ລາວ-ຫວຽດນາມ ຮ່ວມວາງສະແດງຜົນງານ ວິຈິດສິນຂຶ້ນທີ່ນະຄອນຫລວງວຽງຈັນ

- Khai mac Trien lam My thuat Viet Nam Lao - ລາວ-ຫວຽດນາມ ຮ່ວມວາງສະແດງຜົນງານ ວິຈິດສິນຂຶ້ນທີ່ນະຄອນຫລວງວຽງຈັນ
- kitchen vibe - ລາວ-ຫວຽດນາມ ຮ່ວມວາງສະແດງຜົນງານ ວິຈິດສິນຂຶ້ນທີ່ນະຄອນຫລວງວຽງຈັນ

- Khai mac Trien lam My thuat Viet Nam Lao 2 - ລາວ-ຫວຽດນາມ ຮ່ວມວາງສະແດງຜົນງານ ວິຈິດສິນຂຶ້ນທີ່ນະຄອນຫລວງວຽງຈັນ

 (​ເນື່ອງ​ໃນ​ໂອກາດ​ວັນ​ເຊັນ​ສົນທິສັນຍາ​ການ​ຮ່ວມ​ມື ລາວ-ຫວຽດນາມ ຄົບຮອບ 40 ປີ)

- Visit Laos Visit SALANA BOUTIQUE HOTEL - ລາວ-ຫວຽດນາມ ຮ່ວມວາງສະແດງຜົນງານ ວິຈິດສິນຂຶ້ນທີ່ນະຄອນຫລວງວຽງຈັນ

ງານ​ວາງສະ​ແດງ​ຜົນງານ​ວິຈິດ​ສິນ ລາວ-ຫວຽດນາມ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ມິຖຸນາ​ນີ້ ທີ່​ສູນວັດທະນະທຳ​ຫວຽດນາມ​ປະຈຳ​ລາວ ຢູ່​ນະຄອນຫລວງ​ວຽງ​ຈັນ ​ໂດຍ​ສະມາຄົມ​ວິຈິດ​ສິນ​ ລາວ-ຫວຽດນາມ ​ເປັນ​ຜູ້​ຈັດ​ຂຶ້ນ ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລາວ-ຫວຽດນາມ ຄົບຮອບ 40 ປີ (18/7/1977 – 18/7/2017) ​ແລະ ວັນ​ສ້າງຕັ້ງສາຍ​ພົວພັນ​ການ​ທູດ ລາວ-ຫວຽດນາມ ຄົບຮອບ 55 ປີ (5/9/1962 – 5/9/2017) ​ໂດຍ​ການ​ໃຫ້​ກຽດ​ເຂົ້າຮ່ວມ​ຂອງທ່ານ​ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ ສສ ຫວຽດນາມ​ປະຈຳ​ລາວ, ພ້ອມ​ດ້ວຍ​ມວນ​ຊົນ​ຊາວ​ນະຄອນຫລວງ​ວຽງ​ຈັນ​ເຂົ້າຮ່ວມ​ຊົມ​ຢ່າງ​ຫລວງຫລາຍ.

- Khai mac Trien lam My thuat Viet Nam Lao 1 - ລາວ-ຫວຽດນາມ ຮ່ວມວາງສະແດງຜົນງານ ວິຈິດສິນຂຶ້ນທີ່ນະຄອນຫລວງວຽງຈັນ

​ໃນ​ງານ​ວາງສະ​ແດງ​ດັ່ງກ່າວ​ຈະ​ດຳ​ເນີນ​ໄປ​ເປັນ​ເວລາ 5 ວັນ ​ໂດຍ​ໄດ້​ນຳ​ເອົາ​ຜົນງານ​ວິຈິດ​ສິນ​ຂອງ​ສອງ​ປະ​ເທດ​ເຂົ້າຮ່ວມ​ວາງສະ​ແດງ​ຫລາຍ​ກວ່າ 70 ລາຍການ, ​ໃນ​ນັ້ນຜົນງານ​ນັກ​ສິລະ​ປິນຫວຽດນາມ​ມີ 40 ກວ່າ​ລາຍການ ​ແລະ ຂອງ​ນັກ​ສິລະ​ປິນລາວ​ມີ 20 ກວ່າ​ລາຍການ ທີ່​ແຕ້ມ​ດ້ວຍ​ສີນ້ຳມັນ, ສີ​ອັກຄະ​ລິກ, ສີນ້ຳ, ​ແຕ້ມ​ເສັ້ນມຶກ​ດຳ, ຮູບ​ແຕ້ມ​ພາບ​ພິມ ​ແລະ ຮູບ​ປະຕິ​ມະ​ກຳ ​ໄດ້​ແກ່​ຮູບ​ແກະສະຫລັກ​ໄມ້, ຮູບ​ນູນທອງ ​ແລະ ຮູບ​ຫລໍ່​ດ້ວຍ​ທອງ ທີ່​ບັນດາ​ນັກ​ສິລະ​ປິນຂອງ​ສອງ​ປະ​ເທດ​ໄດ້​ປະດິດ​ຄິດ​ແຕ່ງ​ຂຶ້ນມາ​ດ້ວຍ​ຄວາມ​ປານີດ ​ແລະ ຫລາກ​ຫລາຍ​ສີສັນ​ໃນ​ສິນລະປະ​ຮ່ວມ​ສະ​ໄໝ ທີ່​ໄດ້​ສະທ້ອນ​ໃຫ້​ເຫັນ​ທາງ​ດ້ານ​ການ​ພົວພັນ​ຮ່ວມ​ມື​ຢ່າງຮອບດ້ານ ​ແລະ ພິ​ເສດ​ອັນ​ເປັນ​ມູນ​ມໍລະດົກ​ຂອງ​ສອງ​ປະ​ເທດ ​ແລະ ສະທ້ອນ​ໃຫ້​ເຫັນ​ເຖິງ​ວັດທະນະທຳ, ວິຖີ​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ສອງ​ປະ​ເທດ ​ແລະ ຄວາມ​ງາມ​ຂອງ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ຮັກ ​ແລະ ຫວງ​ແຫນ​ຂອງ​ຕົນ.

- Khai mac Trien lam My thuat Viet Nam Lao 3 - ລາວ-ຫວຽດນາມ ຮ່ວມວາງສະແດງຜົນງານ ວິຈິດສິນຂຶ້ນທີ່ນະຄອນຫລວງວຽງຈັນ

ຂ່າວ​ໃຫ້​ຮູ້​ອີກ​ວ່າ: ​ເມື່ອ​ຕົ້ນ​ເດືອນ​ມິຖຸນາ​ນີ້, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈີ​ມິ​ງ, ສະ​ຖາ​ບັນ​ວິທະຍາສາດ​ສັງຄົມ​ຫວຽດນາມ, ສະ​ຖາ​ບັນ​ການ​ເມືອງ​ການ​ປົກຄອງ​ແຫ່ງ​ຊາດ​ລາວ ​ແລະ ສະ​ຖາ​ບັນ​ວິທະຍາສາດ​ສັງຄົມ​ແຫ່ງ​ຊາດ​ລາວ ​ໄດ້​ຮ່ວມ​ກັນ​ຈັດ​ສຳ​ມະ​ນາ​ວິທະຍາສາດ​ໃນ​ຫົວ​ຂໍ້: “55 ປີ​ແຫ່ງ​ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ-ຫວຽດນາມ” ຂຶ້ນທີ່​ເມືອງ​ຢານຖຽດ ​ແຂວງ​ບິ່ງ​ຖວັນ ສສ ຫວຽດນາມ ​ເພື່ອ​ລະນຶກ​ວັນ​ຄົບຮອບ 55 ປີ​​ແຫ່ງ​ການ​ສ້າງຕັ້ງສາຍ​ພົວພັນ​ການ​ທູດ ລາວ-ຫວຽດນາມ ​ແລະ ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລາວ-ຫວຽດນາມ ຄົບຮອບ 40 ປີ ຢ່າງ​ມີ​ຄວາມ​ໝາຍ.

- 4 - ລາວ-ຫວຽດນາມ ຮ່ວມວາງສະແດງຜົນງານ ວິຈິດສິນຂຶ້ນທີ່ນະຄອນຫລວງວຽງຈັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!