ອີຕາລີພົບຜູ້ຕິດເຊື້ອໂຄວິດ-19 ແລະ ເສຍຊີວິດເພີ່ມຂຶ້ນນ້ອຍສຸດໃນຮອບເກືອບ 2 ເດືອນ


ຈຳນວນຜູ້ຕິດເຊື້ອລາຍໃໝ່ ແລະ ຜູ້ເສຍຊີວິດຈາກພະຍາດໂຄວິດ-19ໃນອີຕາລີເພີ່ມຂຶ້ນແມ່ນໜ້ອຍທີ່ສຸດໃນຮອບເກືອບ 2 ເດືອນ,ນັບຕັ້ງແຕ່ປີການລະບາດຂອງພ, ຂະນະທີ່ປັດຈຸບັນຍອດຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວໃນອັງກິດໃກ້ແຊງໜ້າອີຕາລີແລ້ວ.
ໃນວັນທີ4 ພຶດສະພານີ້ ມີລາຍງານຈຳນວນຜູ້ຕິດເຊື້ອໂຄວິດ-19 ຈາກເວບໄຊ Worldometers ລະບຸວ່າ: ຍອດຜູ້ຕິດເຊື້ອທົ່ວໂລກເພີ່ມຂຶ້ນເຖິງ 3,56 ລ້ານກ່ວາຄົນແລ້ວ ແລະ ມີຜູ້ເສຍຊີວິດຫລາຍເຖິງ 248.245 ຄົນ, ໂດຍວານນີ້ບຣາຊິນມີຜູ້ຕິດເຊື້ອເພີ່ມຂຶ້ນ 4.588 ຄົນ ເຮັດໃຫ້ມີຜູ້ຕິດເຊື້ອສະສົມແລ້ວ 101.147 ຄົນ, ນັບເປັນປະເທດທີ 9 ທີ່ມີຜູ້ຕິດເຊື້ອເກີນ 100.000 ຄົນ.
ໃນຂະນະທີ່ປະເທດອີຕາລີ ເປັນປະເທດເຄີຍເປັນສູນກາງລະບາດຂອງໂຄວິດ-19 ໃນທະວີເອີຣົບ ຊຶ່ງວານນີ້ (3 ພຶດສະພາ) ມີຜູ້ຕິດເຊື້ອຄົນໃໝ່ເພີ່ມຂຶ້ນ1.389 ຄົນ ແລະ ມີຜູ້ເສຍຊີວິດພຽງ 174 ເຊິ່ງເປັນຈຳນວນຫນ້ອຍທີ່ສຸດນັບຕັ້ງແຕ່ວັນທີ 10 ມີນາ ທີ່ຜ່ານມາ, ເຮັດໃຫ້ປັດຈຸບັນອີຕາລີມີຜູ້ຕິດເຊື້ອແລ້ວ 210.717 ຄົນ, ຂະນະທີ່ຈຳນວນຜູ້ເສຍຊີວິດຂອງອີຕາລີກໍຍັງຫລາຍກ່ວາຫມູ່ໃນເອີຣົບ ໂດຍມີຈຳນວນ 28.884 ຄົນ ທາງດ້ານອັດຕາຂອງຜູ້ຕິດເຊື້ອທີ່ຮັກສາຫາຍແລ້ວເພີ່ມຂຶ້ນເປັນ 73,87%.ທາງການອີຕາລີໄດ້ຜ່ອນຄາຍມາດຕະການລ໊ອກດາວໃນວັນຈັນ 4 ພຶດສະພານີ້,ຕາມເວລາທ້ອງຖິ່ນ ຫລັງຈາກທີ່ລັດຖະບານອີຕາລີປະກາດມາດຕະການລ໊ອກດາວມາເປັນໄລຍະເວລາດົນ 8 ອາທິດຕັ້ງແຕ່ເດືອນ ມີນາທີ່ຜ່ານມາ.
ປະເທດອັງກິດ ວານນີ້ມີຜູ້ຕິດເຊື້ອເພີ່ມຂຶ້ນ 4.339 ຄົນຂະນະທີ່ຜູ້ເສຍຊີວິດເພີ່ມຂຶ້ນ 315 ເຊິ່ງເປັນຈຳນວນທີ່ຫນ້ອຍທີ່ສຸດໃນຮອບ 1 ເດືອນ, ປັດຈຸບັນອັງກິດມີຜູ້ຕິດເຊື້ອລວມແລ້ວ 186.599 ຄົນ ແລະ ມີຜູ້ເສຍຊີວິດແລ້ວ 28.446 ເຊິ່ງໃກ້ຄຽງກັບຈຳນວນຜູ້ເສຍຊີວິດໃນອີຕາລີຄືກັນ.ແຕ່ທຽບໃສ່ກັບປະເທດອື່ນໆ ກໍເຫັນວ່າຍັງມີຕົວເລກສູງສົມຄວນຊຶ່ງມາຈາກຫລາຍປັດໃຈທີ່ຄວນຄໍານຶງເຖິງ. ຂະນະທີ່ສື່ຂອງອັງກິດຕ່າງວິເຄາະວ່າ: ການເສຍຊີວິດຈາກການແຜ່ລະບາດຂອງໂຄວິດ-19 ໃນອັງກິດມີຈຳນວນຫລາຍທີ່ສຸດໃນເອີຣົບຄື:ໃນໄລຍະວັນທີ 11-17 ເມສາ ທີ່ຜ່ານມາອັງກິດມີຜູ້ເສຍຊີວິດຈາກການຕິດເຊື້ອໂຄວິດຫລາຍ 9.000 ຄົນ.ຜູ້ເສຍຊີວິດທຸກຄົນທີ່ເກີດຈາກໂຣກລະບົບທາງເດີນຫາຍໃຈຈະໄດ້ຮັບໃບຢືນຢັນແມ່ນຈາກການຕິດເຊື້ອໂຄວິດ-19 ເຖິງວ່າຜູ້ຕາຍຈະຍັງບໍ່ໄດ້ຮັບການທົດລອງວ່າຕິດເຊື້ອ ຫລື ບໍ່ ຂະນະທີ່ບາງປະເທດນັ້ນ ຈະລາຍງານການເສຍຊີວິດສະເພາະຜູ້ທີ່ໄດ້ຮັບການທົດລອງວ່າຕິດເຊື້ອເທົ່ານັ້ນ.