ຂີ້ເຫຍື້ອຜ້າອັດປາກ ອີກໜຶ່ງບັນຫາ ທີ່ກຳລັງເກີດຂຶ້ນໃນຍຸກໂຄວິດ

ຂີ້ເຫຍື້ອຜ້າອັດປາກ ອີກໜຶ່ງບັນຫາ ທີ່ກຳລັງເກີດຂຶ້ນໃນຍຸກໂຄວິດ - 302 - ຂີ້ເຫຍື້ອຜ້າອັດປາກ ອີກໜຶ່ງບັນຫາ ທີ່ກຳລັງເກີດຂຶ້ນໃນຍຸກໂຄວິດ
ຂີ້ເຫຍື້ອຜ້າອັດປາກ ອີກໜຶ່ງບັນຫາ ທີ່ກຳລັງເກີດຂຶ້ນໃນຍຸກໂຄວິດ - kitchen vibe - ຂີ້ເຫຍື້ອຜ້າອັດປາກ ອີກໜຶ່ງບັນຫາ ທີ່ກຳລັງເກີດຂຶ້ນໃນຍຸກໂຄວິດ

     ຄວາມຕ້ອງການໃຊ້ຜ້າອັດປາກທີ່ເພີ່ມຂຶ້ນທົ່ວໂລກໃນໄລຍະທີ່ມີການແຜ່ລະບາດຂອງເຊື້ອໂຄໂຣນາໄວຣັສ ເຮັດໃຫ້ເກີດຂີ້ເຫຍື້ອປາລາສະຕິກຈຳນວນຫລາຍ ສຸດທ້າຍກໍຈົບລົງຢູ່ຖະໜົນ ຫລື ທະເລ.

ຈາກຂໍ້ມູນຂອງສະຫະພາບສາກົນເພື່ອການອະນຸລັກທຳມະຊາດ (IUCN) ພົບວ່າ: ແຕ່ລະປີມີຂີ້ເຫຍື້ອປາລາສະຕິກໄປບັນຈົບກັນຢູ່ມະຫາສະໝຸດຫລາຍກວ່າ 8 ລ້ານໂຕນ ຫລື ຄິດເປັນ 80% ຂອງຂີ້ເຫຍື້ອທີ່ລອຍຢູ່ໃນມະຫາສະໝຸດທັງໝົດ. ຂະນະທີ່ມີສັດທະເລ ແລະ ເຕົ່າ 100.000 ກວ່າໂຕ ແລະ ນົກທະລອີກ 1 ລ້ານກວ່າໂຕ ໃນແຕ່ລະປີຕ້ອງຕາຍເພາະຂີ້ເຫຍື້ອເຫລົ່ານີ້.

ຂີ້ເຫຍື້ອຜ້າອັດປາກ ອີກໜຶ່ງບັນຫາ ທີ່ກຳລັງເກີດຂຶ້ນໃນຍຸກໂຄວິດ - Visit Laos Visit SALANA BOUTIQUE HOTEL - ຂີ້ເຫຍື້ອຜ້າອັດປາກ ອີກໜຶ່ງບັນຫາ ທີ່ກຳລັງເກີດຂຶ້ນໃນຍຸກໂຄວິດ

ເຊັ່ນໃນປີຜ່ານມາ, ປາວານຫົວທຸຍທີ່ລອຍຂຶ້ນມາຕາຍຢູ່ຫາດ ເກາະແຮຣິສ ຂອງສະກອດແລນ ມີຂີ້ເຫຍື້ອປາລາສະຕິກເຊັ່ນ: ເຊືອກ, ຖົງມື, ຖົງປາລາສະຕິກ, ຕຸກນ້ຳໃນທ້ອງເກືອບ 100 ກິໂລ.

ເມື່ອມີຂີ້ເຫຍື້ອຈາກຜ້າອັດປາກທີ່ໃຊ້ປ້ອງກັນເຊື້ອໂຄໂຣນາໄວຣັສລົງໄປເພີ່ມອີກ ກໍເປັນການຊ້ຳຕື່ມບັນຫາຂີ້ເຫຍື້ອໃນທ້ອງທະເລທີ່ມີຢູ່ແລ້ວ.

ສັນຍານເຕືອນເລື່ອງຂີ້ເຫຍື້ອຈາກຜ້າອັດປາກເລີ່ມເພີ່ມຂຶ້ນໃນໄລຍະເດືອນກຸມພາຜ່ານມາ ເມື່ອກຸ່ມນັກອະນຸລັກ OceansAsia ໂພສພາບຜ້າອັດປາກປະມານ 70 ອັນທີ່ພົບໃນໄລຍະ 100 ແມັດ ເກາະໂຊໂຄ ເຊິ່ງບໍ່ມີຜູ້ຢູ່ອາໄສຂອງຮົງກົງ ລະຫວ່າງທີ່ເຮັດໂຄງການວິໄຈກ່ຽວກັບຂີ້ເຫຍື້ອໃນທ້ອງທະເລ ແລະ ໄມໂຄຣປາລາສະຕິກ ແລະ ຫລັງຈາກນັ້ນອີກ 3 ອາທິດ ພົບຜ້າອັດປາກອີກ 30 ກວ່າອັນຢູ່ເກາະບ່ອນເກົ່າ ແລະ ເລີ່ມພົບຢູ່ເກາະອື່ນໆນຳອີກ.

ຢູ່ອາເມລິກາເລີ່ມກັງວົນຕໍ່ບັນຫາຂີ້ເຫຍື້ອທີ່ມາຈາກ Covid-19 ເຊັ່ນກັນ. ທ່ານ ນາງ ມາເຣຍ ອັລກາຣາ ຜູ້ສ້າງຕັ້ງໂຄງການອາສາສະໝັກເກັບຂີ້ເຫຍື້ອຢູ່ຫາດຊາຍ Clean This Beach Up ໃນເມືອງໄມອາມີ ລັດຟໍຣິດາ ເລີ່ມໂຄງການ #TheGloveChallenge ເພື່ອໃຫ້ທຸກຄົນຮ່ວມກັນຖ່າຍຮູບຖົງມືຢາງທີ່ຖິ້ມບໍ່ຖືກບ່ອນໃນຊ່ວງທີ່ເຊື້ອໂຄໂຣນາໄວຣັສລະບາດ ເພື່ອສ້າງຈິດສຳນຶກໃນບັນຫານີ້.

ປາກົດວ່າມີຄົນສົ່ງຮູບ 1.200 ກວ່າຮູບຈາກຫລາຍໆບ່ອນ ທັງຢູ່ອາເມລິກາ, ອິຕາລີ, ສະເປນ, ເຢຍລະມັນ, ນິວຊີແລນ, ປອກຕຸຍການ, ຝຣັ່ງ.

ຜ້າອັດປາກ ຫລື ຖົງມືຢາງເຫລົ່ານີ້ບໍ່ຕ່າງຈາກຂີ້ເຫຍື້ອຊະນິດອື່ນໆ ຄືຕ້ອງໃຊ້ເວລາດົນກວ່າຈະຍ່ອຍສະຫລາຍ. ການວິໄຈຂອງມະຫາວິທະຍາໄລຟໍຣິດາເມື່ອມໍ່ໆນີ້ ພົບວ່າ: ເມື່ອຂີ້ເຫຍື້ອປາລາສະຕິກລອຍຢູ່ໃນທະເລດົນໆ ຈະເລີ່ມມີສາຫລ່າຍ ແລະ ແບກທີເຣຍມາຕິດ ເຊິ່ງສາຫລ່າຍ ແລະ ແບກທີເຣຍເຫລົ່ານີ້ຈະປ່ອຍກິ່ນທີ່ຄືກັບກິ່ນອາຫານຂອງເຕົ່າທະເລ ມັນຈຶ່ງກິນຂີ້ເຫຍື້ອປາລາສະຕິກເຂົ້າໄປໂດຍບໍ່ຮູ້ຕົວ.

ຄວາມຈິງແລ້ວ ຂີ້ເຫຍື້ອປາລາສະຕິກບໍ່ໄດ້ຍ່ອຍສະຫລາຍແລ້ວສູນຫາຍໄປຢ່າງທີ່ຄິດ ມັນຈະຖືກແສງແດດ ແລະ ຄື້ນກັດເຊາະຈົນແຕກອອກເປັນອັນນ້ອຍໆ ເອີ້ນວ່າ: ໄມໂຄຣປາລາສະຕິກ ແລະ ເຂົ້າສູ່ຕ່ອງໂສ້ອາຫານຜ່ານປານ້ອຍທີ່ກິນໄມໂຄຣປາລາສະຕິກເຂົ້າໄປ.

ໄມໂຄຣປາລາສະຕິກເຫລົ່ານີ້ບໍ່ໄດ້ເປັນອັນຕະລາຍຕໍ່ສັດທະເລພຽງຢ່າງດຽວເທົ່ານັ້ນ ເພາະສຸດທ້າຍມົນລະພິດທີ່ມະນຸດສ້າງຂຶ້ນມັນໄດ້ຫວນກັບມາຫາເຮົາຜ່ານອາຫານທະເລທີ່ເຮົາບໍລິໂພກ.

ເຖິງຢ່າງໃດກໍດີ, ຕາບໃດທີ່ Covid-19 ຍັງບໍ່ໝົດໄປ ຜ້າອັດປາກຈະຍັງເປັນອຸປະກອນອັນສຳຄັນຂອງຊາວໂລກຕໍ່ໄປ.

ທາງອອກຂອງບັນຫາຂີ້ເຫຍື້ອຜ້າອັດປາກ ຄືການນຳໄປແຍກຖິ້ມໃຫ້ຖືກວິທີ ເນື່ອງຈາກຂີ້ເຫຍື້ອຕິດເຊື້ອຈະຕ້ອງກຳຈັດດ້ວຍວິທີພິເສດເທົ່ານັ້ນ. ຖ້າພວກເຮົາບໍ່ຊ່ວຍກັນແຍກຂີ້ເຫຍື້ອ ສຸດທ້າຍບ້ານເມືອງເຮົາອາດຈະມີບັນຫາຄືກັບຢູ່ອາເມລິກາ ຫລື ຮົງກົງ.

ຂີ້ເຫຍື້ອຜ້າອັດປາກ ອີກໜຶ່ງບັນຫາ ທີ່ກຳລັງເກີດຂຶ້ນໃນຍຸກໂຄວິດ - 3 - ຂີ້ເຫຍື້ອຜ້າອັດປາກ ອີກໜຶ່ງບັນຫາ ທີ່ກຳລັງເກີດຂຶ້ນໃນຍຸກໂຄວິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!