ຈີນບໍ່ພົບຜູ້ຕິດເຊື້ອໂຄວິດ-19 ຄົນໃໝ່ ທີ່ເກີດຈາກພາຍໃນປະເທດ

ຈີນບໍ່ພົບຜູ້ຕິດເຊື້ອໂຄວິດ-19 ຄົນໃໝ່ ທີ່ເກີດຈາກພາຍໃນປະເທດ - 70 3 - ຈີນບໍ່ພົບຜູ້ຕິດເຊື້ອໂຄວິດ-19 ຄົນໃໝ່ ທີ່ເກີດຈາກພາຍໃນປະເທດ
ຈີນບໍ່ພົບຜູ້ຕິດເຊື້ອໂຄວິດ-19 ຄົນໃໝ່ ທີ່ເກີດຈາກພາຍໃນປະເທດ - kitchen vibe - ຈີນບໍ່ພົບຜູ້ຕິດເຊື້ອໂຄວິດ-19 ຄົນໃໝ່ ທີ່ເກີດຈາກພາຍໃນປະເທດ

ຄະນະກຳມະການ​ສຸຂະພາບ​ແຫ່ງ​ຊາດ​ຂອງ​ຈີນ (NHC) ຖະ​ແຫລ​ງ​ໃນ​ວັນ​ທີ 6 ພຶດສະພາ​ວ່າ: ຈີນ​ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໄວຣັສ​ໂຄ​ວິດ-19 ຄົນ​ໃໝ່​ທີ່​ເກີດ​ຈາກ​ການ​ຕິດ​ເຊື້ອພາຍ​ໃນ​ປະ​ເທດ.

​ເຖິງ​ຢ່າງ​ໃດ​ກໍ​ດີ, ຈີນ​ມີ​ຜູ້​ຕິດ​ເຊື້ອ​ໃໝ່ 2 ຄົນ ​ແຍກ​ເປັນ 1 ຄົນ​ຢູ່​ຊຽງ​​ໄຮ້ ​ແລະ ອີກ 1 ຄົນ​ຢູ່​ມົນທົນ​ກວາງຕຸ້ງ ​ເຊິ່ງ​ເປັນ​ການ​ຕິດ​ເຊື້ອທີ່​ມາ​ຈາກ​ຕ່າງປະ​ເທດ.

ສຳນັກ​ຂ່າວ​ຊິນ​ຮົວລາຍ​ງານ​ວ່າ: ຈີນ​ມີ​ຈຳນວນ​ລວມຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ທັງ​ໝົດ 82.885 ຄົນ ​ແລະ ຈຳນວນ​ລວມຜູ້​ເສຍ​ຊີວິດ​ມີ 4.633 ຄົນ, ສ່ວນ​ຈຳນວນ​ຜູ້​ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້​ອອກ​ຈາກ​ໂຮງໝໍ​ເນື່ອງ​ຈາກ​ຫາຍ​ດີ​ແລ້ວ​ມີ 77.957 ຄົນ.

ຈີນບໍ່ພົບຜູ້ຕິດເຊື້ອໂຄວິດ-19 ຄົນໃໝ່ ທີ່ເກີດຈາກພາຍໃນປະເທດ - 5 - ຈີນບໍ່ພົບຜູ້ຕິດເຊື້ອໂຄວິດ-19 ຄົນໃໝ່ ທີ່ເກີດຈາກພາຍໃນປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!