ສສ ຫວຽດນາມ ແລະ ທິດຕາເວັນຕົກສ່ຽວເໜືອຕິດກັບ ສປ ຈີນ. ມີພົນລະເມືອງທັງໝົດຫລາຍ ກວ່າ 170,600 ຄົນ (ສະຖິຕິປີ 2013) ແລະ ປະກອບມີຫລາຍ ຊົນເຜົ່າຄື: ລາວ, ລື້, ຫໍ້, ກໍ່, ຢ້າວ, ກຳພູຊາງ, ຜູ່ນ້ອຍ, ມົ້ງລາຍ, ກຶມມຸ, ກໍມູຈິ, ກໍມູຊາງ, ຮາຍີ ແລະ ເຜົ່າອື່ນໆ. ທີ່ສັງກັດຢູ່ໃນ  7 ເມືອງ ຄື: ເມືອງຜົ້ງສາລີ, ເມືອງໃໝ່, ເມືອງຂວາ, ເມືອງ ສຳພັນ, ເມືອງ ບຸນເໜືອ, ເມືອງ ບຸນໃຕ້ ແລະ ເມືອງຍອດອູ. ເປັນດິນແດນທີ່ມີ ຕຳນານເມືອງແຫ່ງທະເລໝອກ ແລະ ຮ່ອງຮອຍ ຂອງຍຸກອານາ ນິຄົມ, ຊາວເມືອງມີຂະນົບທຳ ນຽມ ແລະ ສຽງເວົ້າ ສຽງຫົວທີ່ ແສນອີ່ນອ້ອຍປະທັບໃຈ.

 

- Visit Laos Visit SALANA BOUTIQUE HOTEL - ທ່ຽວຜົ້ງສາລີ

- 454www 300x202 - ທ່ຽວຜົ້ງສາລີ

 

+ ທ່ຽວແຂວງຫົວພັນໄປເບິ່ງຫັດຖະກຳຕ່ຳຫູກ-ບ້ານນາສາລາ

+ ທ່ຽວຊົມວັດພະບາດແອວຂັນແລ້ວພາກັນມາຂີ່ເຮືອແພທ່າງ່ອນ

 

ຖ້າທ່ານໄດ້ເດີນທາງໄປ ແຂວງຜົ້ງສາລີ ທ່ານຕ້ອງໄດ້ ຊິມເຫລົ່າຂຽວ ເຊິ່ງເປັນເອກະລັກ ສະເພາະທີ່ຂຶ້ນຊື່ຂອງທອງຖິ່ນ ພ້ອມທັງຟັງຂັບລຳຕ່າງໆເຊັ່ນ: ຂັບລື້, ຂັບພູຊາງ, ຂັບມົ້ງ ແລະ ຂັບອື່ນໆມີບຸນປະເພນີທີ່ສຳຄັນ ແລະ ໜ້າສົນໃຈ ເປັນຕົ້ນແມ່ນ ບຸນປີໃໝ່ ແລະ ບຸນສະຫລອງ ຜົນເກັບກ່ຽວ ແລະ ບຸນກູ້ ເຜືອກ- ມັນເປັນຕົ້ນ.

ພູຟ້າ ເປັນມິ່ງຂວັນ ຂອງ ຊາວເມືອງຜົ້ງສາລີ ເຊິ່ງຕັ້ງຢູ່ ຫ່າງຕົວເມືອງຜົ້ງສາລີໄປທາງທິດຕາເວັນອອກສ່ຽງເໜືອພຽງ 2 ກິໂລແມັດ, ມີເນື້ອທີ່ 200 ກວ່າເຮັກຕາ, ສູງ 1.625 ແມັດ ແລະ ມີຂັ້ນໄດທີ່ສ້າງໄວ້ໃຫ້ ທ່ານ ໄດ້ຂຶ້ນໄປຊົມວິວຕົວເມືອງຜົ້ງ ສາລີລວມ 863 ຂັ້ນ. ເປັນພູທີ່ ມີປ່າໄມ້ທິວທັດອັນສວຍສົດງົດງາມ ແລະ ອຸດົມສົມບູນ ໄປດ້ວຍ ພຶດພັນນາໆຊະນິດ, ທີ່ສາມາດ ນຳໃຊ້ເປັນຢາພື້ນເມືອງ ເພື່ອປິ່ນ ປົວພະຍາດໂລຄາຕ່າງໆ ແລະ ຍັງເປັນບ່ອນຢູ່ອາໄສ ຂອງສັດປ່າຫາຍາກຫລາຍຊະນິດຄື: ກວາງ, ຟານ, ລິງ, ໝູປ່າ  ແລະ ນົກນາໆຊະນິດເຫັນແລ້ວໜ້າອອນຊອນ.

 

- reee 300x202 - ທ່ຽວຜົ້ງສາລີ

 

 

 

 

- 3 - ທ່ຽວຜົ້ງສາລີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!