ເຕືອນລະວັງມັລແວທີ່ເຈາະລະບົບອາດດັດແປງ ປັ່ນປ່ວນໂຄງສ້າງພື້ນຖານທົ່ວໂລກ

- 1497323395171 960x0 - ເຕືອນລະວັງມັລແວທີ່ເຈາະລະບົບອາດດັດແປງ ປັ່ນປ່ວນໂຄງສ້າງພື້ນຖານທົ່ວໂລກ
- kitchen vibe - ເຕືອນລະວັງມັລແວທີ່ເຈາະລະບົບອາດດັດແປງ ປັ່ນປ່ວນໂຄງສ້າງພື້ນຖານທົ່ວໂລກ

- a1925494e62e5b7e0e3a4e6be0f5e0b5 - ເຕືອນລະວັງມັລແວທີ່ເຈາະລະບົບອາດດັດແປງ ປັ່ນປ່ວນໂຄງສ້າງພື້ນຖານທົ່ວໂລກ

ວໍ​ຊິງ​ຕັນ 13 ມິຖຸນາ: ບໍລິສັດ​ຄວາມ​ປອດ​ໄພ​ໂລກ​ອິນ​ເຕີ​ເນັດ 2 ​ແຫ່ງ​ພົບ​ມັລ​ແວ​ທີ່​ເຊື່ອ​ວ່າ​ເປັນສາ​ເຫດ​ເຮັດ​ໃຫ້​ໄຟຟ້າ​ມອດ​ທົ່ວ​ອູ​ແກຣນ​ໃນ​ເດືອນ​ທັນວາ​ປີ​ກ່ອນ ​ແລະ ອາດ​ຖືກ​ເຈາະ​ລະບົບ​ນ​ຳ​ໄປ​ດັດ​ແປງ​ຢ່າງ​ງ່າຍດາຍ ​ເພື່ອ​ສ້າງ​ຄວາມ​ປັ່ນ​ປ່ວນ​ໃຫ້​ແກ່​ການ​ເຮັດ​ວຽກ​ຂອງ​ໂຄງ​ສ້າງ​ພື້ນຖານ​ສຳຄັນ​ທົ່ວ​ໂລກ.

- Visit Laos Visit SALANA BOUTIQUE HOTEL - ເຕືອນລະວັງມັລແວທີ່ເຈາະລະບົບອາດດັດແປງ ປັ່ນປ່ວນໂຄງສ້າງພື້ນຖານທົ່ວໂລກ

 

+ ຈີນເຕືອນໃຫ້ຜູ້ໃຊ້ windows ລະວັງມັລແວຣ໌ເອີ້ນຄ່າໄຖ່ແບບໃໝ່

+ ນັກວິໄຈອັງກິດປົດສະນວນມັລແວຣ໌ເອີ້ນຄ່າໄຖ່ ຢຸດການແຜ່ລະບາດທົ່ວໂລກ

+ ໄມໂຄຣຊອບຕຳນິລັດຖະບານອາເມລິກາ ເປັນສາເຫດໂຈມຕີທາງໄຊເບີ

 

ອີ​ເຊັດ ບໍລິສັດ​ຜູ້​ຜະລິດ​ຊອບ​ແວ​ແອນ​ຕີ​ໄວຣັສຂອງ​ສະ​ໂລ​ວັກ ​ແລະ ດຣາກອສ ບໍລິສັດ​ຄວາມ​ປອດ​ໄພ​ໂຄງ​ສ້າງ​ພື້ນຖານ​ຂອງ​ອາ​ເມ​ລິ​ກາ ​ໄດ້​ເຜີຍ​ແຜ່​ລາຍ​ລະອຽດ​ການ​ວິ​ເຄາະ​ມັລ​ແວ​ຊື່ Industroyer ຫລື Crash Override ພ້ອມ​ກັບ​ເຕືອນ​ລັດຖະບານ ​ແລະ ຜູ້​ໃຫ້​ບໍລິການ​ໂຄງ​ສ້າງ​ພື້ນຖານ​ໃຫ້​ຊ່ວຍ​ກັນ​ປ້ອງ​ກັນ​ໄພ​ດັ່ງກ່າວ ​ເນື່ອງ​ຈາກ​ກຸ່ມ​ທີ່​ສ້າງ​ມັລ​ແວ​ໂຕ​ນີ້ ຫລື ກຸ່ມ​ຮຽນ​ແບບ​ອາດ​ດັດ​ແປງ​ໄປ​ໃຊ້​ສ້າງ​ຄວາມ​ເສຍ​ຫາຍ​ໃນ​ວົງ​ກວ້າງ​ຕໍ່​ໂຄ​ງສ້າງ​ພື້ນຖານ​ສຳຄັນ​ອື່ນໆ​ຢູ່​ເອີຣົບ ຫລື ອາ​ເມ​ລິ​ກາ​ເຊັ່ນ: ການ​ຂົນ​ສົ່ງ, ການ​ໃຫ້​ບໍລິການ​ນ້ຳປະປາ ​ແລະ ​ແກັສ. ​ເຖິງ​ຢ່າງ​ໃດ​ກໍ​ດີ, ບໍລິສັດ​ທັງ​ສອງ​ແຫ່ງ​ບໍ່​ຮູ້​ວ່າ​ໃຜ​ຢູ່​ເບື້ອງຫລັງ​ການ​ເຮັດ​ໃຫ້​ໄຟຟ້າ​ມອດ​ທົ່ວ​ອູ​ແກຣນ​ເມື່ອ​ທ້າຍ​ປີ​ກ່ອນ, ອູ​ແກຣນ​ໂທດຣັດ​ເຊຍ ​ແຕ່ຣັດ​ເຊຍ​ປະຕິ​ເສດ​ວ່າ​ບໍ່​ກ່ຽວຂ້ອງ.

Industroyer ​ເປັນ​ມັລ​ແວ​​ໂຕ​ທີ​ສອງ​ເທົ່າ​ທີ່​ຜູ້​ຊ່ຽວຊານ​ຮູ້​ຈົນ​ຮອດ​ປັດຈຸບັນ​ນີ້​ວ່າ: ສາມາດ​ລົບ​ກວນ​ຂະ​ບວນການ​ເຮັດ​ວຽກ​ຂະ​ແໜງ​ອຸດສາຫະກຳ ​ໂດຍ​ເຈາະ​ລະບົບ​ບໍ່​ຕ້ອງ​ເຂົ້າ​ໄປ​ແຊກ​ແຊງ​ດ້ວຍ​ຕົນ​ເອງ, ສ່ວນ​ມັລ​ແວ​ໂຕ​ທຳ​ອິດຄື Stuxnet ພົບ​ໃນ​ປີ 2000 ​ວົງ​ການ​ນັກວິ​ໄຈ​ຄວາມ​ປອດ​ໄພ​ຄອມ​ພິວ​ເຕີ​ເຊື່ອ​ວ່າ ອາ​ເມ​ລິ​ກາ ​ແລະ ອິດສະ​ລາ​ແອນ​ໃຊ້​ລົບ​ກວນ​ໂຄງການ​ນິວ​ເຄຼຍອີຣານ.

- 5 - ເຕືອນລະວັງມັລແວທີ່ເຈາະລະບົບອາດດັດແປງ ປັ່ນປ່ວນໂຄງສ້າງພື້ນຖານທົ່ວໂລກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!