ກຳປູເຈຍໃຫ້ຄົນຕ່າງປະເທດ ລົງທະບຽນຢືນຢັນຕົວຕົນ


ນັບແຕ່ວັນທີ 1 ກໍລະກົດນີ້, ກຳປູເຈຍຈະບໍ່ອອກວີຊາໃໝ່ໃຫ້ຄົນຕ່າງປະເທດ ທີ່ບໍ່ໄດ້ລົງທະບຽນໃນແອັບພລິເຄຊັນ “ຢືນຢັນຕົວຕົນ”.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານກວດຄົນເຂົ້າເມືອງຂອງກຳປູເຈຍອອກຖະແຫລງການໃນວັນທີ 28 ເມສາວ່າ: ນັບແຕ່ວັນທີ 1 ກໍລະກົດເປັນຕົ້ນໄປ ຈະດຳເນີນການຕໍ່ອາຍຸວີຊາໃຫ້ພົນລະເມືອງຕ່າງປະເທດທີ່ອາໄສ ແລະ ເຮັດວຽກຢູ່ຣາຊະອານາຈັກ ສະເພາະຜູ້ທີ່ມີຊື່ປາກົດຢູ່ໃນຖານຂໍ້ມູນຂອງ “ລະບົບສະແດງຖານະຄົນຕ່າງປະເທດໃນກຳປູເຈຍ” (FCPS) ເທົ່ານັ້ນ.
ດ້ວຍເຫດນີ້ ກ່ອນຮອດເວລາດັ່ງກ່າວຂໍໃຫ້ພົນລະເມືອງຕ່າງປະເທດທີ່ມີຄຸນສົມບັດ ເຂົ້າໄປຂຽນຂໍ້ມູນໃຫ້ຄົບຖ້ວນ ເຊິ່ງຕ້ອງເປັນການດາວໂຫລດເພື່ອຕິດຕັ້ງໃນໂທລະສັບ ໃຊ້ງານໄດ້ຜ່ານລະບົບປະຕິບັດການໄອໂອເອສ ແລະ ແອນດຣອຍ.
ຂະນະດຽວກັນ ສຳນັກງານກວດຄົນເຂົ້າເມືອງຍັງຂໍການຮ່ວມມືຫາກົມຕຳຫລວດທຸກແຫ່ງໃນກຳປູເຈຍ ໃຫ້ເຜີຍແຜ່ແນວທາງປະຕິບັດຕໍ່ຜູ້ປະກອບການທີ່ອາໄສທຸກປະເພດ ໃຫ້ລາຍງານຂໍ້ມູນຂອງຄົນຕ່າງປະເທດທີ່ເຂົ້າມາອາໄສ ບໍ່ວ່າຈະເປັນໄລຍະສັ້ນ ຫລື ໄລຍະຍາວ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ທຸກພາກສ່ວນວ່າເປັນບຸກຄົນທີ່ໄດ້ຮັບອະນຸຍາດໃຫ້ເຂົ້າອາໄສຕາມກົດໝາຍຂອງກຳປູເຈຍ.
ຂະນະດຽວກັນ ເຈົ້າຂອງສະຖານທີ່ພັກອາໄສຕ້ອງລົງທະບຽນລູກຄ້າຄົນຕ່າງປະເທດໃນ FCPS ພາຍໃນ 24 ຊົ່ວໂມງ ບໍ່ສະນັ້ນອາດຕ້ອງເສຍຄ່າປັບໄໝ ແລະ ຜູ້ເຂົ້າພັກທີ່ເປັນຄົນຕ່າງປະເທດຕ້ອງລົງທະບຽນເຊັ່ນກັນ ຖ້າບໍ່ມີຂໍ້ມູນຢູ່ໃນລະບົບໝາຍຄວາມວ່າບຸກຄົນນັ້ນ “ອາໄສແບບຜິດກົດໝາຍ” ຢູ່ກຳປູເຈຍ.