ອາການແບບໃດແດ່ທີ່ຕ້ອງພາລູກໄປໂຮງໝໍໂດຍໄວ
June 13, 2017 - 11:04 AM


ນັບແຕ່ມື້ເກີດຈົນອາຍຸ 1 ປີ ພູມຕ້ານທານຂອງລູກຍັງມີບໍ່ພຽງພໍ ຫາກເກີດອາການເຈັບປ່ວຍ ຫລື ຜິດປົກກະຕິແມ່ນແຕ່ໜ້ອຍດຽວ ພໍ່ແມ່ກໍຕ້ອງກັງວົນໃຈຫລາຍຍ້ອນລູກຍັງນ້ອຍເກີນກ່ວາຈະສື່ສານໄດ້ວ່າເປັນຫຍັງ ຫລື ເຈັບບ່ອນໃດ ເຊິ່ງການສັງເກດອາການຂອງລູກຈຶ່ງເປັນສິ່ງທີ່ຊ່ວຍໄດ້.
ໂດຍອາການຜິດປົກກະຕິທີ່ສັງເກດໄດ້ແບ່ງເປັນ 5 ກຸ່ມດັ່ງນີ້ :
- ລະບົບສະໝອງ : ຊຶງ, ບໍ່ຫລິ້ນ, ຕາລອຍ, ເບິ່ງຫຍັງບໍ່ມີຄວາມໝາຍ, ບໍ່ດູດນົມ, ບໍ່ດື່ມນຳ້, ບໍ່ກິນອາຫານ, ສີຜິວຈືດ, ກໍ່າ, ໂຕເຫລືອງຫລາຍ, ບໍ່ມີແຮງ, ຮ້ອງໄຫ້ສຽງຄ່ອຍ.
- ລະບົບການຫາຍໃຈ : ຫາຍໃຈສັ້ນ ແລະ ໄວຜິດປົກກະຕິ, ກະດູກຂ້າງຫລຸບເຂົ້າ, ຫາຍໃຈສຽງດັງຫືດໆ, ໄອສຽງດັງ, ຫາຍໃຈບໍ່ສະດວກ, ອັດຕາການເຕັ້ນຂອງຫົວໃຈຊ້າ ຫລື ໄວເກີນໄປ, ໄອ ແລະ ມີນຳ້ມູກດົນກ່ວາ 10 ມື້.
- ກ້າມຊີ້ນ ແລະ ກະດູກ : ຢູ່ຊື່ໆບໍ່ເໜັງຕີງແຂນຂາ ໂດຍທີ່ຢູ່ໃນໄລຍະກຳລັງດື້, ເໜັງຕີງພາກສ່ວນໃດໜຶ່ງແລ້ວຮ້ອງໄຫ້, ມີລັກສະນະບວມແດງຢ່າງເຫັນໄດ້ແຈ້ງມີບັນຫາຢູ່ກ້າມຊີ້ນ, ກະດູກ ຫລື ເສັ້ນປະສາດ ເຊັ່ນ : ກະດູກຫັກ, ກ້າມຊີ້ນຕິດເຊື້ອອັກເສບ.
- ລະບົບຂັບຖ່າຍ, ທໍ່ອາຫານ ແລະ ຜົ້ງທ້ອງ : ເຈັບທ້ອງຕະຫລອດ ເປັນໆເຊົາໆ, ບໍ່ຍ່ຽວເກີນ 4 – 6 ຊົ່ວໂມງ, ຖ່າຍເປັນນຳ້ຫລາຍກ່ວາ 3 ເທື່ອຕໍ່ມື້, ຖ່າຍເປັນມູກເລືອດ, ມີກິ່ນເໝັນຜິດປົກກະຕິ, ອ່ອນເພຍ, ຕາໂກນ, ຜິວໜັງຫລຸບເຂົ້າ, ຮາກຫລາຍເທື່ອ ແລະ ມີນຳ້ຍ່ອຍເປັນສີຂຽວໆເຫລືອງໆ.
- ລະບົບອື່ນໆ : ສາຍບືຕິດເຊື້ອ, ເປັນໜອງ, ມີກິ່ນເໝັນ, ໄຂ້ສູງ, ໂຕຮ້ອນ (ເດັກນ້ອຍອາຍຸລຸ່ມ 3 ເດືອນ). ໄຂ້ສູງຫລາຍກ່ວາ 38 ອົງສາ ເປັນໄຂ້ເກີນ 3 – 5 ຄືນ (ເດັກນ້ອຍອາຍຸ 3 ເດືອນຂຶ້ນໄປ) ໂຕເຢັນ, ຜິວໜັງຂຽວກໍ່າ, ຊັອກ, ຕາປຽກ, ຂີ້ຕາຫລາຍ, ນຳ້ຕາໄຫລຕະຫລອດເວລາ, ຕາແດງ, ຕາເລ່ວ, ເລືອດດັງໄຫລ, ມີຈຸດຈຳ້ເລືອດຕາມຕົນໂຕ ລວມທັງຢູ່ແຂນ ແລະ ຂາ, ຮ້ອງເຈັບຫູ, ມີນຳ້ໜອງໄຫລ, ຄຳພົບກ້ອນຢູ່ກົກຂາ, ອັນທະບວມແດງ, ອັກເສບ, ມີຕຸ່ມຜື່ນລັກສະນະຜິດປົກກະຕິ, ເປັນ ຮ່ວມກັບໄຂ້ ແລະ ອາການເຊື່ອງຊຶງ ເຫລົ່ານີ້ເປັນຕົ້ນ.