ວິກິດໂຣກລະບາດເຮັດໃຫ້ສາຍການບິນທົ່ວໂລກ ຫລຸດຄົນ-ຫລຸດເງິນເດືອນ-ຂໍລັດຊ່ວຍ

ວິກິດໂຣກລະບາດເຮັດໃຫ້ສາຍການບິນທົ່ວໂລກ ຫລຸດຄົນ-ຫລຸດເງິນເດືອນ-ຂໍລັດຊ່ວຍ - 23 scaled - ວິກິດໂຣກລະບາດເຮັດໃຫ້ສາຍການບິນທົ່ວໂລກ ຫລຸດຄົນ-ຫລຸດເງິນເດືອນ-ຂໍລັດຊ່ວຍ
ວິກິດໂຣກລະບາດເຮັດໃຫ້ສາຍການບິນທົ່ວໂລກ ຫລຸດຄົນ-ຫລຸດເງິນເດືອນ-ຂໍລັດຊ່ວຍ - kitchen vibe - ວິກິດໂຣກລະບາດເຮັດໃຫ້ສາຍການບິນທົ່ວໂລກ ຫລຸດຄົນ-ຫລຸດເງິນເດືອນ-ຂໍລັດຊ່ວຍ

    ໃນຍາມວິກິດໃນປັດຈຸບັນ ຖ້າສາຍການບິນຫລັກຂອງປະເທດຈະບໍ່ຫວັງເພິ່ງພາລັດຖະບານຊ່ວຍບໍ່ໃຫ້ຂາດອາດເປັນເລື່ອງທີ່ໜ້າຍິນດີ. ສອງສາມມື້ຜ່ານມາ ຈຶ່ງໄດ້ເຫັນວ່າສາຍການບິນຕ່າງປະເທດຫລາຍສາຍອອກມາເປີດເຜີຍສະພາບຂາດທຶນ ແລະ ຮຽກຮ້ອງຂໍການຊ່ວຍເຫລືອຈາກລັດຖະບານ.

ກຸ່ມແອຣຟຣານ-ເຄແອລເອັມ ຫາກໍໄດ້ທັງລັດຖະບານຝຣັ່ງ ແລະ ເນເທີແລນ ຮັບປາກວ່າຈະຊ່ວຍຫາເງິນກູ້ ແລະ ເງິນຊ່ວຍເຫລືອລວມ 9.000 ລ້ານເອີໂຣ ໃນຈຳນວນນີ້ເປັນເງິນກູ້ທີ່ລັດຖະບານຝຣັ່ງຄ້ຳປະກັນ 4.000 ລ້ານເອີໂຣ, ເງິນກູ້ທາງກົງ 3.000 ລ້ານເອີໂຣ ແລະ ລັດຖະບານເນເທີແລນຈ່າຍອີກ 2-4.000 ລ້ານເອີໂຣ ແຕ່ຕ້ອງພິສູດໃຫ້ເຫັນວ່າບໍ່ໄດ້ກູ້ເງິນໄປເພື່ອ “ຜານ” ຫລິ້ນ.

ວິກິດໂຣກລະບາດເຮັດໃຫ້ສາຍການບິນທົ່ວໂລກ ຫລຸດຄົນ-ຫລຸດເງິນເດືອນ-ຂໍລັດຊ່ວຍ - Visit Laos Visit SALANA BOUTIQUE HOTEL - ວິກິດໂຣກລະບາດເຮັດໃຫ້ສາຍການບິນທົ່ວໂລກ ຫລຸດຄົນ-ຫລຸດເງິນເດືອນ-ຂໍລັດຊ່ວຍ

ຜູ້ບໍລິຫານລະດັບສູງຂອງແອຣຟຣານ-ເຄແອລເອັມ ບອກກັບສຳນັກຂ່າວຣອຍເຕີວ່າ: ການຊ່ວຍເຫລືອຈາກລັດຖະບານ “ບໍ່ແມ່ນການຈ່າຍເງິນເສຍຫລ້າ” ແຕ່ສາຍການບິນຈະຕ້ອງລົງມືຄຸມຕົ້ນທຶນ ແລະ ເພີ່ມປະສິດທິຜົນໃຫ້ໄດ້ຢ່າງຈິງຈັງ.

ເງິນພາສີບໍ່ອາດອຸ້ມສາຍການບິນໄດ້ຕະຫລອດໄປ: ເບິ່ງຄືວ່າ “ໄມ້ແຂງ” ແລະ “ຢາຂົມ” ຄືສູດຮັກສາສາຍການບິນໃຫ້ຢູ່ລອດ. ບຣິຕິແອຣເວ (ບີເອ) ເປັນອີກສາຍການບິນທີ່ມີແຜນປັບໂຄງສ້າງ ແລະ ຕັ້ງເປົ້າຫລຸດພະລັງງານລົງ 12.000 ຕຳແໜ່ງຈາກທັງໝົດ 42.000 ຕຳແໜ່ງ. ການຕັດສິນໃຈນີ້ຢູ່ບົນພື້ນຖານທີ່ປະເມີນແລ້ວວ່າ: ກວ່າການເດີນທາງທາງອາກາດຈະກັບຄືນສູ່ສະພາບປົກກະຕິຕ້ອງໃຊ້ເວລາອີກຫລາຍປີ.

ທ່ານ ອາເລັກ ຄຣູ ປະທານເຈົ້າໜ້າທີ່ບໍລິຫານ ບອກໃນຈົດໝາຍທີ່ສົ່ງເຖິງພະນັກງານວ່າ: ໃນໄລຍະ 2-3 ອາທິດມານີ້ ສະພາບການຂອງອຸດສາຫະກຳການບິນຫລຸດລົງ. ດັ່ງນັ້ນ ບໍລິສັດຈຶ່ງຕ້ອງລົງມືໂດຍບໍ່ລໍຊ້າ “ເຮົາຕ້ອງແກ້ໄຂວິກິດນີ້ໃຫ້ຜ່ານພົ້ນໄປໄດ້ດ້ວຍຕົນເອງ ບໍ່ມີທາງທີ່ລັດຖະບານຈະເຂົ້າມາອູ້ມ ແລະ ເຮົາບໍ່ອາດຄາດຫວັງໃຫ້ເອົາເງິນພາສີຂອງປະຊາຊົນມາຊົດເຊີຍການຈ່າຍເງິນເດືອນໃຫ້ເຮົາໄດ້ຕະຫລອດໄປ… ແລະ ເຮົາຈະໄດ້ເຫັນສາຍການບິນບາງສາຍຕ້ອງປິດ”.

ບີເອຈ້າງນັກບິນ 4.500 ຄົນ ແລະ ລູກເຮືອປະມານ 16.000 ຄົນ. ປັດຈຸບັນ ພະນັກງານອີກປະມານ 23.000 ຄົນ ຖືກຂໍໃຫ້ພັກວຽກເປັນເວລາ 3 ເດືອນ ໂດຍໄດ້ຮັບເງິນເດືອນທີ່ລັດຖະບານຊ່ວຍຈ່າຍໃຫ້ 80% ແຕ່ບໍ່ເກີນ 2.500 ປອນຕໍ່ເດືອນ.

ການໃຫ້ພະນັກງານລາພັກໂດຍໄດ້ຮັບເງິນເດືອນໜ້ອຍລົງ ຫລື ໃຫ້ບຳນານອາຍຸກ່ອນກຳນົດ ຍັງເປັນວິໄສທັດຮ່ວມຂອງອີກຫລາຍສາຍການບິນເຊັ່ນ: ແຄວນຕັສທີ່ໃຫ້ພະນັກງານ 20.000 ຄົນພັກວຽກ, ແອຣການາດາເຮັດແບບນີ້ກັບພະນັກງານ 15.000 ຄົນ ຫລື ອາເມລິກາແອຣລາຍ ທີ່ນັກບິນຍອມລາພັກວຽກໄລຍະສັ້ນ ແລະ ໄດ້ຮັບເງິນເດືອນໜ້ອຍລົງ. ຂະນະທີ່ອີກ 700 ຄົນ ຍອມບຳນານກ່ອນກຳນົດ.

ຄຳກ່າວຂອງຜູ້ບໍລິຫານບີເອທີ່ວ່າ: ສາຍການບິນບາງສາຍອາດຕ້ອງປິດ ບໍ່ແມ່ນເລື່ອງທີ່ເວົ້າເກີນເລີຍ ເພາະສະມາຄົມຂົນສົ່ງທາງອາກາດສາກົນ (ໄອອາຕ້າ) ປະເມີນວ່າ: ຄວາມຕ້ອງການເດີນທາງທີ່ຫລຸດລົງເພາະການລະບາດຂອງໂຄວິດ-19 ເຮັດໃຫ້ສ່ຽງຈະສູນເສຍຕຳແໜ່ງວຽກໃນອຸດສາຫະກຳການບິນໄດ້ເຖິງ 25 ລ້ານຕຳແໜ່ງ ໃນຈຳນວນນີ້ 11,2 ລ້ານຕຳແໜ່ງຢູ່ໃນພາກພື້ນອາຊີ-ປາຊີຟິກ ແລະ ຄວາມຕ້ອງການເດີນທາງໂດຍເຮືອບິນຈະຫລຸດລົງເຖິງ 70% ໃນໄລຍະເດືອນເມສາ-ມິຖຸນາ. ດັ່ງນັ້ນ ການສະໜັບສະໜູນທາງການເງິນໂດຍກົງ, ໃຫ້ເງິນກູ້ ຫລື ຫລຸດພາສີ ຈຶ່ງເປັນສິ່ງທີ່ໄອອາຕ້າຮຽກຮ້ອງໃຫ້ລັດຖະບານທົ່ວໂລກເຮັດ ຖ້າຍັງຕ້ອງການເຫັນສາຍການບິນກັບມາຟື້ນຕົວຫລັງການລະບາດຂອງໂຣກບັນເທົາລົງ.

ວິກິດໂຣກລະບາດເຮັດໃຫ້ສາຍການບິນທົ່ວໂລກ ຫລຸດຄົນ-ຫລຸດເງິນເດືອນ-ຂໍລັດຊ່ວຍ - 5 - ວິກິດໂຣກລະບາດເຮັດໃຫ້ສາຍການບິນທົ່ວໂລກ ຫລຸດຄົນ-ຫລຸດເງິນເດືອນ-ຂໍລັດຊ່ວຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!