ອາເມລິກາເຜີຍ “ເຣມເດຊິເວຍ” ຊ່ວຍຜູ້ຕິດເຊື້ອ ໂຄວິດ-19 ຟື້ນຕົວໄວຂຶ້ນ

ອາເມລິກາເຜີຍ “ເຣມເດຊິເວຍ” ຊ່ວຍຜູ້ຕິດເຊື້ອ ໂຄວິດ-19 ຟື້ນຕົວໄວຂຶ້ນ - 300 - ອາເມລິກາເຜີຍ “ເຣມເດຊິເວຍ” ຊ່ວຍຜູ້ຕິດເຊື້ອ ໂຄວິດ-19 ຟື້ນຕົວໄວຂຶ້ນ
ອາເມລິກາເຜີຍ “ເຣມເດຊິເວຍ” ຊ່ວຍຜູ້ຕິດເຊື້ອ ໂຄວິດ-19 ຟື້ນຕົວໄວຂຶ້ນ - kitchen vibe - ອາເມລິກາເຜີຍ “ເຣມເດຊິເວຍ” ຊ່ວຍຜູ້ຕິດເຊື້ອ ໂຄວິດ-19 ຟື້ນຕົວໄວຂຶ້ນ

     ລັດຖະບານອາເມລິກາເປີດເຜີຍຜົນການວິໄຈທາງຄລີນິກຂອງ “ເຣມເດຊິເວຍ” ເຊິ່ງເປັນຢາຕ້ານໄວຣັສ ວ່າຊ່ວຍໃຫ້ຜູ້ຕິດເຊື້ອໂຄວິດ-19 ມີອາການດີຂຶ້ນໄວກວ່າປົກກະຕິປະມານ 4 ວັນ.

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານໝໍ ແອນໂທນີ ເຟົາຊີ ຜູ້ອຳນວຍການສະຖາບັນພະຍາດຕິດຕໍ່ ແລະ ພະຍາດພູມແພ້ແຫ່ງຊາດອາເມລິກາ (NIH) ໃນຖານະຫົວໜ້າຄະນະສະເພາະກິດຝ່າຍບຸກຄະລາກອນການແພດຂອງທຳນຽບຂາວ ເພື່ອຕໍ່ສູ້ກັບວິກິດໂຣກລະບາດໂຄວິດ-19 ກ່າວໃນວັນທີ 29 ເມສາວ່າ: NIH ໄດ້ທົດລອງທາງຄລີນິກກ່ຽວກັບປະສິດທິພາບຂອງຢາຕ້ານເຊື້ອໄວຣັສ “ເຣມເດຊິເວຍ” ກັບກຸ່ມຕົວຢ່າງທີ່ເປັນຜູ້ຕິດເຊື້ອໂຄວິດ-19 ຈຳນວນ 1.063 ຄົນ ໃນ 68 ປະເທດ.

ອາເມລິກາເຜີຍ “ເຣມເດຊິເວຍ” ຊ່ວຍຜູ້ຕິດເຊື້ອ ໂຄວິດ-19 ຟື້ນຕົວໄວຂຶ້ນ - Visit Laos Visit SALANA BOUTIQUE HOTEL - ອາເມລິກາເຜີຍ “ເຣມເດຊິເວຍ” ຊ່ວຍຜູ້ຕິດເຊື້ອ ໂຄວິດ-19 ຟື້ນຕົວໄວຂຶ້ນ

ທັງນີ້ ການທົດລອງເລີ່ມຂຶ້ນໃນວັນທີ 21 ກຸມພາ ໂດຍທີມງານແບ່ງກຸ່ມຕົວຢ່າງອອກເປັນ 2 ກຸ່ມຄື: ກຸ່ມທີ່ໄດ້ຮັບຢາເຣມເດຊິເວຍ ກັບກຸ່ມທີ່ຢູ່ພາຍໃຕ້ການປິ່ນປົວແບບຄວບຄຸມດ້ວຍຢາຫລອກ ເຊິ່ງຜົນປາກົດວ່າການໃຊ້ຢາເຣມເດຊິເວຍຫລຸດໄລຍະເວລາການປິ່ນປົວໄດ້ປະມານ 31% ໂດຍຜູ້ຕິດເຊື້ອມີອາການດີຂຶ້ນພາຍໃນ 11 ວັນຫລັງໄດ້ຮັບຢາ ທຽບໃສ່ການປິ່ນປົວ “ດ້ວຍວິທີປົກກະຕິ” ທີ່ຜູ້ຕິດເຊື້ອມີອາການດີຂຶ້ນພາຍໃນ 15 ວັນ.

ຂະນະດຽວກັນ, ທ່ານໝໍ ເຟົາຊີ ກ່າວອີກວ່າ: ນອກຈາກການຫລຸດໄລຍະເວລາການປິ່ນປົວ ຫລື ອັດຕາການຟື້ນຕົວໄວຂຶ້ນ, ການເສຍຊີວິດຈາກການໄດ້ຮັບຢາເຣມເດຊິເວຍຍັງມີທ່າອ່ຽງຕໍ່າ ໂດຍອັດຕາການເສຍຊີວິດຂອງຜູ້ໄດ້ຮັບຢາເຣມເດຊິເວຍຢູ່ທີ່ 8% ແລະ 11,6% ໃນກຸ່ມທີ່ໄດ້ຮັບຢາຫລອກ.

ທ່ານໝໍ ເຟົາຊີ ເນັ້ນວ່າ: ເຖິງວ່າຍັງບໍ່ມີຜົນການພິສູດທາງວິທະຍາສາດບົ່ງບອກວ່າ: ຢາເຣມເດຊິເວຍ “ເໝາະສົມທີ່ສຸດ” ໃນການໃຊ້ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ທີ່ເປັນຜົນຈາກການໄດ້ຮັບເຊື້ອໄວຣັສໂຄໂຣນາສາຍພັນໃໝ່, ແຕ່ຜົນງານວິໄຈທີ່ອອກມາສາມາດເຫັນໄດ້ເຖິງ “ປະສິດທິພາບເບື້ອງຕົ້ນ” ຂອງຢາຊະນິດນີ້.

ເຖິງວ່າຜົນການທົດລອງຍັງບໍ່ໄດ້ຜ່ານຂະບວນການພິຈາລະນາທາງການແພດ, ແຕ່ທ່ານໝໍ ເຟົາຊີ ກ່າວວ່າ: NIH ກຽມເຜີຍແຜ່ລາຍລະອຽດທັງໝົດໃນວາລະສານການແພດ ແລະ ວິທະຍາສາດໃນມໍ່ໆນີ້.

ອາເມລິກາເຜີຍ “ເຣມເດຊິເວຍ” ຊ່ວຍຜູ້ຕິດເຊື້ອ ໂຄວິດ-19 ຟື້ນຕົວໄວຂຶ້ນ - 3 - ອາເມລິກາເຜີຍ “ເຣມເດຊິເວຍ” ຊ່ວຍຜູ້ຕິດເຊື້ອ ໂຄວິດ-19 ຟື້ນຕົວໄວຂຶ້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!