ອົງການອະນາໄມໂລກແຈ້ງເຕືອນການລະບາດຄັ້ງໃໝ່ຂອງໂຄວິດ-19


ໂດຍ: ລູກເມືອງພວນ
ໂຄສົກຂອງອົງການອະນາໄມໂລກ ປະຈຳຢູ່ສະຫະພັນລັດເຊຍ ທ່ານ ນາງ Melita Vujnovich ແຈ້ງເຕືອນວ່າ ໄວຣັດໂຄໂຣນ່າ ອາດຈະແຜ່ລະບາດຂຶ້ນເປັນຄັ້ງທີ 2.
ໜັງສືພິມ Sputnik ຂອງລັດເຊຍ ອອກຂ່າວວ່າ ສັດສ່ວນທີ່ຈະພົ້ນຈາກມະຫັນຕະໄພ ໂຄວິດ-19 ຄັ້ງທີສອງນີ້ໄດ້ ແມ່ນໜ້ອຍທີ່ສຸດ, ບັນຫາດັ່ງກ່າວນີ້ອາດຈະເກີດຂຶ້ນຖ້າປະຊາຊົນຫາກເຜີຕົວ ບໍ່ເອົາໃຈໃສ່.
ຫວ່າງມໍ່ໆມານີ້, ຜູ້ແທນສະພາແຫ່ງຊາດ ດູມາ ຂອງລັດເຊຍ ຈາກພັກ “ລັດເຊຍເອກະພາບ” ໄດ້ຈັດຕັ້ງກອງປະຊຸມຖະແຫຼງຂ່າວ ວີດີໂອ ຮ່ວມກັບຜູ້ຕາງໜ້າ ອົງການອານາໄມໂລກ ປະຈຳຢູ່ສະຫະພັນລັດເຊຍ.
ຮອງປະທານຜູ້ທີໜຶ່ງ ທ່ານ Adalbi Shkhagoshev ໃຫ້ຮູ້ວ່າ ມີຫຼາຍບັນຫາທີ່ພົວພັນເຖິງການລະບາດຂອງມະຫັນຕະໄພໂຄວິດ-19.
ຕອບຄຳຖາມຂອງທ່ານ Shkhagoshev, ທ່ານ ນາງ Vujnovich ກ່າວວ່າ: “ຕ້ອງເຂົ້າໃຈວ່າ ໄວຣັດ ມັນບໍ່ໄດ້ໄປໃສ. ຍ້ອນສະນັ້ນ, ການກະໂດດຂັ້ນເທື່ອທີສອງນີ້ອາດຈະເກີດຂຶ້ນໄດ້ໃນເມື່ອປະຊາຊົນຫາກລະເຫຼີງ. ສ່ວນວ່າມັນຈະຮຸນແຮງສໍ່າໃດນັ້ນຍັງຂຶ້ນຢູ່ກັບ ລະບົບດູແລສຸຂະພາບ ແລະ ລະບົບຕອບໂຕ້ໄວຢູ່ໃນລະດັບໃດນັ້ນເອງ”.
ທ່ານ ນາງ Vujnovich ເນັ້ນວ່າ ໃນຂະນະທີ່ຍັງບໍ່ທັນມີວັກແຊັງນີ້, ການລະບາດຄັ້ງໃໝ່ຂອງໄວຣັດ ໂຄໂຣນ່າ ສາຍພັນໃໝ່ ມີຄວາມສາມາດເປັນໄປໄດ້ສູງ.