ເອຊີ ມິລານ ຄວ້າ ຊິລວາ ມາຮ່ວມທີມແລ້ວ
June 13, 2017 - 3:44 PM




ສຳລັບເລື່ອງຄ່າໂຕນັ້ນ ຕາມລາຍງານລະບຸວ່າ ຢູ່ປະ ມານ 35 ລ້ານເອີໂຣ ໂດຍ ຊິລວາ ເຮັດຜົນງານໄດ້ຢ່າງດີເດັ່ນໃນລະດູການ 2016-17 ຜ່ານມາ ດ້ວຍການຍິງໄປ 21 ປະຕູ ຈາກ ການລົງຫຼິ້ນໃຫ້ ປໍໂຕ ທຸກລາຍ ການ 41 ນັດ.
ທັງນີ້ ຊິລວາ ຖືເປັນການ ເສີມທີມຄົນທີ 4 ຂອງ ເອຊີ ມິ ລານ ໃນໄລຍະລະດູການນີ້ ຕໍ່ ຈາກ ມາເຕໂອ ມູຊັກຄິໂອ ກອງ ຫຼັງທີມຊາດອາເຈນຕິນາ, ຟຣອງ ເຄຊີຊ ກອງກາງທີມຊາດໄອວໍ ຣີໂຄສ ແລະ ຣິຄາໂດ ໂຣດຣິເກດ ກອງຫຼັງ ທີມຊາດສະວິດເຊີແລນ.