ອາເມລິກາປັບຂຶ້ນອັດຕາດອກເບ້ຍຄັ້ງທີ 3 ນັບແຕ່ເກີດວິກິດການເງິນເປັນຕົ້ນມາ
March 16, 2017 - 6:22 PM


FED ໄດ້ອອກຖະແຫຼງການຫຼັງສຳເລັດກອງປະຊຸມນະໂຍບາຍເງິນຕາສະໄໝສາມັນໃນວັນດັ່ງກ່າວວ່າ: ໃນຫຼາຍໄຕ ມາດຜ່ານມາ, ລະດັບເງິນເຟີ້ຂອງປະເທດຕົນໄດ້ເພີ່ມຂຶ້ນເປັນກ້າວໆ ແລະ ເຂົ້າໃກ້ເຖິງ 2% ທີ່ເປັນເປົ້າໝາຍໄລຍະຍາວຂອງ FED ແລ້ວ, ແຕ່ເມື່ອຫັກລາຄາພະລັງງານ ແລະ ອາຫານທີ່ເໜັງຕີງຂຶ້ນລົງອ່າວໃຫຍ່ແລ້ວ, ອັດຕາເງິນເຟີ້ກໍ ຍັງຢູ່ໃນລະດັບຕໍ່າກວ່າເປົ້າໝາຍ.
FED ຍັງຄາດຄະເນວ່າ: ເມື່ອຮອດທ້າຍປີນີ້, ອັດຕາດອກເບ້ຍລະດັບກາງຈະເພີ່ມຂຶ້ນເປັນ 1,4%. ໝາຍຄວາມວ່າ: ຫຼັງປັບຂຶ້ນດອກເບ້ຍເທື່ອນີ້ແລ້ວອາດຈະປັບຂຶ້ນອີກ 2 ເທື່ອໃນປີນີ້.