7 ຫລັກການຂັບລົດເກຍໂອໂຕ້ຢ່າງປະຢັດນ້ຳມັນ

- 020706 -   7 ຫລັກການຂັບລົດເກຍໂອໂຕ້ຢ່າງປະຢັດນ້ຳມັນ
- kitchen vibe -   7 ຫລັກການຂັບລົດເກຍໂອໂຕ້ຢ່າງປະຢັດນ້ຳມັນ
  1. ຢ່າຟ້າວອອກລົດ : ເຫັນເປັນປະຈຳສຳລັບທຸກຄົນທີ່ຂັບລົດເກຍໂອໂຕ້ມັກຈະຟ້າວອອກລົດ ເມື່ອລົດຄັນທາງໜ້າເຄື່ອນອອກ ໄປກໍຟ້າວປ່ອຍເບຣກແລ້ວເລັ່ງໄປໂດຍໄວທັນທີ ເຊິ່ງຄວາມຈິງແລ້ວ ທ່ານບໍ່ຕ້ອງຟ້າວປານນັ້ນກໍໄດ້ ເພາະການກະແທກຄັນເລັ່ງ ຫລາຍເທົ່າໃດກໍຍິ່ງເຮັດໃຫ້ເຄື່ອງຈັກເລັ່ງເຄື່ອງແຮງຂຶ້ນຫລາຍເທົ່ານັ້ນ ແລະ ມັນເຮັດໃຫ້ບໍ່ປະຢັດນຳ້ມັນເທົ່າທີ່ຄວນຈະເປັນ.
  2. ຮູ້ຈັກປ່ອຍໃຫ້ໄຫລ : ຫລື ໃຫ້ມັນ Walking Speed ໄປເອງ ຫລາຍຄົນທີ່ຂັບລົດບໍ່ຄ່ອຍລຶ້ງກັບຄຳນີ້ປານໃດ, ແຕ່ Walking Speed  ນັ້ນໝາຍເຖິງການເຄື່ອນໄປໄດ້ເອງຂອງລົດໂດຍທີ່ເຮົາບໍ່ຕ້ອງຢຽບຄັນເລັ່ງ. ຕາມປົກກະຕິສຳລັບເກຍໂອໂຕ້ແລ້ວ Walking Speed ແມ່ນສິ່ງທີ່ເຮົາເຫັນກັນຢູ່ເປັນປະຈຳຍາມທີ່ເຮົາບໍ່ໄດ້ຢຽບຄັນເລັ່ງ ເຊິ່ງມີປະໂຫຍດຕອນທີ່ການຈະລາຈອນຕິດຂັດ ຫລື ຕອນເຂົ້າບ່ອນຈອດລົດ ເພາະຍິ່ງເລັ່ງໜ້ອຍກໍຍິ່ງປະຢັດນຳ້ມັນ.
  3. ເກຍ L ຂຶ້ນທາງຊັນຮັບຮອງວ່າປະຢັດກ່ວາ : ໃນການຂຶ້ນທາງຊັ້ນ ຫລື ທາງຄ້ອຍຊັນໆນັ້ນ ຫລາຍຄົນມັກເບິ່ງຂ້າມໃນການປ່ຽນເກຍມາໃຊ້ເກຍ L ຍ້ອນວ່າໃຊ້ເກຍ D ມັນກໍສະດວກກ່ວາ, ແຕ່ໃນການຂຶ້ນທາງຊັນທີ່ມີແຮງຕ້ານທານຈາກຄ້ອຍສູງຊັນ ໂດຍສະເພາະການຂຶ້ນບ່ອນຈອດລົດທີ່ຢູ່ເທິງດາດຟ້າ ການໃຊ້ເກຍ L ໂດຍໃຊ້ກຳລັງແຮງບິດເຄື່ອງສົ່ງຂຶ້ນນັ້ນຈະເຮັດໃຫ້ລົດບໍ່ຕ້ອງອອກແຮງສູ້ກັບຄ້ອຍຊັນຫລາຍ ຜົນກໍຄືປະຢັດນຳ້ມັນກ່ວາໃຊ້ເກຍ D.
  4. ຢຽບຄັນເລັ່ງຢ່າງສະຖຽນ : ການໃຊ້ຄັນເລັ່ງເປັນເລື່ອງສຳຄັນຫລາຍໃນລົດເກຍໂອໂຕ້ ເພາະວ່າເມື່ອຢຽບຄັນເລັ່ງລົງເລິກຫລາຍເກີນໄປ ຫລື ຕື້ນເກີນໄປ ລົດກໍຈະແລ່ນແບບຄານໆ ເຮົາຕ້ອງຫາຄວາມພໍດີ ໂດຍອາດຈະໃຊ້ວິທີຢຽບເລັ່ງໄປເຖິງລະດັບຄວາມໄວທີ່ຕ້ອງການກ່ອນ ແລ້ວຜ່ອນຮັກສາຄວາມໄວ ເຊິ່ງກໍເປັນວິທີໜຶ່ງທີ່ໃຫ້ການປະຢັດນຳ້ມັນທີ່ດີ ແລະ ສິ່ງສຳຄັນໄປກ່ວານັ້ນ ພະຍາຍາມຮັກສາຄວາມໄວໃຫ້ຄົງທີ່ຕະຫລອດເສັ້ນທາງ, ຫາກລົດທ່ານມີລະບົບ Cruise Control ກໍຢ່າລືມໃຊ້ມັນໃນການຂັບຂີ່ຈຶ່ງປະຢັດນຳ້ມັນ.
  5. ເບຣກໃຫ້ໜ້ອຍ ຊະລໍລົດເລື້ອຍໆ : ຫລາຍຄົນຂັບລົດເກຍໂອໂຕ້ທີ່ລຶ້ງກັບການເລັ່ງ ແລະ ເບຣກນັ້ນ ອາດຈະບໍ່ຄ່ອຍມີຮູບ ແບບການຂັບຂີ່ທີ່ໃຊ້ວິທີຊະລໍ ຫລື ຫລຸດຄວາມໄວຄືກັບຄົນຂັບເກຍທຳມະດາ. ສ່ວນໜຶ່ງຕ້ອງຍອມຮັບວ່າມາຈາກຄວາມລຶ້ງເຄີຍ, ແຕ່ເຊື່ອຫລືບໍ່ວ່າການຫລຸດຄວາມໄວໂດຍບໍ່ເບຣກນັ້ນເປັນໜຶ່ງໃນຂະບວນການຂອງວິທີປະຢັດນຳ້ມັນໄດ້ເຖິງ 2 ເທົ່າ.
  6. ຝຶກໃຊ້ເຕັກໂນໂລຊີໃໝ່ : ປະຈຸບັນລົດເກຍໂອໂຕ້ຫລາຍລຸ້ນເລີ່ມມີການຕິດຕັ້ງລະບົບ start/stop function ຫລື ບາງລຸ້ນກໍມີລະບົບຢຸດເຄື່ອງຈັກອັດຕະໂນມັດ. ກໍລະນີທີ່ລົດຖືກຢຽບເບຣກພ້ອມທັງຕິດໄຟແດງເປັນເວລາດົນ ຫລື ເອີ້ນວ່າ : Idling Stop System ເຂົ້າມາເພື່ອຢຸດການເຮັດວຽກຂອງເຄື່ອງຈັກຊົ່ວຄາວ ລະບົບນີ້ຊ່ວຍທ່ານປະຢັດໄດ້ຫລາຍທີ່ສຸດໃນສະພາບການຈະລາຈອນທີ່ຕິດຂັດ ເພາະເມື່ອເຄື່ອງຈັກຢຸດເຮັດວຽກກໍຢຸດຈ່າຍນຳ້ມັນ ຜົນກໍຄືປະຢັດແນ່ນອນ ດັ່ງນັ້ນຈຶ່ງຄວນຮຽນຮູ້ໄວ້. ໂດຍປົກກະຕິແລ້ວລະບົບດັ່ງກ່າວຈະເຮັດວຽກເມື່ອເຮົາຢຽບແປ້ນເບຣກເປັນໄລຍະເວລາດົນໆ. ສ່ວນວິທີການສະຕ໊າດເຄື່ອງຄືນນັ້ນກໍພຽງແຕ່ຢຽບຄັນເລັ່ງ, ປ່ອຍເບຣກ, ເຄື່ອນໄຫວພວງມະໄລ ກໍສາມາດຂັບຂີ່ຕໍ່ໄດ້.
  7. ເຂົ້າເກຍ N ເມື່ອຈອດດົນ : ຫລາຍຄົນບໍ່ເຊື່ອວ່າການປ່ຽນຕຳແໜ່ງເກຍຈາກ  D ມາຢູ່ N ຈະມີຜົນຕໍ່ຄວາມປະຢັດນຳ້ມັນ ໂດຍສະເພາະເວລາຈອດຕິດໄຟແດງດົນໆ ການເຂົ້າເກຍ N ປະໄວ້ແລ້ວຢຽບເບຣກ ຈະຊ່ວຍປະຢັດນຳ້ມັນໄດ້ດີກ່ວາເຂົ້າເກຍ D  ຄ້າງໄວ້ ແລ້ວຢຽບເບຣກ.
- 3 -   7 ຫລັກການຂັບລົດເກຍໂອໂຕ້ຢ່າງປະຢັດນ້ຳມັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!