ໂຄວິດ-19 ອາດແກ່ຍາວເປັນເວລາ 2 ປີ


ໂດຍ: ລູກເມືອງພວນ
ນັກຊ່ຽວຊານກຸ່ມໜຶ່ງຂອງສະຫະລັດອາເມລິກາ ໃຫ້ຄຳເຫັນວ່າ ໂຄວິດ-19 ອາດແກ່ຍາວເປັນເວລາ 2 ປີ ແລະ ຍັງຈະບໍ່ສາມາດຄວບຄຸມໄດ້ໃນເມື່ອ 2/3 ຂອງພົນລະເມືອງໂລກຕິດເຊື້ອ.
ບົດລາຍງານສະບັບໜຶ່ງຂອງກຸ່ມນັກຊ່ຽວຊານທີ່ຂຶ້ນກັບສູນກາງນະໂຍບາຍ ແລະ ການຄົ້ນຄວ້າພະຍາດຕິດຕໍ່ຂອງມະຫາວິທະຍາໄລ Minnesotaໃນວັນທີ 30 ເມສາ ໄດ້ຕີລາຄາວ່າ ພະຍາດໂຄວິດ ອາດຈະສືບຕໍ່ແຜ່ລະບາດອອກໄປ 18 ເດືອນຫາ 24 ເດືອນຕື່ມອີກ ຈົນເຖິງເມື່ອໃດພົນລະເມືອງຂອງໂລກຫາກຕິດເຊື້ອໄດ້ປະມານ 60-70% ເມື່ອນັ້ນຈຶ່ງຈະຄ່ອຍຜ່ອນຄາຍລົງ.
ກຸ່ມນັກຊ່ຽວຊານຂອງ CIDRAP ໃຫ້ທັດສະນະວ່າ ຜູ້ທີ່ຕິດເຊື້ອບໍ່ສະແດງອາການ ອາດແຜ່ເຊື້ອໄປສູ່ຄົນອື່ນໄດ້. ໂຄວິດ-19 ເປັນພະຍາດທີ່ຄວບຄຸມໄດ້ຍາກກວ່າພະຍາດໄຂ້ຫວັດທຳມະດາ. ພວກເຂົາເວົ້າວ່າ ລັດຖະບານປະເທດຕ່າງ ຄວນຢຸດຕິຄຳຊວນເຊື່ອປະຊາຊົນທີ່ວ່າ “ມັນຫາກສິເຊົາເອງ” ນັ້ນສາ, ແທນທີ່ຈະເຕືອນໃຫ້ປະຊາຊົນຕຽມຄວາມພ້ອມເພື່ອດຳເນີນສົງຄາມຍາວນານ.
ພາຍຫຼັງມີການນຳໃຊ້ມາດຕະການຄວບຄຸມພະຍາດຂອງຫຼາຍປະເທດໃນໄລຍະໜຶ່ງນັ້ນ, ບັດນີ້ກໍຈະຕຽມເປີດປະຕູເສດຖະກິດຄືນໃໝ່. ໃນຂະນະທີ່ນັກວິທະຍາສາດຫຼາຍຄົນກຳລັງຊ່ວງເສັງກັນຈະຜະລິດວັກຊີນ ແລະ ມີຄວາມຫວັງວ່າຈະມີວັກຊີນຈຳນວນໜຶ່ງອອກສູ່ສັງຄົມໃນປີນີ້.