ໃກ້ເສັ້ນໄຊ ແຕ່ຢ່າໃຫ້ເປັນຄືນ


ໂດຍ: ລູກເມືອງພວນ
ບໍ່ດົນເກີນເອື້ອມ ຊາວລາວຈະໄດ້ເຮກັນ ສະໜັ່ນທົ່ວເມືອງ, ອັນເນື່ອງຈາກວ່າ ຜູ້ຕິດເຊື້ອທັງໝົດ 19 ຄົນ ກໍຄ່ອຍທະຍອຍອອກໂຮງໝໍເກືອບເຄິ່ງແລ້ວ (ຍັງ 9 ຄົນ). ໃນຈຳນວນທີ່ປິ່ນປົວດີນັ້ນ ມີຫຼາຍຄົນບໍ່ເຖິງ 14 ວັນ ປິ່ນປົວ, ພຽງແຕ່ 9-10 ວັນກໍດີແລ້ວ. ນີ້ສະແດງວ່າ ແພດໝໍລາວເອົາໃຈໃສ່ປິ່ນປົວ, ເບິ່ງແຍງ, ດູແລເປັນຢ່າງດີ ແລະ ມີລະດັບວິຊາການທີ່ແນ່ນອນສົມຄວນ. ມີພຽງກໍລະນີດຽວທີ່ປິ່ນປົວດີແລ້ວ ອອກໄປສືບຕໍ່ກັກຕົວຢູ່ໃນບ້ານເຮືອນ ຄົບ 14 ວັນ, ມາກວດຄືນພົບວ່າເປັນຜົນບວກ. ເຖິງຢ່າງໃດກໍດີ, ກໍລະນີແບບນີ້ບໍ່ສະເພາະມີຢູ່ແຕ່ລາວເຮົາ, ຢູ່ຫຼາຍປະເທດກໍມີຄືກັນເຊັ່ນ: ຈີນ, ເກົາຫຼີໄຕ້, ຍີ່ປຸ່ນ, ສິງກະໂປ,
ຫວຽດນາມ…ອັນເນື່ອງມາຈາກ ພາຍຫຼັງກິນຢາ, ສັກຢາປິ່ນປົວຢູ່ໂຮງໝໍນັ້ນ, ເຊື້ຶອໄວຣັດຍັງບໍ່ທັນຖືກຂ້າຕາຍຢ່າງແທ້ຈິງ(ພຽງແຕ່ເຍົາ ຫຼ ສະຫຼົບ) ຊຶ່ງມັນບໍ່ສາມາດແຝງລິດອອກມາໄດ້. ດັ່ງນັ້ນ, ເວລາກວດຫາເຊື້ອຈື່ງບໍ່ເຫັນ(ເປັນລົບ) ຈຶ່ງຄິດວ່າດີແລ້ວ, ແຕ່ໃນຄວາມເປັນຈິງແມ່ນເຊື້ອໄວຣັດມັນຖືກບັດ(ຕາຍຄືນ) ຈຶ່ງພາໃຫ້ມີອາການກັບຄືນມາເປັນອີກ ແຕ່ບໍ່ມີອາການຮ້າຍແຮງແຕ່ຢ່າງໃດ.
ເຖິງຢ່າງໃດກໍຕາມ, ພວກເຮົາມີຄວາມຫວັງວ່າ ພະຍາດ ໂຄວິດ-19 ຈະໝົດໄປຈາກປະເທດລາວໃນໄວໆນີ້ ເພາະຜູ້ປິ່ນປົວ ກໍຍັງເຫຼືອແຕ່ 9 ຄົນ ແລະ ທຸກຄົນໃນຂະນະນີ້ ກໍລ້ວນແຕ່ມີອາການເບົາບາງ, ສຸຂະພາບແຂງແຮງດີຄືກັບຄົນທົ່ວໄປ ແລະ ອີກບໍ່ດົນກໍຈະໄດ້ອອກໂຮງໝໍທັງໝົດແລ້ວ. ອີກຢ່າງໜື່ງມາເຖິງມື້ນີ້ເອງ(ວັນທີ 4 ເມສາ) ເປັນມື້ທີ 22 ຕິດຕໍ່ກັນທີ່ບໍ່ພົບຜູ້ຕິດເຊື້ອລາຍໃໝ່. ຈຶ່ງມີຄວາມຫວັງຢ່າງຍິ່ງວ່າ ຈະບໍ່ໄກເກີນເອື້ອມ ພະຍາດ ໂຄວິດ-19 ຈະຫາຍຈາກປະເທດລາວ. ຖ້າຫາກເປັນຄວາມຈິງ, ປະເທດລາວຈະຖືກບັນທຶກໄວ້ໃນໜ້າປະຫວັດສາດຂອງໂລກ. ຊື່ສຽງກຽດສັກສີຂອງລາວຈະດັງກ້ອງທົ່ວໂລກາ. ນັກຮົບຊຸດຂາວລາວຈະຖືກຍົກຖານະບົດບາດຂຶ້ນໃນເວທີໂລກຢ່າງສົມສັກສີ.
ຖ້າພວກເຮົາຢາກໃຫ້ປະເທດລາວພົ້ນອອກຈາກໄພພິບັດໃນຄັ້ງນີ້ໂດຍໄວ, ປະຊາຊົນລາວຕ້ອງໃສ່ໃຈໃນການປ້ອງກັນ, ໃຫ້ຄວາມສຳຄັນໃນການຈັດຕັ້ງປະຕິບັດມາດຕະການຕ້ານໂຄວິດຂອງລັເຖະບານຢ່າງເຂັ້ມງວດ ແລະ ສາມັກຄີກັນເປັນຈິດໜຶ່ງໃຈດຽວ ຢູ່ອອ້ມຂ້າງພັກ-ລັດຖະບານ ຕ້ານໂຄວິດຊ່ວຍກັນ, ຄິດວ່າພວກເຮົາຈະໄດ້ຮັບໄຊຊະນະຢ່າງແນ່ນອນໃນໄວໆນີ້.