ໝາຕິດເຊື້ອ COVID-19 ໂຕທຳອິດຢູ່ອາເມລິກາ

ສື່ຢູ່ອາເມລິກາ ລາຍງານການພົບໝາຕິດເຊື້ອ COVID-19 ໃນນອດແຄໂຣໄລນາ ແລະ ເຊື່ອວ່າເປັນໝາໂຕທຳອິດຢູ່ອາເມລິກາທີ່ຕິດເຊື້ອ.
ວັນທີ 29 ເມສາ 2020, ໜັງສືພິມຢູເອສເອ ທູເດ ຂອງອາເມລິກາ ລາຍງານວ່າ: ໝາພັນປັກ ຊື່ວ່າ ວິນສຕັນ ສັດລ້ຽງຂອງຄອບຄົວຊາວອາເມລິກາຄອບຄົວໜຶ່ງໃນລັດນອດ ແຄໂຣໄລນາ ກວດພົບເຊື້ອ COVID-19 ໃນວັນທີ 24 ເມສາຜ່ານມາ.
ນອກຈາກນີ້ ສື່ຢູ່ອາເມລິກາຍັງລະບຸອີກວ່າ: ມີຄວາມເປັນໄປໄດ້ທີ່ ວິນສຕັນ ອາດເປັນໝາທີ່ຕິດເຊື້ອ COVID-19 ໂຕທຳອິດຂອງອາເມລິກາ ຫລັງສະມາຊິກໃນຄອບຄົວຂອງເຈົ້າຂອງຕິດເຊື້ອໄວຣັສຊະນິດນີ້ຫລາຍຄົນ.
ຂະນະທີ່ຜູ້ຊ່ຽວຊານທາງການແພດຕັ້ງຄວາມຫວັງວ່າ ການຄົ້ນພົບໃນຄັ້ງນີ້ຈະບໍ່ສ້າງຄວາມກັງວົນໃຫ້ປະຊາຊົນຫລາຍຈົນເກີນໄປ.
ຂະນະທີ່ກ່ອນໜ້ານີ້ໃນວັນທີ 23 ເມສາຜ່ານມາ ມີການກວດພົບແມວ 2 ໂຕ ເຊິ່ງເປັນສັດລ້ຽງທີ່ຢູ່ກັນຄົນລະພື້ນທີ່ໃນນະຄອນນິວຢອກ ຕິດເຊື້ອ COVID-19 ເຊິ່ງຖືເປັນກໍລະນີທຳອິດທີ່ພົບສັດລ້ຽງຕິດເຊື້ອຢູ່ອາເມລິກາ, ແຕ່ແມວທັງ 2 ໂຕມີອາການພຽງເລັກໜ້ອຍ ແລະ ເຊື່ອວ່າຕິດເຊື້ອຈາກຄົນໃນເຮືອນ ຫລື ຈາກເຂດໃກ້ຄຽງ.
ຜູ້ຊ່ຽວຊານ ລະບຸວ່າ: ປັດຈຸບັນຍັງບໍ່ມີຫລັກຖານທີ່ບົ່ງບອກວ່າ: ສັດລ້ຽງສາມາດແຜ່ເຊື້ອໄວຣັສໄປສູ່ຄົນໄດ້.