ນັກສຶກສາລາວ ເປັນຮີໂຣ້ ຊ່ວຍຊີວິດຄົນຫວັງຂ້າໂຕຕາຍ

ນັກສຶກສາລາວ ເປັນຮີໂຣ້ ຊ່ວຍຊີວິດຄົນຫວັງຂ້າໂຕຕາຍ -                                                                                                                                        - ນັກສຶກສາລາວ ເປັນຮີໂຣ້ ຊ່ວຍຊີວິດຄົນຫວັງຂ້າໂຕຕາຍ
ນັກສຶກສາລາວ ເປັນຮີໂຣ້ ຊ່ວຍຊີວິດຄົນຫວັງຂ້າໂຕຕາຍ - kitchen vibe - ນັກສຶກສາລາວ ເປັນຮີໂຣ້ ຊ່ວຍຊີວິດຄົນຫວັງຂ້າໂຕຕາຍ

ໂດຍ: ລູກເມືອງພວນ

ທ້າວ ມີນີ ວົງຍະສອນ ອາຍຸ 22 ປີ, ນັກສຶກສາລາວປີທີ 2 ສາຂາ ວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລ ຮ່າຕິ່ງ(ຫວຽດນາມ), ໃນຂະນະທີ່ທ້າວ ມິນີ ວົງຍະສອນ ກຳລັງຂີ່ລົດຈັກໄປຜ່ານຂົວ ແທັກດົງ ຂ້າມແມ່ນໍ້າ ຢາວກາຍ ຈາກເມືອງ ແທັກຮ່າ ຫາຕົວເມືອງ ຮ່າຕິ່ງ, ລາວໄດ້ເຫັນຜູ້ຊາຍຄົນໜຶ່ງອາຍຸປະມານ 51 ປີ ໂດດຈາກຂົວລົງຫາແມ່ນໍ້າ. ເມື່ອເຫັນຄືແນວນັ້ນ ທ້າວ ມີນີ ວົງຍະສອນ ກໍຈອດລົດ, ແລ້ວ ໂດດຕາມລົງໄປ, ເອົາມືຊ້າຍຈັບເສື້ອຂອງຜູ້ເຄາະຮ້າຍໄວ້ຢ່າງແໜ້ນ, ມືຂວາຂວັກນໍ້າລອຍເຂົ້າຫາຝັ່ງ. ແຕ່ຍ້ອນນໍ້າໄຫຼສ້ຽວກາດ ແລະ ຜູ້ເຄາະຮ້າຍດີ້ນດັນຢ່າງແຮງ ຈຶ່ງມີຄວາມຫຍຸ້ງຍາກ. ໃນຂະນະທີ່ຊ່ວຍກູ້ເອົາຊີວິດຂອງຜູ້ກ່ຽວດ້ວຍຄວາມຍາກລຳບາກຢູ່ນັ້ນ, ມີເຮືອຫາປາລຳໜຶ່ງແລ່ນຜ່ານມາ ຈຶ່ງໄດ້ເຂົ້າໄປຊ່ວຍ ເອົາທ້າວ ມີນີວົງຍະສອນ ແລະ ຜູ້ເຄາະຮ້າຍອອກມາດ້ວຍຄວາມປອດໄພ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜູ້ທີ່ໂດດລົງນໍ້າຫວັງຂ້າຕົນເອງນັ້ນ ແມ່ນປະຊາຊົນຢູ່ຕາແສງ ດົງໂມນ ເມືອງ ຮ່າຕິ່ງ ຊຶ່ງເຄີຍເກີດອຸບັດເຫດເທື່ອໜຶ່ງແລ້ວ, ສະຕິຈິດຈຶ່ງບໍ່ຄ່ອຍດີປານໃດ.

ນະໂອກາດນີ້, ຄົນລາວທຸກຄົນມີຄວາມປິຕິຊົມຊື່ນ ແລະ ຊົມເຊີຍເປັນຢ່າງສູງຕໍ່ການກະທຳອັນດີງາມຂອງ ທ້າວ ມີນີ ວົງຍະສອນ ທີ່ໄດ້ທຳຄຸນງາມຄວາມດີຢູ່ຕ່າງແດນ, ອັນສະແດງໃຫ້ເຫັນນໍ້າໃຈມະນຸດສະທຳອັນຜ່ອງໃສ ແລະ ຄວາມຮັກໄຂ່ມະນຸດດ້ວຍກັນຂອງຄົນລາວ. ພວກເຮົາທຸກຄົນເວົ້າລວມ, ນັກສຶກສາລາວທີ່ກຳລັງສຶກສາຢູ່ຫວຽດນາມເວົ້າສະເພາະ ຢູ່ຕ່າງແດນເວົ້າລວມ ຈົ່ງເອົາເປັນແບບຢ່າງ ແລະ ສ້າງແຕ່ຄວາມດີໄວ້ໃຫ້ຊາດອື່ນຮູ້ເຫັນຄົນລາວຫຼາຍຂຶ້ນ. ຂໍຍ້ອງຍໍຊົມເຊີຍ ຄຸນງາມຄວາມດີຂອງທ້າວ ມີນີ ວົງຍະສອນ ເປັນພິເສດນະໂອກາດນີ້ດ້ວຍ. ອວຍພອນໃຫ້ນ້ອງຈົ່ງຮັກສາມູນເຊື້ອອັນດີງາມນີ້ໄວ້ ໃຫ້ຄົນລາວທຸກຄົນເອົາເປັນແວ່ນແຍງ, ອວຍພອນໃຫ້ນ້ອງປະສົບຜົນສຳເລັດການສຶກສາຢ່າງຈົບງາມ. ຂໍຊົມເຊີຍ.

ນັກສຶກສາລາວ ເປັນຮີໂຣ້ ຊ່ວຍຊີວິດຄົນຫວັງຂ້າໂຕຕາຍ - 3 - ນັກສຶກສາລາວ ເປັນຮີໂຣ້ ຊ່ວຍຊີວິດຄົນຫວັງຂ້າໂຕຕາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!