ຍີ່ປຸ່ນ-ສິງກະໂປ ເຈັບໜັກສຸດໃນອາຊີ

ຍີ່ປຸ່ນ-ສິງກະໂປ ເຈັບໜັກສຸດໃນອາຊີ - 292 - ຍີ່ປຸ່ນ-ສິງກະໂປ ເຈັບໜັກສຸດໃນອາຊີ
ຍີ່ປຸ່ນ-ສິງກະໂປ ເຈັບໜັກສຸດໃນອາຊີ - kitchen vibe - ຍີ່ປຸ່ນ-ສິງກະໂປ ເຈັບໜັກສຸດໃນອາຊີ

ຍີ່ປຸ່ນ ແລະ ສິງກະໂປ ກຽມເປັນປະເທດໃນອາຊີທີ່ໄດ້ຮັບຜົນກະທົບທາງເສດຖະກິດຮຸນແຮງທີ່ສຸດຈາກການແຜ່ລະບາດຂອງ “ໂຄວິດ-19”.

ບໍລິສັດວິໄຈ ມູດີ້ ອະນາໄລຕິກ ເປີດເຜີຍວ່າ: ພາຍໃນພາກພື້ນອາຊີ ທັງສອງປະເທດດັ່ງກ່າວມີໂອກາດເປັນໄປໄດ້ທີ່ຈະໄດ້ຮັບການສູນເສຍທາງເສດຖະກິດຫລາຍທີ່ສຸດຈາກການແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ “ໂຄວິດ-19”.

ທັງນີ້ ກ່ອນການແຜ່ລະບາດຈະທະວີຄວາມຮຸນແຮງເພີ່ມຂຶ້ນໃນເດືອນຜ່ານມາ ເສດຖະກິດຂອງຍີ່ປຸ່ນ ແລະ ສິງກະໂປ ຕ່າງຂະຫຍາຍຕົວຊ້າຢູ່ແລ້ວ. ດັ່ງນັ້ນ ມາດຕະການລັອກດາວ ເຊິ່ງເປັນການຄຸມເຂັ້ມ ເພື່ອສະກັດກັ້ນການແຜ່ລະບາດຂອງໂຣກທີ່ສົ່ງຜົນໃຫ້ມີການປິດການດຳເນີນທຸລະກິດບາງປະເພດ ຈຶ່ງເປັນການຊ້ຳຕື່ມສະຖານະການທີ່ອ່ອນແອຢູ່ແລ້ວ.

ຂໍ້ມູນຫລ້າສຸດຢ່າງເປັນທາງການຂອງຍີ່ປຸ່ນຊີ້ໃຫ້ເຫັນວ່າ: ເສດຖະກິດຍີ່ປຸ່ນຫລຸດລົງ 6,3% ໃນໄຕມາດສຸດທ້າຍຂອງປີ 2019 (ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018), ສ່ວນເສດຖະກິດຂອງສິງກະໂປນັ້ນ ໃນເບື້ອງຕົ້ນມີການຄາດໝາຍວ່າ: ໄຕມາດທຳອິດຂອງປີນີ້ຈະມີການຫລຸດລົງ 2,2%.

ຍີ່ປຸ່ນ-ສິງກະໂປ ເຈັບໜັກສຸດໃນອາຊີ - 3 - ຍີ່ປຸ່ນ-ສິງກະໂປ ເຈັບໜັກສຸດໃນອາຊີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!