ກຣິດມັນ ຕໍ່ສັນຍາອອກໄປຈົນເຖິງປີ 2022

- Untitled 1 copy 6 - ກຣິດມັນ ຕໍ່ສັນຍາອອກໄປຈົນເຖິງປີ 2022
- kitchen vibe - ກຣິດມັນ ຕໍ່ສັນຍາອອກໄປຈົນເຖິງປີ 2022

- Untitled 1 copy 6 300x181 - ກຣິດມັນ ຕໍ່ສັນຍາອອກໄປຈົນເຖິງປີ 2022
 ອ໊ອງຕອວນ ກຣິສມັນ ດາວ ຍິງຂອງ ແອັດເລຕິໂກ ມາດຣິດ ຕໍ່ສັນຍາກັບທີມອອກໄປຈົນເຖິງປີ 2022 ເປັນທີ່ຮຽບຮ້ອຍແລ້ວ ຕາມລາຍງານຂອງ “ມາກ້າ” ສື່ ດັງຂອງ ສະເປນ.
ອະນາຄົດຂອງ ກຣິດມັນ ເປັນປະເດັນທີ່ຖືກເວົ້າເຖິງຢ່າງ ໜັກໃນໄລຍະຜ່ານມາ ຫຼັງຈາກທີ່ ລາວຕົກເປັນຂ່າວກັບ ແມນເຊສ ເຕີ ຢູໄນເຕັດ ຫຼັງຈາກ ໂຮເຊ ມູ ຮິນໂຢ ເບິ່ງວ່າລາວຈະເພີ່ມ ຄວາມສຽບຂາດໃນເກມບຸກໃຫ້ ທີມໄດ້.
ແນວໃດກໍຕາມ ຈາກການທີ່ ແອັດເລຕິໂກ ມາດຣິດ ໝົດສິດທິ ຊື້ນັກເຕະໃນລະດູການນີ້ ຫຼັງຈາກ ທີ່ສານອະນຸຢາໂຕຕຸລາການ ກິ ລາໂລກ ຫຼື (ຊີເອເອສ) ຕັດສິນ ໂທດຫ້າມກ່ຽວຂ້ອງການຊື້ຂາຍ ນັກເຕະ 2 ຮອບ ທີ່ ສະຫະພັນ ບານເຕະນາໆຊາດ ຫຼື ຟີຟາ ເຄີຍ ລົງໂທດກັບພວກເຂົາ ເຮັດໃຫ້ ກ່ອນໜ້ານີ້ ກຣິດມັນ ປະກາດວ່າ ຈະຢູ່ຊ່ວຍທີມຕໍ່ໄປ ເພື່ອຊ່ວຍເຫຼືອ ທີມໃນໄລຍະລຳບາກ.
ຈົນຫຼ້າສຸດ ມາກ້າ ເຜີຍວ່າ ກຣິດມັນ ໄດ້ສະແດງຄວາມຈະ ແຈ້ງເຖິງເລື່ອງນັ້ນ ດ້ວຍການ ຕໍ່ສັນຍາອອກໄປອີກ 1 ປີ ຈົນ ຈະເຮັດໃຫ້ລາວໄດ້ຢູ່ກັບທີມເຖິງປີ 2022 ເຊິ່ງ ທາງ ແມນເຊສເຕີ ຢູໄນເຕັດ ກໍຄືຈະເຮັດໃຈຍອມ ຮັບແລ້ວວ່າພວກເຂົາຈະອົດໄດ້ ໂຕ ກຣິດມັນ ພ້ອມຫັນໄປໄລ່ລາ ອັນບາໂຣ ໂມຣາຕ້າ ກອງໜ້າ ຂອງ ຣິນ ມາດຣິດ.

- 3 - ກຣິດມັນ ຕໍ່ສັນຍາອອກໄປຈົນເຖິງປີ 2022
- Visit Laos Visit SALANA BOUTIQUE HOTEL - ກຣິດມັນ ຕໍ່ສັນຍາອອກໄປຈົນເຖິງປີ 2022
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!