ຜັກປອດສານພິດຟັງແລ້ວມ່ວນດີ

- e efgijlmoqy36 - ຜັກປອດສານພິດຟັງແລ້ວມ່ວນດີ
- kitchen vibe - ຜັກປອດສານພິດຟັງແລ້ວມ່ວນດີ

- 20151209122843ZAtqpJGj - ຜັກປອດສານພິດຟັງແລ້ວມ່ວນດີ

ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງ, ຄົນເຮົາທຸກມື້ນີ້ຈະບໍ່ມີໃຜດອກຢາກບໍລິໂພກສານພິດເຂົ້າຮ່າງກາຍຂອງຕົນເອງ, ແຕ່ກໍ ໜ້າເສຍດາຍທີ່ພວກເຮົາຈະປະຕິເສດມັກໄດ້ງ່າຍ ໃນເມື່ອວິທະຍາສາດມີຄວາມກ້າວໜ້າ, ເສດຖະກິດ-ສັງຄົມຂະຫຍາຍຕົວ, ຄວາມຕ້ອງການດ້ານສະບຽງອາຫານນັບມື້ມີຫລາຍ. ຈາກນັ້ນຈຶ່ງເຮັດໃຫ້ມີການແກ່ງແຍ້ງແຂ່ງຂັນກັນຫາຜົນປະໂຫຍດຈາກ ຄວາມຕ້ອງການດັ່ງກ່າວກໍນັບມື້ເພີ່ມທະວີຂຶ້ນ ແລະ ເຮັດໃຫ້ສັງຄົມບໍ່ສາມາດຈະໄປຄວບຄຸມຕໍ່ການຜະລິດສະບຽງອາຫານດັ່ງ ກ່າວໃຫ້ມີຄວາມປອດໄພໄດ້ 100% ເຊິ່ງຜົນລະປູກຈະມີປະລິມານ ແລະ ສະມັດຖະພາບການຜະລິດສູງ ພວກເຮົາຕ້ອງໄດ້ນຳໃຊ້ ຄວາມກ້າວໜ້າທາງດ້ານວິທະຍາສາດເຂົ້າມາຊ່ວຍເຫລືອແນວພັນ, ການປ່ຽນແປງຢີນ, ຝຸ່ນວິທະຍາສາດ ເພື່ອກະຕຸ້ນການຜະ ລິດໃຫ້ຈະເລີນເຕີບໃຫຍ່ໄວ, ຢາປາບສັດຕູພືດ ແລະ ສານເກັບຮັກສາລະດັບຄວາມສົດຂອງອາຫານອື່ນໆເຫລົ່ານັ້ນລ້ວນແຕ່ມີຜົນ ກະທົບຕໍ່ສຸຂະພາບຂອງຄົນເຮົາ. ຖ້າຫາກບໍລິໂພກມັນເຂົ້າໄປຢ່າງບໍ່ມີໃຜມາຄວບຄຸມແລ້ວ ກໍຈະມີຜົນຮ້າຍແຮງຕາມມາ.

- Visit Laos Visit SALANA BOUTIQUE HOTEL - ຜັກປອດສານພິດຟັງແລ້ວມ່ວນດີ

- 764054 02 - ຜັກປອດສານພິດຟັງແລ້ວມ່ວນດີ

ດັ່ງນັ້ນ ເມື່ອບໍ່ທໍ່ໃດປີຜ່ານມານີ້ ໂລກຈຶ່ງມີການຄວບຄຸມຄວາມປອດໄພຂອງອາຫານຢ່າງແຂງແຮງ ພ້ອມເພີ່ມທະວີສົ່ງເສີມ ການຜະລິດ ກະສິກຳປອດສານພິດ, ກະສິກຳອໍການິກ ແລະ ຈຳກັດການນຳໃຊ້ສານເຄມີທີ່ມີຜົນກະທົບຕໍ່ສຸຂະພາບ ແລະ ສິ່ງແວດ ລ້ອມ. ດັ່ງ ການນຳໃຊ້ຢາຂ້າຫຍ້າ, ຢາປາບສັດຕູພືດ, ປຸ໋ຍເລັ່ງ ແລະ ອື່ນໆເຂົ້າໃນການຜະລິດກະສິກຳ ແລ້ວຫັນມາສົ່ງເສີມການ ເຮັດກະສິກຳສະອາດ. ກໍດັ່ງຢູ່ປະເທດເຮົາໃນປັດຈຸບັນ ແລະ ນະໂຍບາຍດັ່ງກ່າວກໍໄດ້ກາຍເປັນຈິງຢູ່ຫລາຍທ້ອງຖິ່ນ ໂດຍສະເພາະ ແມ່ນການປູກ ພືດຜັກປອດສານພິດ, ການລ້ຽງສັດທີ່ບໍ່ໃຊ້ສານກະຕຸ້ນ ຄືຢູ່ນະຄອນຫລວງວຽງຈັນເອງກໍໄດ້ມີສະມາຄົມຄວບຄຸມ ແລະ ຜະລິດກະ ສິກຳສະອາດດັ່ງກ່າວ ແລະ ກໍໄດ້ຮັບຄວາມນິຍົມສູງຈາກສັງຄົມ, ແຕ່ລະມື້ຈະມີການຈັດຕັ້ງຕະຫລາດນັດດັ່ງກ່າວ ແບບຜັດປ່ຽນກັນ, ບາງມື້ກໍມີຢູ່ເດີ່ນທາດຫລວງ, ບາງມື້ກໍມີຢູ່ເດີ່ນສວນອານຸສາວະລີເຈົ້າຟ້າງຸ່ມ. ເຖິງວ່າສິນຄ້າຈະມີລາຄາສູງກວ່າ ພືດຜັກທົ່ວໄປນັບຫລາຍເທົ່າ, ແຕ່ກໍມີຜູ້ຊື້ ແລະ ບໍລິໂພກຈົນຕອບສະໜອງບໍ່ທັນ. ສິ່ງນີ້ແມ່ນເປັນການຍ້ອງຍໍຊົມເຊີຍຫລາຍ ຈາກສັງຄົມ. ແຕ່ຄຽງຄູ່ກັນນັ້ນ ກໍຍັງມີຜູ້ບໍລິໂພກເປັນຈຳນວນບໍ່ໜ້ອຍຍັງເປັນຫ່ວງກັບພືດຜັກປອດສານພິດດັ່ງກ່າວຢູ່ ເຊິ່ງຄຳ ຖາມຂອງເຂົາເຈົ້າມັກຕັ້ງຂຶ້ນວ່າ: ແມ່ນໃຜເປັນຜູ້ຢືນຢັນ ແລະ ຄວບຄຸມຢ່າງຈິງຈັງກັບຄວາມປອດໄພດັ່ງກ່າວ ໃນເມື່ອຜູ້ຂາຍຈຳ ນວນໜຶ່ງກໍພຽງແຕ່ໄປຮັບເກັບຊື້ນຳຊາວສວນເພື່ອມາຂາຍຕໍ່ ແລະ ຜູ້ປູກກໍຍັງມີຄວາມຕ້ອງການດ້ານປະລິມານ ເພື່ອຕອບສະ ໜອງຄວາມຕ້ອງການຂອງຜູ້ບໍລິໂພກທີ່ນັບມື້ມີສູງ, ສ່ວນເບື້ອງຜູ້ເຮັດວຽກສະມາຄົມປູກຜັກປອດສານພິດກໍຍັງມີຢູ່ໃນປຶ້ມໃນສໍ ເທົ່ານັ້ນ, ສ່ວນການລົງສູ່ທົ່ງໄຮ່ທົ່ງນາຕົວຈິງເພື່ອຄວບຄຸມກວດກາແທ້ກໍຍັງມີໜ້ອຍ. ເອົາລະເວົ້າມາກໍຍັງມີຫລາຍອັນທີ່ພວກ ເຮົາຈະຕ້ອງໄດ້ປັບປຸງຜັກປອດສານພິດນີ້ໃຫ້ສົມຊື່ອີ່ຫລີ.

ໂດຍ: ທ່ຽງທຳ

- 5 - ຜັກປອດສານພິດຟັງແລ້ວມ່ວນດີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!