ທຣຳ ມີແຜນຈະກວດຫາເຊື້ອໂຄວິດ-19 5 ລ້ານຄົນ/ວັນ


ໂດຍ: ລູກເມືອງພວນ
ທຣຳ ປະກາດຕໍ່ກອງປະຊຸມນັກຂ່າວ ວັນທີ 28 ເມສານີ້ວ່າ ຈະຈັດຕັ້ງປະຕິບັດກວດຫາເຊື້ອໄວຣັດ ໂຄວິດ-19 ໃຫ້ໄດ້ 5 ລ້ານຄົນ/ວັນ ໃນມໍ່ໆນີ້.
ການປະກາດຂອງທ່ານ ທຣຳ ມີຂຶ້ນພາຍຫຼັງມະຫາວິທະຍາໄລ Harvard ປະກາດຜົນຂອງການຄົ້ນຄ້ວາວິທະຍາສາດສະບັບໜຶ່ງ ແລະ ໄດ້ສະເໜີຕໍ່ລັດຖະບານສະຫະລັດວ່າ ໃຫ້ດຳເນີນການກວດຫາເຊື້ອໄວຣັດ ໂຄວິດ-19 ໃຫ້ໄດ້ 5 ລ້ານຄົນ/ວັນ ໃນເດືອນ ມີຖຸນາທີ່ຈະມາເຖິງນີ້ ເພື່ອເປີດປະຕູເສດຖະກິດໃຫ້ກັບຄືນມາສູ່ສະພາບເດີມ.
ປະທານາທິບໍດີປະກາດວ່າ: “ພວກເຮົາຈະຈັດຕັ້ງປະຕິບັດບັນຫາດັ່ງກ່າວໃຫ້ໄວທີ່ສຸດ, ຖ້າຫາກເບິ່ງຕົວເລກແລ້ວ ເຫັນວ່າພວກເຮົາສາມາດເຮັດໄດ້ໂດຍບໍ່ຕ້ອງສົງໄສ. ພວກເຮົາຈະດຳເນີນການກວດຫາເຊື້ອທົບຫຼາຍເທົ່າປະເທດໃດໃນໂລກ ຫຼື ຫຼາຍກວ່າທຸກໆປະເທດລວມເຂົ້າກັນ”.
ເມື່ອວັນທີ 24 ເມສານີ້, ສະຫະລັດດຳເນີນການກວດຫາເຊື້ອໄດ້ພຽງແຕ່ 314.182 ຄົນເທົ່ນນັ້ນ ແລະ ນັບຕັ້ງແຕ່ມື້ພະຍາດລະບາດຂຶ້ນມາ, ສະຫະລັດດຳເນີນການກວດຫາເຊື້ອໄດ້ພຽງແຕ່ 5,7 ລ້ານຄົນເທົ່ານັ້ນ.