ໂຄວິດ-19 ເຕືອນສະຕິແນວຄິດ ແລະ ພຶດຕິກຳ
ໂດຍ: ທິດກໍ່າ
ໂຣກລະບາດຈາກໂຄວິດ-19 ພາໃຫ້ຄົນເຮົາຕາຍຫລາຍໝື່ນຫລາຍແສນຄົນໃນທົ່ວໂລກ. ນັບແຕ່ມີເຊື້ອໄວຣັສສາຍພັນໃໝ່ໂຄໂຣນາ ຫລື ອັນທີ່ເອີ້ນວ່າ: ໂຄວິດ-19 ໄດ້ແຜ່ລະບາດມາແຕ່ທ້າຍເດືອນທັນວາ 2019 ເປັນຕົ້ນມາຮອດປັດຈຸບັນ, ພວກເຮົາໄດ້ເຫັນຫລາຍສິ່ງຫລາຍຢ່າງ ທັງອັນດີ, ອັນຮ້າຍ, ອັນຕັ້ງໜ້າ, ຖອຍຫລັງ, ທັງເປັນໜ້າຢ້ານກົວ ແລະ ເຕືອນສະຕິໃຫ້ມະນຸດໃນໂລກຕ້ອງໄດ້ພ້ອມກັນສຳນຶກໃນສິ່ງທີ່ຕົນເອງໄດ້ກະທຳໃນອະດີດຕະການຜ່ານມາ, ພວມກະທຳຢູ່ໃນປັດຈຸບັນ ແລະ ຈະກະທຳອີກຕໍ່ໄປໃນອະນາຄົດຕໍ່ໜ້າຍາວນານ.
ສຳລັບຄວາມໂຫດຮ້າຍ, ໂຫດຫ້ຽມທີ່ເປັນຕາຢ້ານກົວທີ່ສຸດຂອງເຊື້ອພະຍາດໂຄວິດ-19 ມັນເປັນເຊື້ອພະຍາດທີ່ເກີດຂຶ້ນມາໃໝ່ ທັງບໍ່ເປັນຕົນເປັນໂຕຍ່າງມາຄືຄົນ ແລະ ສັດສາວາສິ່ງ. ນອກຈາກນັ້ນ ມັນຍັງໄຮ້ກິ່ນ, ໄຮ້ອາຍ, ໄຮ້ສຽງ, ຄວາມເປັນອັນຕະລາຍຮ້າຍກາດຂອງມັນຄືຕິດແປດຈາກຄົນຕໍ່ຄົນໄດ້ງ່າຍ, ຫາກຄົນໃດໄດ້ຢູ່ໃກ້ຊິດ, ຮ່ວມກິນ, ຮ່ວມນອນ, ມີການພົວພັນສຳຜັດໃກ້ຊິດກັນກໍເປັນອັນວ່າສາມາດຕິດເຊື້ອໄດ້ຢ່າງອັດຕະໂນມັດ. ເມື່ອມີການຕິດເຊື້ອໄປແລ້ວ ຄວາມສ່ຽງຕໍ່ຊີວິດອິນຊີກໍສູງ ແລະ ອັນສຳຄັນທີ່ສຸດເມື່ອຕິດເຊື້ອໄປແລ້ວບໍ່ທັນມີຢາມະໂຫສົດຂະໜານໃດທີ່ຈະມາປິ່ນປົວຂ້າເຊື້ອພະຍາດຊະນິດນີ້ໃຫ້ຫາຍຂາດໂດຍໄວທັນເວລາ ແລະ ຮັບປະກັນເພື່ອກູ້ເອົາຊີວິດອິນຊີຄືຢາຊະນິດອື່ນໆທີ່ເຄີຍເປັນ ແລະ ເຄີຍເຫັນມາ.
ໃນສະພາບປັດຈຸບັນ, ຕໍ່ຜູ້ຕິດເຊື້ອ ການປິ່ນປົວຂອງແພດໝໍສ່ວນໃຫຍ່ຈະໃຫ້ຢາໄປຕາມອາການ ແລະ ແພດໝໍເອງຜູ້ທີ່ປິ່ນປົວນັ້ນກໍຕ້ອງໄດ້ມີເຄື່ອງປ້ອງກັນຕົນເອງຢ່າງຮັບປະກັນທີ່ສຸດ. ຖ້າບໍ່ດັ່ງນັ້ນ ແພດໝໍຜູ້ປິ່ນປົວກໍຈະຕິດເຊື້ອ ແລະ ສ່ຽງຕໍ່ການເສຍຊີວິດດັ່ງພວກເຮົາໄດ້ຮັບຮູ້ ແລະ ເຄີຍເຫັນມາໃນແຫລ່ງຂ່າວຄາວຢູ່ຫລາຍປະເທດ. ອີກປະການໜຶ່ງ, ສິ່ງທີ່ອັນຕະລາຍ ແລະ ໜ້າຢ້ານກົວທີ່ສຸດສຳລັບເຊື້ອພະຍາດໂຄວິດ-19 ເມື່ອຕິດເຊື້ອໄປແລ້ວ ຈາກມື້ທຳອິດໄປຫາໄລຍະ 14 ວັນຈຶ່ງສະແດງອາການອອກມາໃຫ້ເຫັນ. ເພາະສະນັ້ນ ມາຮອດປັດຈຸບັນໃນທົ່ວໂລກຈຶ່ງມີຜູ້ຕິດເຊື້ອໄປແລ້ວເຖິງ 2 ລ້ານກວ່າຄົນ ແລະ ມີຄົນເສຍຊີວິດໄປແລ້ວຫລາຍແສນຄົນ. ສຳລັບ ສປປ ລາວ ຂອງພວກເຮົາ ນັບແຕ່ມີປາກົດການແຜ່ເຊື້ອລະບາດມາຮອດປັດຈຸບັນແມ່ນມີຈຳນວນຜູ້ຕິດເຊື້ອພຽງ 19 ຄົນ, ໃນນີ້ໄດ້ປິ່ນປົວໃຫ້ຫາຍດີໄປແລ້ວ 7 ຄົນ ຍັງເຫລືອພຽງ 12 ຄົນທີ່ພວມປິ່ນປົວຢູ່ໂຮງໝໍ. ຖືໄດ້ວ່ານັບແຕ່ວັນທີ 13 ມາຮອດວັນທີ 28 ເມສາ 2020 ລາວເຮົາບໍ່ມີຜູ້ຕິດເຊື້ອເພີ່ມຕື່ມອີກ. ນີ້ກໍຖືວ່າເປັນໄຊຊະນະອັນໃຫຍ່ຫລວງສຳລັບປະເທດເຮົາ.
ແນວໃດກໍຕາມ, ເຖິງວ່າພະຍາດຊະນິດນີ້ເປັນອັນຕະລາຍຮ້າຍກາດລ້າງຜານຂ້າມະນຸດເຮົາໄປຫລາຍແສນຄົນແລ້ວກໍຕາມ, ແຕ່ສິ່ງທີ່ເຮັດໃຫ້ພວກເຮົາຄິດ ແລະ ເຕືອນສະຕິອີກຢ່າງໜຶ່ງ ກໍຄືນັບແຕ່ຊ່ວງເກີດໂຣກລະບາດໂຄວິດ-19 ຊ້ຳພັດເຮັດໃຫ້ສະພາບອາກາດຂອງໂລກສົດໃສ, ໄຮ້ມົນລະພິດໄປຫລາຍເດືອນເຕີບ. ນອກຈາກນັ້ນ ຍັງເຮັດໃຫ້ມະນຸດເຮົາຮູ້ຮັກຕົນເອງ, ຮັກທຳມະຊາດ ແລະ ສິ່ງແວດລ້ອມ ເຊິ່ງບັນຫາໄພພິບັດທີ່ເກີດຂຶ້ນໃນແຕ່ລະໄລຍະນັ້ນມັນລ້ວນແລ້ວແຕ່ມາຈາກເງື່ອມມືຂອງມະນຸດນັ້ນເອງ. ເພື່ອຮັກສາຊີວິດ, ຫລີກລ່ຽງຈາກຄວາມຕາຍຫາຍຍານະຢ່າງເກື່ອນກອງ ແຕ່ລະປະເທດກໍຈຳເປັນຕ້ອງໄດ້ປິດການສັນຈອນທາງນ້ຳ, ທາງບົກ, ທາງອາກາດ ທັງປິດການຜະລິດ, ປິດການເຄື່ອນໄຫວກິດຈະກຳຕ່າງໆໃນການສ້າງສາພັດທະນາຊົ່ວຄາວ ຈົນເປັນເຫດໃຫ້ທຸກຢ່າງໃນຄວາມຕ້ອງການຂອງມະນຸດຕ້ອງຢຸດສະງັກຫົດຫູ່ກ ອັນສາເຫດຍ້ອນວ່າໃຜກໍຕ້ອງກັກກັນຕົນເອງຢູ່ໃນເຮືອນຢ້ານເຊື້ອມັດຈຸລາດໂຄວິດ-19 ມາສັງເວີຍເອົາຊີວິດອິນຊີຂອງຕົນເອງ. ເມື່ອເປັນສະພາບເຊັ່ນນີ້ມັນກໍບໍ່ຕ່າງຫຍັງກັບສະພາບຂອງໂລກ, ການດຳລົງຊີວິດຢ້ອນຄືນໄປຫາຍຸກເຖົ້າແກ່ພໍ່ແມ່ປູ່ຍ່າຕາຍາຍເຮົາສະໄໝກ່ອນໜ້ານັ້ນຫລາຍສິບຫລາຍຮ້ອຍປີ.
ເຖິງຢ່າງໃດກໍດີ, ສຳລັບປະຊາຊົນຄົນລາວເຮົາເພື່ອເອົາຊີວິດຢູ່ລອດ ແລະ ຍືນຍົງຄົງຕົວໃນສັງຄົມ ບໍ່ວ່າຍຸກປັດຈຸບັນ ກໍຄືອະນາຄົດຕໍ່ໜ້າຍາວນານຕ້ອງໄດ້ພ້ອມກັນຄິດ ເພາະບົດຮຽນຈາກການຕ້ານໂຣກລະບາດໂຄວິດ-19 ໄດ້ສອນໃຫ້ພວກເຮົາຮູ້ຮັກຕົນເອງ, ຮູ້ການປູກການລ້ຽງ, ຮູ້ຄຸນຄ່າຂອງສາຍນ້ຳລຳທານ, ຮູ້ປ່າເຂົາລຳເນົາໄພ, ເອົາທຳມະຊາດເປັນທີ່ເພິ່ງເພື່ອຊອກຢູ່ຫາກິນ, ລົງຫ້ວຍ, ລົງເຊຫາກິນໃສ່ເບັດ, ຕຶກແຫ, ແຊ່ມອງ, ເຂົ້າປ່າເກັບຜັກຫັກໜໍ່ ຫລືບໍ່ ກໍແມ່ນອາໄສສັດລ້ຽງໝູເຫັດ, ເປັດໄກ່ມາເປັນອາຫານໃນຍາມບ້ານເມືອງຖືກວິກິດ, ຍາມເສິກສົງຄາມບໍ່ວ່າດ້ານໃດເວລາໃດກໍຕາມ ໂດຍສະເພາະເຮັດສົງຄາມຕ້ານໂຄວິດ-19 ພວກເຮົາຈົນເຖິງຂັ້ນປິດບ້ານ, ປິດເມືອງ ແຕ່ກໍບໍ່ໄດ້ປິດປ່າອັນເປັນບ່ອນເພິ່ງພາອາໄສໃນຍາມມີໄພພິບັດມາຄຸກຄາມ. ນີ້ຄືບົດຮຽນຈາກຊີວິດຈິງເຕືອນສະຕິໃຫ້ຄົນລາວທຸກຄົນ ກໍຄືມະນຸດຊາດທັງຫລາຍຕ້ອງໄດ້ສຳນຶກຕົນເອງໃນການດຳລົງຊີວິດຢ່າງມີສິນທຳ, ມະໂນທຳ, ເມດຕາທຳ ເພື່ອປົກປ້ອງຕົນເອງ, ທັງຮັກທຳມະຊາດ ແລະ ສິ່ງແວດລ້ອມ. ກົງກັນຂ້າມ ຖ້າພວກເຮົາຫາກຍັງໝົກໝົ້ນຢູ່ໃນຄວາມໂກດ, ຄວາມໂລບ, ຄວາມຫລົງ ໂດຍບໍ່ຫລິ່ງເຫັນເພື່ອນມະນຸດດ້ວຍກັນ ຜົນທີ່ໄດ້ຮັບຈາກການກະທຳຈະຕາມມາສະໜອງບໍ່ໄວກໍຊ້າ ນັ້ນແລ !.